ຍີ່ປຸ່ນຊ່ວຍເຫຼືອລ້າ 2,2 ກວ່າຕື້ກີບ ພັດທະນາຂະແໜງກະສິກຳ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າ 3 ໂຄງການໃຫ້ແກ່ຂະແໜງກະສິກຳ ຊຶ່ງພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ, ພິທີເຊັນສັນຍາໂຄງການຊ່ວຍໄດ້ຈັດຂຶ້ນທີ່ສະຖານທູດຍີ່ປຸ່ນປະຈຳລາວ ໂດຍຕາງໜ້າຂອງທ່ານ ຄຸໂນະ ຄາຊຶຮິໂຣະ ອຸປະທູດຍີ່ປຸ່ນປະຈຳລາວ ແລະ ບັນດາທ່ານຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ຂັ້ນເມືອງທີ່ຕາງໜ້າເຊັນຮັບໂຄງການ ໂດຍມີທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ໃຫ້ກຽດເຂົ້າຮ່ວມເປັນສັກຂ່ີພີຍານ.

ໂຄງການຊ່ວຍລ້າຄັ້ງນີ້ ປະກອບມີໂຄງການກໍ່ສ້າງຄອງເໝືອງ ແລະ ກໍ່ສ້າງອ່າງເກັບນ້ຳຊົນລະປະທານຂະໜາດນ້ອຍໃຫ້ໝູ່ບ້ານທີ່ກຳລັງປະເຊີນບັນຫາທ້າທາຍສະເພາະໃນແຂວງສະຫວັນນະເຂດ ໃນນັ້ນໂຄງການກໍ່ສ້າງຄອງເໝືອງແມ່ນຈະໄດ້ສ້າງຂຶ້ນທີ່ບ້ານໂພນທອງ,ບ້ານດອນແຍງ ເມືອງຈຳພອນ ແລະ ບ້ານຕົ້ນແຫນ ເມືອງໄຊບູລີ ເນື່ອງຈາກວ່າລະບົບຄອງເໝືອງທີ່ມີຢູ່ປະຈຸບັນແມ່ນບໍ່ໄດ້ມາດຕະຖານໂດຍມີລະບົບນ້ຳໄຫຼຮົ່ວຊຶມ.

ສ່ວນໂຄງການກໍ່ສ້າງອ່າງເກັບນ້ຳຊົນລະປະທານຂະໜາດນ້ອຍແມ່ນຈະໄດ້ສ້າງທີ່ບ້ານນ້ຳພຸ ເມືອງໄຊພູທອງ ໂດຍອ່າງເກັບນ້ຳລະບົບຊົນລະປະທານທີ່ມີຢູ່ໃນປະຈຸບັນແມ່ນໂຊມລົງເຊັນດຽວກັນ ສະນັ້ນໂຄງການເຫຼົ່ານີ້ຈະຊ່ວຍປັບປຸງຍົກລະດັບການເຂົ້າເຖິງເປົ້າໝາຍໄດ້ຮັບຜົນປະໂຫຍດສູງສຸດຂອງປະຊາຊົນ ສຳລັບ 3 ໂຄງການຂະແໜງກະສິກຳທີ່ລັດຖະບານຍີ່ປຸ່ນຊ່ວຍເຫຼືອລ້າຄັ້ງນີ້ລວມມູນຄ່າທັງໝົດແມ່ນ 2,61 ແສນໂດລາສາຫະລັດ ປະມານ 2,2 ກວ່າຕື້ກີບ.

ທ່ານ ບຸນຂວາງ ຄຳບຸນເຮືອງ ໄດ້ສະແດງຊົມເຊີຍມາຍັງຕໍ່ລັດຖະບານຍີ່ປຸ່ນທີ່ໄດ້ທີ່ໄດ້ເອົາໃຈໃສ່ຊອກແຫຼ່ງທຶນມາປະກອບສ່ວນເຂົ້າວຽກງານພັດທະນາດ້ານກະສິກຳ ແລະປ່າໄມ້ໃນ ສປປລາວ ໃນໂຄງການເສີມສ້າງຄວາມໝັ້ນຄົງມະນຸດໃນຂັ້ນຮາກຖານ ແລະ ພ້ອມຖືເອົາການພັດທະນາດ້ານກະສິກຳຂອງໂຄງການນີ້ເປັນປາຍແຫຼມໃນການສ້າງເສດຖະກິດ-ສັງຄົມອຳນວຍຄວາມສະດວກປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...