Friday, May 1, 2026
Kbank Laos โอน รับ จ่าย
-->

75 ປີ ​ໄທ-ລາວ: “​ນ້ຳ​ຂອງ​ເຊື່ອມ​​ໃຈ, ສ້າງສາຍໃຍ​ສາຍຜູກພັນ”

ເດືອນທັນວາ ເປັນເດືອນທີ່ສຳຄັນຂອງຊາວໄທ ແລະ ລາວ ເພາະເປັນວັນສະເຫຼີມສະຫຼອງວັນຊາດຂອງທັງສອງປະເທດ ໃນວັນທີ 2 ທັນວາ (ລາວ) ແລະ ວັນທີ 5 ທັນວາ (ປະເທດໄທ). ແຕ່ເດືອນທັນວາ 2025 ມີຄວາມພິເສດກວ່າທຸກປີ ຍ້ອນເປັນວັນຄົບຮອບ 50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນທີ 19 ທັນວາ ເປັນວັນຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ໄທ-ລາວ.

ໃນໂອກາດພິເສດນີ້, ກົມວິຈິດສິນຂອງໄທ ໄດ້ຮ່ວມກັບພາກສ່ວນຂອງ ສປປ ລາວ ອອກແບບກາສັນຍາລັກທີ່ສະທ້ອນເຖິງເອກະລັກຂອງທັງສອງປະເທດ ຄື: ດອກຄູນ ຫຼື ດອກລາຊະພຶກ, ເຊິ່ງແມ່ນດອກໄມ້ປະຈຳຊາດຂອງໄທ ແລະ ດອກຈຳປາ ຫຼື ດອກລີລາວະດີ, ເຊິ່ງແມ່ນດອກໄມ້ປະຈຳຊາດຂອງລາວ. ນອກຈາກນີ້, ຍັງມີພະທາດສີສອງຮັກຄຽງຄູ່ກັບພະທາດຫຼວງວຽງຈັນ ໃນກາສັນຍາລັກ.

ພະທາດຫຼວງວຽງຈັນ ເປັນສະຖານທີ່ສຳຄັນທາງສາສະໜາທີ່ແຂກຕ່າງປະເທດຕ້ອງມາສັກກາລະບູຊາ ແລະ ໃນວັນທີ 16 ຕຸລາ 2025, ພະນະທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ກໍ່ໄດ້ມາສັກກາລະບູຊາພະທາດຫຼວງດ້ວຍ. ສຳລັບພະທາດສີສອງຮັກ ຕັ້ງຢູ່ແຂວງເລີຍ ສ້າງຂຶ້ນໃນປີ 1560 (ພສ 2103) ເພື່ອເປັນການຢັ້ງຢືນເຖິງສາຍພົວພັນມິດຕະພາບ ລະຫວ່າງ ອານາຈັກອະຍຸທະຍາ ແລະ ອານາຈັກລ້ານຊ້າງ ເປັນຫຼັກຖານສະແດງໃຫ້ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ໄທ-ລາວ ມີມາແຕ່ບູຮານນະການຍາວນານຫຼາຍສະຕະວັດ.

ສາຍພົວພັນອັນຍາວນານ ລະຫວ່າງ ໄທ ແລະ ລາວ ໄດ້ເປັນມູນເຊື້ອໃນການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດໃນວັນທີ 19 ທັນວາ 1950 ເຊິ່ງນັບມື້ນັບໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ແລະ ​ໄດ້​ຮັບ​ການ​ຍົກ​ລະດັບ​ຂຶ້ນ​ເປັນ “ຄູ່​ຮ່ວມ​ຍຸດ​ທະ​ສາດ ​ເພື່ອ​ການ​ຈະເລີນເຕີບ​ໂຕ ​ແລະ ການພັດທະນາ​ແບບ​ຍືນ​ຍົງ” ​ໃນ​ປີ 2022.    

