Tuesday, April 22, 2025

​ທະ​ນາ​ຄານ​ການ​ຄ້າ ແບ່ງ​ຮຸ້ນ 19% ໃຫ້ບໍລິສັດຫຼັກຊັບລາວຈີນ ເພື່ອເປັນທີ່ປຶກສາແລະຄໍ້າປະກັນຈໍາໜ່າຍຮຸ້ນ

ພິທີເຊັນສັນຍາວ່າດ້ວຍການບໍລິການທີ່ປືກສາດ້ານການເງິນ ແລະການຄໍ້າປະກັນການຈໍາໜ່າຍຮຸ້ນ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ກັບບໍລິສັດ ຫຼັກຊັບ ລາວຈີນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2019 ຢູ່ທີ່ ທຄຕລ ໂດຍການເຂົ້າຮ່ວມຂອງທ່ານ ສີລາ ວຽງແກ້ວຮອງລັດຖະມົນຕີ ກະຊວງການເງິນ, ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ບຸນເຫຼືອ ສິນໄຊ ວໍຣະວົງ ປະທານສະພາບໍລິຫານ ທຄຕລ, ມີຫົວໜ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ ກ່າວວ່າ: ການລົງນາມບໍລິການທີ່ປຶກສາດ້ານການເງິນ ແລະຄໍ້າປະກັນການອອກຈໍາໜ່າຍຮຸ້ນໃນເທື່ອນີ້ ຖືວ່າເປັນການສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມຜູ້ຖືຮຸ້ນ ທຄຕລ ທີ່ຈັດຂຶ້ນໃນວັນທີ 27 ເມສາ 2018 ຊຶ່ງໄດ້ເຫັນດີຮັບຮອງໃຫ້ກະຊວງການເງິນຫຼຸດສັດສ່ວນການຖືຄອງຮຸ້ນຢູ່ ທຄຕລ ຈາກ 70% ເປັນ 51%. ຈຸດປະສົງຂອງການຫຼຸດສັດສ່ວນການຖືຮຸ້ນດັ່ງກ່າວ ກໍ່ເພື່ອເປັນການເປີດໂອກາດໃຫ້ມວນຊົນທົ່ວໄປສາມາດຮ່ວມເປັນເຈົ້າຂອງຮຸ້ນ ທຄຕລ ໄດ້ກວ້າງຂວາງຂຶ້ນ ແລະເປັນການເປີດຮັບເອົາຄູ່ຮ່ວມຖືຮຸ້ນຍຸດທະສາດທີ່ມີບົດຮຽນໃນການຄຸ້ມຄອງບໍລິຫານ ແລະຄວາມເຂັ້ມແຂງທາງດ້ານການເງິນ ມາຮ່ວມກັນພັດທະນາ ທຄຕລ ໃຫ້ມີການຂະຫຍາຍຕົວຢ່າງໝັ້ນຄົງຂຶ້ນໄປເລື້ອຍໆ.

ຜ່ານການຄົ້ນຄ້ວາພິຈາລະນາລະອຽດຖີ່ຖ້ວນ ພາຍໃຕ້ການຊີ້ນໍາຈາກພາກລັດຖະບານ ກໍ່ຄືກະຊວງການເງິນ ເຫັນວ່າບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ມີເງື່ອນໄຂອັນເໝາະສົມ ແລະສອດຄ່ອງຕາມຄວາມຕ້ອງການຂອງ ທຄຕລ ຈຶ່ງໄດ້ຕົກລົງເລືອກ ບໍລິສັດຫຼັກຊັບລາວຈີນເປັນບໍລິສັດທີ່ປຶກສາການເງິນ ແລະຄ້ຳ ປະກັນການອອກຈຳໜ່າຍຮຸ້ນ, ເຊິ່ງບໍລິສັດດັ່ງກາວ ເປັນບໍລິສັດທີ່ໄດ້ຮັບອະນຸຍາດການສ້າງຕັ້ງບໍລິສັດຈາກຄະ ນະກໍາມະການຄຸ້ມຄອງຫຼັກຊັບ ແລະຕະຫຼາດຫຼັກຊັບ ໂດຍມີການໃຫ້ບໍລິການເຕັມຮູບແບບຄື: ທີ່ປຶກສາດ້ານການເງິນ ແລະຄໍ້າປະກັນການອອກຈໍາໜ່າຍຮຸ້ນ, ນາຍໜ້າຊື້-ຂາຍຫຼັກຊັບ, ຄ້າຫຼັກຊັບ ແລະອ່ື່ນໆ. ສ່ວນການຈໍາໜ່າຍຮຸ້ນ ທຄຕລ ຈໍານວນ 19%ແມ່ນຈໍາໜ່າຍ 2 ຮູບແບບຄື: ຈໍາໜ່າຍໃຫ້ນັກລົງທຶນທົ່ວໄປ ພາຍໃນ ແລະຕ່າງປະເທດ 10% ແລະຈໍາໜ່າຍຄູ່ຮ່ວມຍຸດທະສາດທີ່ໄດ້ຮັບການຄັດເລືອກ ຈາກກະຊວງການເງິນ ຈໍານວນ 9%.

ຜ່ານມາ, ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ຍັງມີປະສົບການຮ່ວມວຽກກັບ ທຄຕລ ໃນການອອກຈໍາໜ່າຍຮຸ້ນເພີ່ມທຶນໃຫ້ແກ່ຜູ້ຖືຮຸ້ນເດີມ (RO) ແລະມວນຊົນທົ່ວໄປ (PO) ໃນປີ 2017. ສໍາລັບຄັ້ງນີ້ ທຄຕລ ແລະບໍລິສັດ ຫຼັກຊັບລາວ-ຈີນ ກໍ່ຈະຮ່ວມກັນຈັດຕັ້ງປະຕິບັດການອອກຈຳໜ່າຍຮຸ້ນ 19% ທີ່ກະຊວງການເງິນຖືຄອງນັ້ນ ໃຫ້ປະສົບຜົນສຳເລັດຕາມຄາດໝາຍພາຍໃນເດືອນ ມິຖຸນາ 2019 ນີ້ ເຊິ່ງຄາດວ່າການຈຳໜ່າຍຮຸ້ນຄັ້ງນີ້ ຈະສາມາດດຶງດູດນັກລົງທຶນທົ່ວໄປທັງພາຍໃນ ແລະຕ່າງປະເທດໄດ້ຢ່າງກວ້າງຂວາງ ພ້ອມທັງຍັງເປັນການຊອກຫານັກລົງທຶນລາຍໃໝ່ ໂດຍສະເພາະ ແມ່ນຄູ່ຖືຮຸ້ນຍຸດທະສາດ ທີ່ຈະເຂົ້າມາຊ່ວຍກັນພັດທະນາວຽກງານດ້ານການເງິນ-ການທະນາຄານຂອງ ທຄຕລ ໃຫ້ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມທັງເປັນການຊ່ວຍຍົກລະດັບສະພາບຕະຫຼາດທຶນໃນລາວເຮົາໃຫ້ມີຄວາມຄຶກຄື້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ, ສາມາດປະກອບສ່ວນສ້າງສາເສດຖະກິດຂອງຊາດ ໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ.

 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.