ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອລ້າ 7 ໂຄງການເຂົ້າພັດທະນາສາທາລະນະສຸກ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າເພື່ອກໍ່ສ້າງໂຮງໝໍນ້ອຍ ແລະ ກໍ່ສ້າງລະບົບນ້ຳລິນ ໂດຍພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ ຊຶ່ງລວມມູນຄ່າທັງໝົດ 4,14 ແສນໂດລາສາຫະລັດ ເທົ່າກັບ 3,5 ຕື້ກວ່າກີບ ພິທີເຊັນສັນຍາໄດ້ຈັດຂຶ້ນວັນທີ 27 ມີນາ 2019 ທີ່ສະຖານທູດຍີ່ປຸ່ນ ໂດຍຕາງໜ້າຂອງທ່ານ ຄຸໂນະ ຄາຊຶຮິໂຣະ ອຸປະທູດຍີ່ປຸ່ນປະຈຳລາວ ແລະ ທ່ານ ດຣ ເນົາ ບຸດຕາ ຫົວໜ້າຫ້ອງການ,ກະຊວງສາທາລະນະສຸກ ບັນດາທ່ານຫົວໜ້າພະແນກ,ຫົວໜ້າຫ້ອງການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສຳລັບໂຄງສ້າງໂຮງໝໍນ້ອຍແມ່ນມີ 3 ໂຄງການ ໂດຍມີເປົ້າໝາຍກໍ່ສ້າງໃຫ້ເຂດທີ່ຍັງມີຄວາມຊຸບໂຊມ,ບໍ່ທັນມີອຳນວຍຄວາມສະດວກ ແລະຈຳເປັນຕ້ອງໄດ້ຮັບການຊ້ອມແປງຈາກໂຄງການດັ່ງກ່າວເພື່ອຍົກລະດັບເຂົ້າເຖິງການບໍລິການທາງດ້ານສາທະລະນະສຸກ ໃນນັ້ນເຂດທີ່ໄດ້ຮັບໂຄງການນີ້ມີເມືອງແບງ ແຂວງອຸດົມໄຊ,ເມືອງສາລະວັນ ແຂວງສາລະວັນ ແລະ ເມືອງໂພນທອງ ແຂວງຈຳປາສັກ ໂດຍເປັນໂຄງການກໍ່ສ້າງໂຮງໝໍຂະໜາດນ້ອຍທີ່ມີ 5-10 ຫ້ອງພ້ອມກັບອຸປະກອນການແພດ.

ສ່ວນໂຄງການກໍ່ສ້າງລະບົບນ້ຳລິນແມ່ນມີ 4 ໂຄງການແມ່ນຈັດຕັ້ງຂຶ້ນທີ່ເມືອງໄຊ ແຂວງອຸດົມໄຊ,ເມືອງໄຊຍະບູລີ ແຂວງໄຊຍະບູລີ,ເມືອງຊຳເໜືອ ແຂວງຫົວພັນ ແລະ ເມືອງຄຳ ແຂວງຊຽງຂວາງ ຊຶ່ງເປັນເຂດທີ່ມີລະບົບນ້ຳລິນຢູ່ແລ້ວແຕ່ການເຂົ້າເຖິງນ້ຳສະອາດນັ້ນແມ່ນຍັງບໍ່ທັນທົ່ວເຖິງເນື່ອງຈາກຂະໜາດມີຂີດຈຳກັດ ສ່ວນລະບົບນ້ຳລິນບາງໝູ່ບ້ານກໍ່ໄດ້ຖືກທຳລາຍຈາກນ້ຳຖ້ວມກະທັນຫັນ ແລະ ຖືກຜົນກະທົບຈາກດິນເຈື່ອນໃນປີຜ່ານມາຈົນເຮັດໃຫ້ເຂດປະຊາຊົນດັ່ງກ່າວໄດ້ໃຊ້ນ້ຳຈາກໝູ່ບ້ານທີ່ໃກ້ຄຽງມາລ້ຽງຊີບປະຈຳວັນ ສະນັ້ນໂຄງການເຫຼົ່ານີ້ຈະຊ່ວຍຍົກລະດັບການເຂົ້າເຖິງນ້ຳສະອາດໂດຍການສ້າງລະບົບນ້ຳລິນໃໝ່ທີ່ມີຖັງດູດນ້ຳ,ຖັງບີບອັດນ້ຳ,ຖັງເກັບນ້ຳ,ທໍ່ສົ່ງນ້ຳ ແລະ ຫົວກ໋ອກນ້ຳທີ່ໄດ້ມາຕະຖານ ສຳລັບໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານທີ່ໄດ້ຮັບການຊ່ວຍເຫຼືອລ້າຈາລັດຖະບານຍີ່ປຸ່ນຄັ້ງນີ້ທັງໝົດແມ່ນ 7 ໂຄງການຊຶ່ງລວມມູນຄ່າ 4,14 ແສນໂດລາສາຫະລັດ ເທົ່າກັບ 3,5 ຕື້ກວ່າກີບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...