ໄທ ​ແລະ ​ລາວ​ ໄດ້ມີການພົວພັນຮ່ວມມື​ ແລະ​ ​ແລກປ່ຽນການຢ້ຽມຢາມໃນ​ທຸກລະດັບ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ ​ລາຊະວົງ​ໄທ ​ໃນ​ການ​ພົວພັນ​ ໄທ-ລາວ. ເຫດການສໍາຄັນອັນໜຶ່ງ ແມ່ນການຢ້ຽມຢາມຂອງພະບາດສົມເດັດ ພຣະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ​ໄດ້​ສະເດັດເປັນ​ປະທານຮ່ວມ​ໃນ​ພິທີ​ເປີດນໍາໃຊ້​ຂົວ​ມິດຕະພາບ​ ໄທ-ລາວ ​ແຫ່ງ​ທຳ​ອິດ (ໜອງ​ຄາຍ-ວຽງ​ຈັນ) ຮ່ວມ​ກັບ ປະທານ ໜູ​ຮັກ ພູມ​ສະຫ​ວັນ, ພ້ອມທັງ​ໄດ້ສະເດັດຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ​ໃນ​ວັນ​ທີ 8-9 ​ເມສາ 1994 ແລະ ໄດ້ເປັນປະທານຮ່ວມໃນພິທີເປີດໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ 22), ເຊິ່ງເປັນໂຄງການໃນພະລາຊະດຳລິໃນ ສປປ ລາວ ແຫ່ງທໍາອິດ ໂດຍການນໍາເອົາແບບຢ່າງຂອງສູນສຶກສາການພັດທະນາຫ້ວຍຮ່ອງໄຄ້ ອັນເນື່ອງມາຈາກພະລາຊະດຳລິ, ເມືອງດອຍສະເກັດ ແຂວງຊຽງໃໝ່, ປະເທດໄທ ມາຈັດຕັ້ງປະຕິບັດຢູ່ ສປປ ລາວ. ໃນປີ 2025 ເຊິ່ງເປັນປີແຫ່ງການຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ໄທ ແລະ ລາວ ໄດ້ມີເຫດການປະຫວັດສາດທີ່ສຳຄັນທີ່ສຸດ ແມ່ນການເຂົ້າຮ່ວມເປັນ​ປະທານຮ່ວມ​ໃນ​ພິທີ​ເປີດນໍາໃຊ້​ຂົວ​ມິດຕະພາບ​ ໄທ-ລາວ ​ແຫ່ງ​ທີ 5 (ບຶງການ-ບໍລິ​ຄຳ​ໄຊ) ຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ຮ່ວມ​ກັບ ​ພະນະທ່ານ ທອງ​ລຸນ ສີ​ສຸ​ລິດ, ປະທານ​ປະ​ເທດ ແຫ່ງ ​ສປປ ລາວ ໃນວັນທີ 25 ທັນວາ 2025 ຖືເປັນວັນແຫ່ງປະຫວັດສາດຂອງສາຍພົວພັນ ໄທ-ລາວ ທີ່ຈະຖືກຈາລຶກຕະຫຼອດໄປ.

