ອຸຕຸເຕືອນ ພາຍຸໝຸນເຂດຮ້ອນ “ເບີບິນກາ” ຈະພັດເຂົ້າພາກເໜືອຂອງລາວເຊົ້າວັນທີ 17 ສິງຫານີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນເລກທີ 0898/ກອຕທ ລົງວັນທີ 13 ສິງຫາ 2018 ແຈ້ງເຕືອນໄພພາຍຸໝູນເຂດຮ້ອນ ເບີບິນກາ (BEBINCA) (ຫົວທີ 16) ທີ່ກໍ່ຕົວຢູ່ທະເລຈີນໃຕ້ຕອນເໜືອ ພວມເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສຽງເໜືອ ທີ່ມີຄວາມໄວຢູ່ໃກ້ຈຸດສູນກາງ 18 ແມັດຕໍ່ນາທີ. ພາຍຸຫົວດັ່ງກ່າວຈະສືບຕໍ່ເຄື່ອນຜ່ານພາກເໜືອຂອງເກາະໄຮໜານ ແລະ ເຄື່ອນທີ່ຜ່ານພາກເໜືອຂອງປະເທດຫວຽດນາມ ໃນວັນທີ 16 ສິງຫາ 2018.

ຈາກນັ້ນຈະຜ່ານເຂດພາກເໜືອຂອງປະເທດລາວ ໃນໄລຍະວັນທີ 17-18 ສິງຫາ 2018 ນີ້. ຕະຫຼອດໄລຍະການເຄື່ອນທີ່ຂອງພາຍຸຫົວດັ່ງກ່າວ ຈະເຮັດໃຫ້ມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມດ້ວຍກຳລັງແຮງ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກເຊັ່ນ:

ວັນທີ 14-15 ສິງຫາ 2018 ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ແຂວງພາກກາງ ແລະ ພາກໃຕ້: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ນັບທັງນະຄອນຫຼວງວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ວັນທີ 16-18 ສິງຫາ 2018 ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່າແຂວງພາກເໜືອ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ດິນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ ແລະ ລົມພັດແຮງ ພ້ອມນີ້ຂໍໃຫ້ເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງພ້ອມສັດລ້ຽງໄປໄວ້ບ່ອນສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້

Cr : raosukunfung.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,