ບໍລິຄຳໄຊ-ບຶງການ ຈັດກິດຈະກຳແຕ້ມຮູບວັດທະນະທຳສອງຝັ່ງຂອງ.

————————-
ກິດຈະ​ກຳ​ແຕ້ມ​ຮູບສິ​ລະ​ປະ​ວັດ​ທະ​ນະ​ທຳ ສອງ​ຝັ່ງ​ຂອງ ລະ​ຫວ່າງ ແຂວງບໍ​ລິ​ຄຳ​ໄຊ ສ​ປ​ປ​ລາວ ແລະ ແຂວງ ບຶງ​ການ ຣາ​ຊະອາະນາ​ຈັກ​ໄທ ຈັດ​ຂຶ້ນ​ໃນ​ທ້າ​ຍອາທິ​​ດຜ່ານ​ມາ ຢູ່​ພະ​ແນກຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ​ຽວ(ຖວທ) ແຂວງບໍ​ລິ​ຄຳ​ໄຊ ​ເຊິ່ງ​ນ້ອງ​ນັກ​ຮຽນທີ່​ເຂົ້າ​ຮ່ວມ ​ໄດ້​ແຕ້ມ​ຮູບ​ຕາມ​ໃຈ​ຕົນ​ເອງ ​ໃນ​ຫົວ​ຂໍ້​ທີ່​ມີ​ຄວາມ​ໝາຍ​ກ່ຽວ​ພັນ ​ກັບ​ສິ​ລະ​ປະ​ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ ພໍ່​ແມ່​ປະ​ຊາ​ຊົນ​ລາວ-ໄທ ທີ່​ອາ​ໃສ​ຢູ່​ລຽບ​ຕາມ​ແຄມ​ຝັ່ງ​ແມ່​ນ້ຳ​ຂອງ ແລະ ຮູບ​ແຕ້ມ​ຕ້ອງ​ສາ​ມາດ​ບົ່ງ​ບອກ​ເຖິງ​ສະ​ຖານ​ທີ່, ວິ​ຖີ່ຊີ​ວິດ, ຄວາມ​ອຸ​ດົມ​ສົມ​ບູນ​ທາງ​ດ້ານ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ອື່ນໆ ທີ່​ທຸກ​ຄົນ​ເຫັນ​ແລ້ວ​ສາ​ມາດ​ຮັບ​ຮູ້​ໄດ້ ແລະ ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຮູບ​ແຕ້ມ.

ອ່ານຕໍ່: http://kpl.gov.la/detail.aspx?id=39000
ພາບ​ປະ​ກອບ: https://images.thaiza.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...