ພົບສານຟອກໂມນ ໃນຊີ້ນສັດຢູ່ຫຼາຍຕະຫລາດໃນນະຄອນຫລວງວຽງຈັນ

ພະແນກກະສິກໍາ-ປ່າໄມ້ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງໄດ້ແຕ່ງຕັ້ງໜ່ວຍງານລົງຕິດຕາມກວດກາສະພາບ ການລັກລອບໃຊ້ສານກັນບູດ (ຟອກໂມນ) ແຊ່ໃນອາຫານສົດ, ໂດຍສະເພາະ ປະເພດຊີ້ນ, ປາ, ເຄື່ອງໃນສັດ ແລະ ອາຫານທະເລຕ່າງໆຂອງຊາວຄ້າຂາຍ ຕາມທ້ອງຕະຫລາດໃຫຍ່ ໃນຕົວເມືອງໃນໄລຍະເດືອນ​ເມສາຜ່ານມາ ຄື:

ຢູ່ຕະຫຼາດເຂດ ເມືອງໄຊເສດຖາ, ສີສັດຕະນາກ ແລະ ເມືອງຈັນທະບູລີ ແລະ ຜ່ານການກວດ 17 ຕົວຢ່າງທີ່ສົງໄສວ່າມີສານເຄມີປົນເປື້ອນ, ຢູ່ຕະຫຼາດ ໜອງຈັນ, ໂພນສະຫວ່າງ ແລະ ຕະຫຼາດທາດຫຼວງ ພົບສານຟ໋ອກໂມນ (ສານກັນບູດ) ເກີນມາດຕະຖານຈຳນວນ 6 ຕົວ ຢ່າງຄື: ປາມຶກສົດ, ຍໍ່ງົວ, ຄວາຍ, ຕັບ, ປອດ, ຫົວໃຈ ແລະ ຊິ້ນສ່ວນສັດປີກ ທີ່ນຳເຂົ້າຈາກຕ່າງປະເທດຈຳນວນ 14 ຕົວຢ່າງ ຈາກນັ້ນກໍໄດ້ສັ່ງໃຫ້ຜູ້ຂາຍທຳລາຍອາຫານດັ່ງກ່າວທັນທີ ພ້ອມທັງ ຂຽນບົດບັນທຶກ,ຕັກເຕືອນ, ຫ້າມບໍ່ໃຫ້ພໍ່ຄ້າ, ແມ່ຄ້າລ່ວງ ລະເມີດລະບຽບກົດໝາຍດັ່ງກ່າວ ຢ່າງເດັດຂາດ ແລະ ຖ້າກວດພົບ ເຫັນໃນຄັ້ງຕໍ່ໄປຈະມີມາດຕະການປັບໄໝ ລົງໂທດຕາມ ລະບຽບກົດໝາຍ.

ເຈົ້າໜ້າທີ່ກ່ຽວຂ້ອງຕີລາຄາວ່າ: ປັດຈຸບັນ ສະພາບດັ່ງກ່າວໄດ້ມີທ່າອ່ຽງຫລຸດລົງຫລາຍ. ທັງນີ້ກໍຍ້ອນຂະແໜງ ກ່ຽວຂ້ອງໄດ້ເອົາ ໃຈໃສ່ລົງຕິດຕາມກວດກາເປັນປະຈຳ, ເພື່ອແນ່ໃສ່ຄວບຄຸມດ້ານ ໂພຊະນາການໃຫ້ຖືກຕາມຫລັກອະນາໄມ ແລະ ປາສະຈາກສານ ປົນເປື້ອນຕ່າງໆ ທີ່ສົ່ງຜົນກະທົບອັນບໍ່ດີຕໍ່ ສຸຂະພາບຂອງຜູ້ບໍລິໂພກ. ເນື່ອງຈາກສານດັ່ງກ່າວເປັນສານເຄມີ ທີ່ນໍາຢູ່ໃນວຽກງານທາງການ ແພດ, ຖ້າຜູ້ໃດກິນ ແລະ ສູບດົມສານ ດັ່ງກ່າວເຂົ້າໄປ ຮ່າງກາຍກໍຈະສົ່ງຜົນກະ ທົບຕໍ່ ລະບົບ ຫາຍໃຈ, ສະໜອງ, ລະບົບຍ່ອຍອາຫານ ແລະ ທຳລາຍຈຸລັງ ຕ່າງໆ, ເຮັດໃຫ້ສຸຂະພາບອ່ອນເພຍຊຸດໂຊມ ແລະ ມີພະຍາດອື່ນໆ ແຊກຊ້ອນຕາມມາ, ໂດຍສະເພາະພະຍາດມະເຮັງ.

