ລັດຖະບານ ລົງທຶນໃສ່ການທ່ອງທ່ຽວແບບອະນຸລັກທຳມະຊາດ ຢູ່ແຂວງສະຫວັນນະເຂດ

ພະແນກແຜນການ ແລະ ການລົງທຶນ ແຂວງ ສະຫວັນນະເຂດ, ໂດຍການຮ່ວມມື ກັບໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ຢູ່ໃນລະບົບນິເວດປ່າໂຄກ ທີ່ຢູ່ພາກໃຕ້ຂອງ ສປປ ລາວ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດໂດຍກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ​ໄດ້ຈັດກອງປະຊຸມລະດົມແນວຄິດ ເພື່ອສົ່ງເສີມການລົງທຶນ ໃນຂະແໜງການທ່ອງທ່ຽວ ແລະ ຄວາມຮັບຜິດຊອບ ຕໍ່ສັງຄົມຂອງຜູ້ປະກອບ ການໃນຂະແໜງການ ການບໍລິການທ່ອງທ່ຽວຂຶ້ນ​ ເມື່ອ​ທ້າຍ​ເດືອນ​ທີ່​ຜ່ານ​ມາ ຢູ່ເມືອງຊົນນະບູລີ, ​ເຊິ່ງໄດ້ຮັບການສະໜັບສະໜຸນ ຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ກອງທຶນສິ່ງ ແວດລ້ອມໂລກ, ​ໂດຍ​ມີບັນດາຕາງໜ້າພາກເອກະຊົນ, ຜູ້ປະກອບການ, ແຂວງ ສະຫວັນນະເຂດ, ກະ ຊວງ ແລະ ກົມກອງທີ່ກ່ຽວຂ້ອງ​ເຂົ້າຮ່ວມ.

ອ່ານ​ຕໍ່: http://kpl.gov.la/detail.aspx?id=39010

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...