ຂົວມິດຕະພາບໄທ-ລາວ: ຂົວແຫ່ງໂອກາດ ແລະ ການຮ່ວມມື

ມິດຕະພາບທີ່ໃກ້ຊິດ ລະຫວ່າງ ໄທ ແລະ ລາວ ບໍ່ພຽງແຕ່ເກີດຈາກຄວາມໃກ້ຊິດທາງດ້ານພາສາ ແລະ ວັດທະນະທຳເທົ່ານັ້ນ, ແຕ່ຍັງເກີດຈາກການພັດທະນາຢ່າງຕໍ່ເນື່ອງຂອງເຄືອຂ່າຍການຂົນສົ່ງ ລະຫວ່າງປະເທດ ທີ່ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ສຳລັບປະຊາຊົນທັງສອງຝັ່ງນ້ຳຂອງ, ຂົວມິດຕະພາບແຫ່ງທຳອິດໄດ້ເປີດນຳໃຊ້ໃນປີ 1994 ແລະ ໄດ້ກໍ່ສ້າງຂົວມິດຕະພາບຂ້າມແມ່ນ້ຳຂອງອີກ 4 ແຫ່ງ ໄດ້ແກ່: ຂົວມິດຕະພາບແຫ່ງທີສອງ ເຊື່ອມຕໍ່ແຂວງມຸກດາຫານ ແລະ ແຂວງສະຫວັນນະເຂດ; ຂົວມິດຕະພາບແຫ່ງທີສາມ ເຊື່ອມຕໍ່ແຂວງນະຄອນພະນົມ ແລະ ແຂວງຄຳມ່ວນ; ຂົວມິດຕະພາບແຫ່ງທີສີ່ ເຊື່ອມຕໍ່ແຂວງຊຽງລາຍ ແລະ ແຂວງບໍ່ແກ້ວ; ແລະ ຂົວມິດຕະພາບແຫ່ງທີ 5 ເຊື່ອມຕໍ່ແຂວງບຶງການ ແລະ ແຂວງບໍລິຄຳໄຊ. ຍິ່ງໄປກວ່ານັ້ນ, ອາດມີໜ້ອຍຄົນຮູ້ວ່າຍັງມີຂົວມິດຕະພາບຂ້າມແມ່ນ້ຳເຫືອງຢູ່ ເມືອງທ່າລີ້ ແຂວງເລີຍ ກົງກັນຂ້າມກັບ ແຂວງໄຊຍະບູລີ. ເຖິງວ່າຂົວເຫຼົ່ານີ້ຈະສ້າງຂຶ້ນດ້ວຍເຫຼັກ ແລະ ຄອນກີດ ແຕ່ມີບົດບາດສຳຄັນໃນການເຊື່ອມຕໍ່ຫົວໃຈຂອງປະຊາຊົນທັງສອງຝັ່ງແມ່ນ້ຳຂອງ, ອຳນວຍຄວາມສະດວກໃນການໄປມາຫາສູ່ກັນ, ສ້າງໂອກາດທາງການຄ້າ ແລະ ການລົງທຶນ ພ້ອມທັງໄດ້ເຮັດໃຫ້ຊາຍແດນໄທ-ລາວ ກາຍເປັນຊາຍແດນທີ່ມີທ່າແຮງສູງ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ເປີດປະຕູເສດຖະກິດສູ່ອະນຸພາກພື້ນແມ່ນ້ຳຂອງ ແລະ ຂັບເຄື່ອນສາຍພົວພັນທີ່ແໜ້ນແຟ້ນລະຫວ່າງ ໄທ ແລະ ລາວ ໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ພາຍໃຕ້ວິໄສທັດຮ່ວມກັນໃນການເຊື່ອມໂຍງ ແລະ ເຊື່ອມຈອດ.

ໄທ ແລະ ລາວ ມີຊາຍແດນຮ່ວມກັນປະມານ 1,800 ກິໂລແມັດ, ໂດຍມີແມ່ນ້ຳຂອງເປັນຊາຍແດນຫຼາຍກວ່າເຄິ່ງໜຶ່ງ. ຂົວມິດຕະພາບ ໄທ-ລາວ ທຸກແຫ່ງໄດ້ນຳຜົນປະໂຫຍດໂດຍກົງມາສູ່ປະຊາຊົນທີ່ອາໄສຢູ່ຕາມຊາຍແດນລຽບແມ່ນ້ຳຂອງ. ໃນປີ 2024, ມູນຄ່າການຄ້າລະຫວ່າງກັນບັນລຸໄດ້ 290,000 ລ້ານບາດ (8.28 ຕື້ໂດລາສະຫະລັດ). ໃນນັ້ນ, 98% ແມ່ນການຄ້າຊາຍແດນ, ເຮັດໃຫ້ໄທກາຍເປັນຄູ່ຄ້າອັນດັບໜຶ່ງຂອງລາວ. ປະຈຸບັນ ທັງສອງຝ່າຍມີເປົ້າໝາຍທີ່ຈະເພີ່ມມູນຄ່າການຄ້າໃຫ້ໄດ້ 350,000 ລ້ານບາດ (11 ຕື້ໂດລາສະຫະລັດ) ພາຍໃນປີ 2027. ຂົວມິດຕະພາບລະຫວ່າງສອງປະເທດ ໄດ້ພິສູດໃຫ້ເຫັນແລ້ວວ່າ, ປະຊາຊົນສອງຊາດສາມາດໄປມາຫາສູ່ກັນໄດ້ສະດວກສະບາຍຂຶ້ນ, ເຊິ່ງໃນປີ 2025 ຜ່ານມາ, ມີນັກທ່ອງທ່ຽວໄທມາລາວ ແລະ ນັກທ່ອງທ່ຽວລາວໄປໄທ ລວມກັນຫຼາຍກວ່າ 2 ລ້ານຄົນ ແລະ ສອງປະເທດມີເປົ້າໝາຍທີ່ຈະເພີ່ມຈຳນວນນັກທ່ອງທ່ຽວເປັນ 3 ລ້ານຄົນ/ປີໃນຊຸມປີຕໍ່ຫນ້າ.

