ສະມາຄົມນັກທຸລະກິດແມ່ຍິງລາວ ມອບເງິນປະກອບສ່ວນງານສະຫຼອງວັນວິສາຂະບູຊາ

ສະມາຄົມນັກທຸລະກິດແມ່ຍິງລາວ (ສທຍລ) ໄດ້ນຳເອົາເງິນຈຳນວນ 66 ລ້ານກວ່າ ກີບມາມອບໃຫ້ແກ່ສູນກາງແນວລາວສ້າງຊາດ (ສນຊ) ເພື່ອປະກອບສ່ວນເຂົ້າໃນວຽກງານສະເຫຼີມສະຫຼອງວັນວິສາຂະບູຊາປະຈຳ ປີ2019 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 16-18 ພຶດສະພາທີ່ຈະມາເຖິງນີ້.

ພິທີມອບ-ຮັບເງິນຈຳ ນວນດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 8 ພຶດສະພາ ຜ່ານມານີ້ ທີ່ສູນກາງແນວລາວສ້າງຊາດ ໂດຍ ແມ່ນ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວເປັນຜູ້ກ່າວມອບ ແລະ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດເປັນຜູ້ກ່າວຮັບ ຊຶ່ງມີພະນັກງານທັງສອງຝ່າຍເຂົ້າຮ່ວມ. ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະມາຄົມນັກທຸລະກິດແມ່ຍິງລາວທີ່ໄດ້ນຳເອົາເງິນມາມອບໃຫ້ຄັ້ງນີ້ ແລະ ຈະໄດ້ນຳເອົາເງິນຈຳນວນດັ່ງກ່າວໄປນໍາໃຊ້ເຂົ້າໃນ ວຽກງານສະເຫຼີມສະຫຼອງວັນວິສາຂະບູຊາໃນຄັ້ງນີ້ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...