ຫົວໜ້າຂະແໜງດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ນອກຈາກການລົງ ຕິດຕາມກວດກາການ ໃຊ້ສານກັນ ບູດເຈືອປົນ ໃນອາຫານ ແລ້ວ, ອີກບັນຫາໜຶ່ງທີ່ໜ້າເປັນຫ່ວງແມ່ນມີສານເຄມີຕົກຄ້າງໃນຊີ້ນ, ປາ, ເຊິ່ງເກີດຈາກການໃຊ້ຢາຕ້ານເຊື້ອເກີນຂະໜາດຂອງຜູ້ຜະລິດ, ຊຶ່ງຜ່ານມາໄດ້ກວດພົບການໃຊ້ຢາດັ່ງກ່າວເກີນຂະໜາດຫລາຍສົມຄວນຢູ່ໃນຟາມລ້ຽງສັດ ແລະ ປາກະຊັງຈຳນວນໜຶ່ງ, ໂດຍສະເພາະຜູ້ປະ ກອບການທີ່ຍັງບໍ່ໄດ້ຂື້ນທະບຽນກັບພາກສ່ວນກ່ຽວຂ້ອງ ແລະ ບໍ່ໄດ້ຮັບການ ກວດມາດຕະຖານການລ້ຽງກ່ອນສົ່ງຂາຍເຂົ້າຕະຫຼາດ. ຕໍ່ບັນຫາດັ່ງກ່າວຈຶ່ງ ເຕືອນໃຫ້ຜູ້ບໍລິໂພກກໍຄືປະຊາຊົນ ຈົ່ງເລືອກ ຊື້ອາຫານທີ່ສົດໃໝ່ ແລະ ສະອາດ ດີເທົ່ານັ້ນ.

ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ໃຫ້​ຮູ້​ວ່າ: ໃນຜ່ານມາວ່າ​ເຖິງມີການຫ້າມບໍ່ໃຫ້ ໃຊ້ສານເຄມີ (ຟ໋ອກໂມນ) ໃນອາຫານຢ່າງ ເດັດຂາດ, ແຕ່ 2-3 ປີມານີ້ ການນຳໃຊ້ສານດັ່ງກ່າວຍັງມີແຜ່ຫຼາຍ, ໂດຍສະເພາະແມ່ນການເກັບ ຮັກສາອາຫານດິບ ເຊັ່ນ: ຊີ້ນ, ປາຕ່າງໆບໍ່ໃຫ້ບຸດເນົ່າສາມາດເກັບໄວ້ໄດ້ດົນ ແຕ່ສານດັ່ງກ່າວ ພັດມີຜົນກະທົບ ລິດຮ້າຍແຮງ ຕໍ່ສຸຂະພາບຂອງຜູ້ບໍລິໂພກ ດັ່ງນັ້ນ, ຈຶ່ງຮຽກ ຮ້ອງໃຫ້ຊາວຄ້າຂາຍ ຈົ່ງຢຸດຕິຕໍ່ການປະພຶດບໍ່ດີດັ່ງກ່າວ ຢ່າງເດັດຂາດ ແລະ ຖ້າພົບເຫັນຈະ ມີມາດຕະການລົງໂທດຕາມ ລະບຽບກົດໝາຍ.

ຂອບໃຈຂໍ້ມູນຈາກ: ນສພ ລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...