ກ່ອນການກໍ່ສ້າງຂົວມິດຕະພາບ ການໄປມາຫາສູ່ລະຫວ່າງປະຊາຊົນຂອງສອງປະເທດບໍ່ໄດ້ມີຄວາມສະດວກຄືກັບໃນປະຈຸບັນ, ແມ່ນ້ຳເບິ່ງຄືວ່າກວ້າງໃຫຍ່ໄພສານ ແຕ່ສິ່ງນີ້ບໍ່ໄດ້ເປັນອຸປະສັກຕໍ່ການເຊື່ອມສຳພັນຂອງປະຊາຊົນສອງຊາດ ປຽບດັ່ງ ບົດເພງ “ລຳຂອງລຳຮັກ,” ທີ່ແຕ່ງໂດຍ ອາຈານເອື້ອ ສູນທອນສະໜານ ແລະ ອາຈານທາຕີ, ນັກແຕ່ງເພງທີ່ສຳຄັນຂອງວົງດົນຕີ ສູນທະຣາພອນ ວ່າ : “ຝັ່ງແມ່ຂອງນີ້ດູກວ້າງໄກ ແຕ່ໃນຫົວໃຈເຫມືອນໃກ້ພຽງວາ ຢູ່ຝັ່ງໃດເຫັນໄກແຄ່ຕາ ຫົວໃຈລອຍມາຄອຍຖ້າຫາກັນ ” ເຈັດທົດສະວັດຜ່ານມາ, ຂົວມິດຕະພາບໄທ-ລາວ ທຸກແຫ່ງໄດ້ເຊື່ອມຕໍ່ສອງຝັ່ງແມ່ນ້ຳຂອງທີ່ເຄີຍໄກ ໃຫ້ຫຍັບໃກ້ເຂົ້າ. ສິ່ງດັ່ງກ່າວບໍ່ພຽງແຕ່ນຳເອົາຜົນປະໂຫຍດທາງເສດຖະກິດມາໃຫ້ແກ່ປະຊາຊົນສອງຊາດເທົ່ານັ້ນ ແຕ່ຍັງໄດ້ເຊື່ອມສາຍພົວພັນ ແລະ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນໄດ້ໄປມາຫາສູ່ ແລະ ສ້າງຄວາມສະໜິດສະໜົມນຳກັນ, ເຊິ່ງແມ່ນຫົວໃຈຂອງ “ການທູດພາກປະຊາຊົນ.”

