ແຈ້ງການ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະສະກັດກັ້ນພະຍາດໝາກແດງໃຫຍ່ 

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການເຖິງພະແນກສາທາລະນະສຸກນະຄອນຫຼວງ ແລະ ແຂວງ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ສະກັດກັ້ນພະຍາດໝາກແດງໃຫຍ່ເນື່ອງຈາກຫຼາຍປະເທດໃນພາກພື້ນ ແລະ ອາຊີຕາເວັນອອກມີການລະບາດຂອງພະຍາດດັ່ງກ່າວ.

ເຊິ່ງປັດໄຈພື້ນຖານຍ້ອນອັດຕາສັກຢາກັນພະຍາດໝາກແດງໃຫຍ່ຍັງຕ່ຳ; ປະເທດຟິລິບປິນມີລາຍງານພະຍາດໝາກແດງໃຫຍ່ຫຼາຍກວ່າ 12.000 ກໍລະນີ, ເສຍຊີວິດ 203 ກໍລະນີ; ປະເທດໄທລາຍງານການລະບາດຂອງພະຍາດໝາກແດງຢູ່ພາກໃຕ້ຂອງປະເທດ ພົບຫຼາຍກວ່າ 1.000 ກໍລະນີ, ເສຍຊີວິດ 12 ກໍລະນີ, ປະເທດຍີ່ປຸ່ນ ມີລາຍງານຄົນເຈັບພະຍາດໝາກແດງ ຫຼາຍ ກວ່າ 170 ກໍລະນີ ນອກນັ້ນຍັງພົບວ່າພະຍາດໝາກແດງໃຫຍ່ມີທ່າອ່ຽງເພີ່ມຂຶ້ນຢູ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກແຈ້ງການມາຍັງພະແນກສາທາລະນະສຸກນະຄອນຫຼວງ ແລະ ແຂວງທົ່ວປະເທດ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ລາຍງານໝວດອາການໄຂ້ ແລະ ອອກຕຸ່ມທຸກກໍລະນີຢ່າງໃກ້ຊິດ, ເພີ່ມທະວີເອົາໃຈໃສ່ຕິດຕາມເຝົ້າລະວັງ, ລາຍງານ ແລະ ຄົ້ນຫາກໍລະນີສົງໄສພະຍາດໝາກແດງໃຫຍ່ຢູ່ໂຮງໝໍເມືອງ ແລະ ໂຮງໝໍແຂວງ ພິເສດນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ບໍລິຄຳໄຊ, ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ພະແນກສຶກສາ ແລະ ກິລາແຂວງ, ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວໃຫ້ສຸຂະສຶກສາວິທີປ້ອງກັນ ແລະ ຕິດຕາມເຝົ້າລະວັງພະຍາດໝາກແດງໃຫຍ່ຢ່າງໃກ້ຊິດ; ເອົາໃຈໃສ່ເພີ່ມທະວີວຽກງານໂຄສະນາສຸຂະສຶກສາແກ່ປະຊາຊົນ ເນັ້ນໜັກການປ້ອງກັນການແຜ່ເຊື້ອພະຍາດເຊັ່ນ: ອັດປາກເວລາໄອ ຫຼື ຈາມ, ລ້າງມືໃສ່ສະບູທຸກຄັ້ງເມື່ອສຳພັດກັບຄົນເຈັບພະຍາດໝາກແດງ, ກິນອາຫານທີ່ປຸງແຕ່ງສຸກດີ; ເອົາໃຈໃສ່ກວດກາຄືນອັດຕາການໃຫ້ວັກຊີນກັນພະຍາດ, ສ້າງຂະບວນການໃຫ້ວັກຊີນກັນພະຍາດ ແລະ ແນະນຳໃຫ້ປະຊາຊົນໃຫ້ພາລູກຫຼານໄປຮັບວັກຊີນກັນພະຍາດໃຫ້ຄົບ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...