ສະຫວັນ​ນະ​ເຂດ-ອຳນາດ​ຈະ​ເລີ​ນ ຈັດ​ໂຄງການ​ສົ່ງ​ເສີມ​ການທ່ອງທ່ຽວ ຕາມ​ເຂດ​ຊາຍ​ແດນ

ສະຫວັນນະເຂດ ແລະ ອຳເພີ ອຳນາດຈະເລີນ ປະເທດໄທ ໄດ້ຮ່ວມກັນຈັດໂຄງການສົ່ງເສີມ ແລະ ສະໜັບ ສະໜູນການທ່ອງທ່ຽວເຂດພື້ນທີ່ຊາຍແດນສອງຝ່າຍ ໃນລະຫວ່າງວັນທີ 24-28 ເມສາຜ່ານມານີ້ ໂດຍມີທິມງານຈາກຂະແໜງທ່ອງທ່ຽວ ລາວ-ໄທ ກໍໄດ້ຮ່ວມກັນໄປສຶກສາເກັບກຳຂໍ້ມູນບັນດາແຫລ່ງທ່ອງທ່ຽວຕ່າງໆ ຂອງແຕ່ລະທ້ອງຖິ່ນເພື່ອຊ່ວຍວາງແຜນປັບປຸງແກ້ໄຂບັນດາຈຸດອ່ອນຄົງຄ້າງຕ່າງໆ ເພື່ອແນໃສ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວໃຫ້ຫລາຍຂຶ້ນ ເປັນຕົ້ນແມ່ນ ພະທາດອີງຮັງ, ຫໍພິພິທະພັນໄດໂນເສົາ, ພະທາດໂຜ່ນ ແລະ ຫໍພິພິທະພັນມູນເຊື້ອຂອງ ແຂວງອີກດ້ວຍ.

ຮອງຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ແລະ  ຮອງຜູ້ຊ່ວຍທ່ອງທ່ຽວ ແລະ ກິລາອຳເພີ ອຳນາດຈະເລີນມີຄຳເຫັນວ່າ: ເວົ້າເລື່ອງການທ່ອງທ່ຽວປາກົດວ່າ ອຳເພີອຳນາດຈະເລີນ ແມ່ນສາມາດເຮັດໄດ້ດີກວ່າ ແຂວງສະຫວັນນະເຂດ ເພາະວ່າ ປະຊາຊົນ ແລະ ຊຸມຊົນໄດ້ໃຫ້ການຮ່ວມໄມ້ຮ່ວມມືເປັນຢ່າງດີໃນເບື້ອງແຂວງສະຫວັນນະເຂດ ແຫລ່ງທ່ອງທ່ຽວຫລາຍບ່ອນແມ່ນຍັງ ບໍ່ມີຄວາມພ້ອມພໍປານໃດ ເບື້ອງຊຸມຊົນກໍຍັງບໍ່ທັນໃຫ້ການຮ່ວມມືທີ່ດີ ແລະ ຄວາມຮູ້ຄວາມເຂົ້າໃຈ ຂອງພາກລັດຕໍ່ກັບວຽກງານນີ້ກໍຍັງບໍ່ໜັກແໜ້ນ ເຊິ່ງແຂວງ ສະຫວັນນະເຂດຍັງຈະຕ້ອງມີການປັບປຸງໃນຫລາຍ ຂອດ ເພື່ອດຶງດູດນັກທ່ອງທ່ຽວ ເປັນຕົ້ນກໍແມ່ນການຈັດລະບົບໃນບ່ອນທ່ອງທ່ຽວແຕ່ລະບ່ອນກໍຕ້ອງມີເລື່ອງເລົ່າ ໃຫ້ນັກທ່ອງທ່ຽວຟັງເພື່ອໃຫ້ເຂົາເຈົ້າເກີດຄວາມສັດທາ, ເກີດການຮຽນຮູ້, ບັນດາຂໍ້ມູນຕ່າງໆ ກໍຕ້ອງຈະແຈ້ງເປັນຈິງ, ເຊິ່ງນັກທ່ອງ ທ່ຽວທີ່ມາທ່ຽວແມ່ນມີສອງແບບຄືແບບສຶກສາຄົ້ນຄວ້າ ແລະ ແບບທ່ອງທ່ຽວເບິ່ງ ລວມແມ່ນຫລາຍບ່ອນ ຍັງບໍ່ມີຂໍ້ມູນພຽງພໍ.

ຈາກນີ້ແຫລ່ງທ່ອງທ່ຽວ  ແຕ່ລະບ່ອນກໍຕ້ອງມີຜູ້ອະທິບາຍໃນຊຸມຊົນ ແລະ ຄົນທີ່ນຳທ່ຽວນັ້ນກໍຕ້ອງເປັນຄົນ ທີ່ຮອບດ້ານຄືວ່າເຂົາຖາມກໍຕ້ອງຕອບໄດ້ ແລະ ຈະແຈ້ງ, ເວລາເຮັດການທ່ອງທ່ຽວກໍຕ້ອງມີກິດຈະກຳສະແດງທີ່ເປັນເອກະລັກຂອງທ້ອງຖິ່ນນັ້ນ ແລະ ຫ້າມເດັດຂາດເອົາວັດທະນະທຳອື່ນມາ ສະແດງຈາກນີ້ກໍມີບົດກອນ, ບົດຟ້ອນ, ບົດເພງ ຍິ່ງເປັນການດີ.

ການເຮັດການທ່ອງ ທ່ຽວກໍຕ້ອງມີຜະລິດຕະພັນ,  ກຸ່ມການຜະລິດເວລານັກ ທ່ອງທ່ຽວໄດ້ເຂົ້າມາກໍໃຫ້ ເຂົາເຈົ້າໄດ້ເຮັດໄດ້ຮ່ວມກັບ ຊຸມຊົນເຊັ່ນວ່າ ມີການຮຽນຟ້ອນ, ຮຽນລຳ ແລະ ອື່ນໆ ແລະ ໃຫ້ມີກິດຈະກຳຕະຫລອດແບບເບົາ, ແບບໜັກ ແລະ ມີການວາງແຜນທີ່ດີ ເບື້ອງອາຫານກໍໃຫ້ມີຫລາຍ ລະດັບບໍ່ຄືກັນສຳຄັນເຈົ້າພາບຕ້ອງໄດ້ສຳພາດກ່ອນ ເພື່ອໃຫ້ຖືກໃຈນັກທ່ອງທ່ຽວ ເຮົາຕ້ອງເຮັດອາຫານໃຫ້ ຖືກໃຈຜູ້ມາທ່ຽວຖ້າເປັນຄົນ ຕ່າງປະເທດເຮົາກໍຄວນສຶກ ສາເລື່ອງອາຫານເຂົາເຈົ້າ, ອີກຢ່າງການເຮັດການທ່ອງ ທ່ຽວກໍຄືວິທີການຫາເງິນ ນັກທ່ອງທ່ຽວມາທ່ຽວແມ່ນ ວ່າເຂົາມີເງິນເຂົາຈຶ່ງມາ.

ຈຸດຂາຍກໍແມ່ນຂອງທີ່ລະນຶກຕ່າງເຮັດບໍລິການ ທ່ອງທ່ຽວທີ່ດີມີຢູ່ 4 ຢ່າງຄື: ຈິງຈັງ, ຈິງໃຈ, ປອດໃສ ແລະ ໃຫ້ຄວາມຍຸດຕິທຳ./.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...