75 ປີ ຂອງສາຍພົວພັນໄທ-ລາວ: ເພື່ອນບ້ານທີ່ເປັນຍາດມິດ

ຫນຶ່ງໃນເງື່ອນໄຂທີ່ເຮັດໃຫ້ການທູດພາກປະຊາຊົນໄທ ແລະ ລາວ ດຳເນີນໄປຢ່າງລ່ຽນໄຫຼ ແມ່ນຄວາມຄ້າຍຄືກັນທາງພາສາ ທີ່ຊ່ວຍໃຫ້ປະຊາຊົນສື່ສານກັນໄດ້ໂດຍບໍ່ຕ້ອງໃຊ້ນາຍແປພາສາ. ນອກຈາກນັ້ນ, ພະລັງແຫ່ງຄວາມສັດທາຍັງເປັນອີກໜຶ່ງສາຍໃຍທີ່ຫຼໍ່ລ້ຽງສາຍພົວພັນໄທ-ລາວ ໃຫ້ແໜ້ນແຟ້ນມາເປັນເວລາດົນນານ. ພະທາດພະນົມໃນເມືອງທາດພະນົມ, ແຂວງນະຄອນພະນົມ, ເປັນສູນກາງແຫ່ງສັດທາຂອງຊາວພຸດທັງສອງຝັ່ງແມ່ນ້ຳຂອງມາເປັນເວລາຫຼາຍສະຕະວັດ. ໃນຂະນະດຽວກັນ, ຊາວໄທຫຼາຍຄົນມີຄວາມປາຖະໜາຈະຂ້າມຂອງໄປສັກກາລະບູຊາພະທາດຫຼວງຢູ່ນະຄອນຫຼວງວຽງຈັນ ແລະ ພະທາດອິງຮັງຢູ່ແຂວງສະຫວັນນະເຂດ ເພື່ອຄວາມເປັນສິລິມຸງຄຸນ. ສິ່ງນີ້ພິສູດໃຫ້ເຫັນວ່າແມ່ນ້ຳຂອງ ບໍ່ເຄີຍເປັນເສັ້ນແບ່ງຄວາມເຊື່ອ ແຕ່ເປັນແມ່ນ້ຳທີ່ເຊື່ອມຕໍ່ສາຍໃຍແຫ່ງສັດທາຂອງຊາວພຸດໄທ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຍ້ອນສາຍພົວພັນໄທ-ລາວ ທີ່ມີພຸດທະສາສະໜາເປັນຮາກຖານ ຕັ້ງແຕ່ປີ 2001 ເປັນຕົ້ນມາ, ກະຊວງການຕ່າງປະເທດແຫ່ງ ລາຊະອານາຈັກໄທ ໄດ້ອັນເຊີນຜ້າພະກະຖິນພຣະລາຊະທານມາທອດຖວາຍຢູ່ວັດຕ່າງໆ ໃນ ສປປ ລາວ ຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ກໍໄດ້ທອດຜ້າປ່າສາມັກຄີ ຢູ່ໃນຫຼາຍຈັງຫວັດຂອງໄທ ເພື່ອເປັນການຖະນຸຖະໜອມບໍາລຸງພຸດທະສາດສະໜາ ແລະ ສົ່ງເສີມການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ລາວ. ຫຼ້າສຸດໄດ້ມີພິທີອັນເຊີນຜ້າພຣະກະຖິນພະລາຊະທານມາທອດຖວາຍຢູ່ວັດສຸນັນທາຣາມ ແຂວງສະຫວັນນະເຂດ ໃນວັນທີ 19 ຕຸລາ 2025, ເຊິ່ງໃນ​​ງານດັ່ງກ່າວຍັງມີກິດຈະກຳການທູດພາກປະຊາຊົນ ເຊັ່ນ: ງານວາງສະແດງສິນຄ້າໄທ-ລາວ, ຄອນເສີດໄທ-ລາວ ຮ່ວມສະໄໝ, ການຝຶກອົບຮົມກິລາບານເຕະໃຫ້ແກ່ຊາວໜຸ່ມລາວ, ແລະ ໜ່ວຍແພດເຄື່ອນທີ່ ທີ່ໃຫ້ບໍລິການແກ່ປະຊາຊົນໂດຍບໍ່ມີຄ່າໃຊ້ຈ່າຍ.

ນອກຈາກນັ້ນ, ໃນປີ 2025 ສະຖານທູດເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ທີ່ ນະຄອນຫຼວງວຽງຈັນ, ໄດ້ຮ່ວມກັບສະຖານກົງສຸນໃຫຍ່ໄທ ປະຈຳ ແຂວງສະຫວັນນະເຂດ ແລະ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ຈັດການແຂ່ງຂັນແຕ້ມຮູບພາຍໃຕ້ຫົວຂໍ້ “75 ປີ ຂອງຄວາມງົດງາມແຫ່ງສາຍພົວພັນໄທ-ລາວ” ແລະ ງານວາງສະແດງ “ສິລະປະວັດທະນະທຳລວມໃຈໄທ-ລາວ,” ເຊິ່ງມີການສະແດງ “ໂນຣາ” ແລະ “ຟ້ອນລຳວົງລາວ,” ທີ່ເປັນສິລະປະຂອງທັງສອງປະເທດທີ່ໄດ້ຮັບການຈົດທະບຽນເປັນມໍລະດົກວັດທະນະທຳ ທີ່ບໍ່ສາມາດຈັບຕ້ອງໄດ້ຂອງອົງການ UNESCO ແລະ ໄດ້ເປີດໂອກາດໃຫ້ແກ່ປະຊາຊົນມີສ່ວນຮ່ວມ ລວມທັງການຈັດສຳມະນາວິຊາການດ້ານເສດຖະກິດທົ່ວ ສປປ ລາວ, ເຊິ່ງເປີດໂອກາດໃຫ້ນັກທຸລະກິດຈາກທັງສອງຝັ່ງແມ່ນໍ້າຂອງໄດ້ແລກປ່ຽນປະສົບການເຊິ່ງກັນ ແລະ ກັນ. ກິດຈະກຳເຫຼົ່ານີ້ລ້ວນສະທ້ອນໃຫ້ເຫັນເຖິງຄວາມໃກ້ຊິດໃນທຸກດ້ານລະຫວ່າງສອງປະເທດທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບທີ່ຈິງໃຈ.

75 ປີ ໄທ-ລາວ: “ບາດກ້າວສູ່ການຮ່ວມມືແບບຍືນຍົງ”

ສາຍພົວພັນໄທ-ລາວ ໄດ້ພັດທະນາຢ່າງຕໍ່ເນື່ອງໃນໄລຍະ 75 ປີທີ່ຜ່ານມາ ແລະ ໄດ້ຮັບການຖະນຸຖະໜອມ ແລະ ຍົກລະດັບໃຫ້ເປັນສາຍພົວພັນທີ່ປຽບເໝືອນພີ່ນ້ອງໃກ້ຊິດທີ່ໄວ້ວາງໃຈ ແລະ ເກື້ອກູນກັນ ແລະ ກັນຢ່າງແທ້ຈິງ.

ຄວາມໃກ້ຊິດນີ້ບໍ່ພຽງແຕ່ເຫັນໄດ້ຊັດເຈນໃນຊ່ວງເວລາປົກກະຕິເທົ່ານັ້ນ ແຕ່ຍັງເຫັນໄດ້ຊັດເຈນໃນຊ່ວງເວລາທີ່ຫຍຸ້ງຍາກອີກດ້ວຍ ເຊັ່ນ : ໃນຊ່ວງປີ 2024 – 2025 ໄທ ແລະ ສປປ ລາວ ປະສົບກັບໄພນໍ້າຖ້ວມຍ້ອນພະຍຸໄຕ້ຝຸ່ນຫຼາຍຄັ້ງ ເຊັ່ນ : ໄຕ້ຝຸ່ນຍາກິ, ໄຕ້ຝຸ່ນຫວູ່ຕິບ ແລະ ໄຕ້ຝຸ່ນວິພາ ເຊິ່ງເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ທັງສອງປະເທດໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຮູບແບບການຊ່ວຍເຫຼືອທາງການເງິນ ແລະ ການມອບອຸປະກອນຊ່ວຍເຫຼືອ ລວມເຖິງລັດຖະບານໄທໄດ້ມອບເຮືອກູ້ໄພເຊິ່ງເປັນສັນຍາລັກແຫ່ງມິດຕະພາບໄທ- ລາວ ອີກດ້ວຍ. ເຫດການເຫຼົ່ານີ້ສະທ້ອນໃຫ້ເຫັນວ່າ ທັງສອງປະເທດພ້ອມທີ່ຈະຢືນຄຽງຂ້າງກັນເພື່ອແບ່ງປັນຄວາມສຸກ ແລະ ບັນເທົາຄວາມທຸກໃນທຸກໂອກາດ. ໃນໂອກາດຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດໄທ-ລາວ ນີ້ ບໍ່ພຽງແຕ່ເປັນໂອກາດແຫ່ງການສະເຫຼີມສະຫຼອງເທົ່ານັ້ນ ແຕ່ຍັງເປັນໂອກາດທີ່ສຳຄັນສຳລັບທັງສອງປະເທດທີ່ຈະຮ່ວມກັນກຳນົດທິດທາງການພົວພັນຮ່ວມມືໃນຕໍ່ໜ້າເພື່ອຜົນປະໂຫຍດອັນຍິ່ງໃຫຍ່ ແລະ ຍືນຍົງ ມາສູ່ຂອງປະຊາຊົນທັງສອງຝັ່ງແມ່ນ້ຳຂອງ.

ການສືບຕໍ່ ແລະ ເສີມຂະຫຍາຍການຮ່ວມມືດ້ານຄວາມໝັ້ນຄົງ ໂດຍສະເພາະ ຢູ່ຕາມເຂດຊາຍແດນຂອງສອງປະເທດເພື່ອສັນຕິພາບ ແລະ ຄວາມປອດໄພຂອງປະຊາຊົນ ເປັນວຽກງານຫຼັກທີ່ທັງສອງຝ່າຍ ຕ້ອງສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ບໍ່ວ່າຈະເປັນການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ, ການແລກປ່ຽນຂໍ້ມູນຂ່າວສານ, ການລາດຕະເວນຮ່ວມກັນ, ການສະກັດກັ້ນເຄືອຂ່າຍອາດຊະຍາກຳຂ້າມຊາດ ແລະ ອາດຊະຍາກຳທາງອອນລາຍ, ການແກ້ໄຂບັນຫາການຟອກເງິນ, ການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ທ່ວງທັນໄພຂົ່ມຂູ່ຮູບແບບໃໝ່ເຫຼົ່ານີ້ ລວມເຖິງການສົ່ງເສີມໂຄງການພັດທະນາທາງເລືອກ ແລະ ການພັດທະນາແບບຍືນຍົງສຳລັບຊຸມຊົນຕາມຊາຍແດນ ເຊັ່ນ: ການສະໜັບສະໜູນສະຫະກອນກາເຟວັນໃໝ່ ແລະ ສະຫະກອນຜູ້ຜະລິດຊາເມືອງເມິງ ເພື່ອແກ້ໄຂບັນຫາການລັກລອບປູກຝິ່ນໃນໄລຍະຍາວ.

ໃນເວລາດຽວກັນ, ທ່າມກາງຄວາມບໍ່ແນ່ນອນຂອງເສດຖະກິດໂລກ ແລະ ພູມິສາດການເມືອງ, ການເສີມຂະຫຍາຍການເຊື່ອມຕໍ່ດ້ານການຂົນສົ່ງຜ່ານພື້ນຖານໂຄງລ່າງ ເຊັ່ນ: ຖະໜົນຫົນທາງ, ທາງລົດໄຟ, ຫຼື ຂົວມິດຕະພາບ ຈຶ່ງເປັນເຄື່ອງມືທີ່ສຳຄັນທີ່ສາມາດຍົກລະດັບ ຄວາມຢູ່ດີກິນດີຂອງປະຊາຊົນໄດ້ ໂດຍສະເພາະການອຳນວຍຄວາມສະດວກໃຫ້ແກ່ການຄ້າຊາຍແດນໄທ-ລາວ ແລະ ການຂົນສົ່ງສິນຄ້າຜ່ານແດນຜ່ານ ສປປ ລາວ ໄປຍັງປະເທດອື່ນໆ ໃນພາກພື້ນ ເຊັ່ນ: ຫວຽດນາມ ແລະ ຈີນ ເຊິ່ງເປັນຕະຫຼາດການຄ້າຂະໜາດໃຫຍ່.

ດັ່ງນັ້ນ, ລັດຖະບານຂອງທັງສອງປະເທດຈຶ່ງມີແຜນທີ່ຈະພັດທະນາພື້ນຖານໂຄງລ່າງທີ່ສຳຄັນເພີ່ມຕື່ມ ເຊັ່ນ: ຂົວລົດໄຟຂ້າມນ້ຳຂອງ (ໜອງຄາຍ-ວຽງຈັນ) ແຫ່ງໃໝ່ ເຊິ່ງຄາດວ່າຈະສຳເລັດໃນປີ 2030 ເພື່ອເຊື່ອມຕໍ່ລະບົບທາງລົດໄຟໄທກັບທາງລົດໄຟລາວ-ຈີນ. ນອກຈາກນັ້ນ, ຍັງມີໂຄງການກໍ່ສ້າງຂົວມິດຕະພາບໄທ-ລາວ ແຫ່ງທີ 6 (ອຸບົນລາຊະທານີ-ສາລະວັນ) ແລະ ການຍົກລະດັບເສັ້ນທາງ R12 ເຊິ່ງເປັນເສັ້ນທາງຂົນສົ່ງສິນຄ້າທີ່ສັ້ນທີ່ສຸດຈາກໄທໄປຫວຽດນາມ, ໂຄງການເຫຼົ່ານີ້ສ່ອງແສງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງໄທ ແລະ ສປປ ລາວ ໃນການນຳໃຊ້ “ການເຊື່ອມຕໍ່ດ້ານການຂົນສົ່ງ” ເປັນແຮງຂັບເຄື່ອນເສດຖະກິດຮ່ວມກັນ.

ໃນດ້ານສິ່ງແວດລ້ອມ ໄທ , ສປປ ລາວ ແລະ ມຽນມາ ໄດ້ດຳເນີນການຮ່ວມມື 3 ຝ່າຍ ພາຍໃຕ້ຍຸດທະສາດທ້ອງຟ້າປອດໃສ (CLEAR Sky Strategy) ຕັ້ງແຕ່ປີ 2023 ເປັນຕົ້ນມາ ເພື່ອແກ້ໄຂບັນຫາ PM 2.5 ຢ່າງເປັນຮູບປະທໍາ. ໃນຕໍ່ຫນ້ານີ້, ໄທ ແລະ ສປປ ລາວ ຈະຮ່ວມກັນພັດທະນາແອັບພລິເຄຊັນລາຍງານຄຸນນະພາບອາກາດ ແລະ ເຊື່ອມໂຍງເຄືອຄ່າຍໂທລະມາດເພື່ອເສີມສ້າງລະບົບເຕືອນໄພລ່ວງໜ້າ ແລະ ເພີ່ມປະສິດທິພາບການບໍລິຫານຈັດການແມ່ນ້ຳຂອງລະຫວ່າງກັນດ້ວຍ.

ບົດຕໍ່ໄປຂອງສາຍພົວພັນໄທ-ລາວ ໃນປີ 2026 ຈຶ່ງເປັນທັງບາດກ້າວຂອງປະເທດເພື່ອນບ້ານທີ່ມີຊາຍແດນຕິດກັນ ແລະ ເປັນຄູ່ຮ່ວມທີ່ພ້ອມສົ່ງເສີມການຮ່ວມມືຢ່າງຮອບດ້ານ ເພື່ອຍົກລະດັບຄຸນນະພາບຊີວິດ, ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງປະຊາຊົນທັງສອງຝັ່ງນ້ຳຂອງຢ່າງຍືນຍົງ ໂດຍຍຶດໝັ້ນໃນຫຼັກການທີ່ວ່າ “ຄວາມໝັ້ນຄົງ ແລະ ຄວາມຮັ່ງມີຂອງລາວ ແມ່ນຄວາມໝັ້ນຄົງ ແລະ ຄວາມຮັ່ງມີຂອງໄທ” .

ບົດຄວາມໂດຍ : ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ

ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.