ອົງການກາແດງລາວຊ່ວຍເຫລືອ ປະຊາຊົນບ້ານຫາດຍາວ ແລະ ບ້ານໃໝ່ ເມືອງສະໜາມໄຊ


ອົງການກາແດງລາວ ໄດ້ໃຫ້ຊ່ວຍເຫລືອປະຊາຊົນ ບ້ານຫາດຍາວ ຜູ້ທີ່ປະສົບໄພນໍ້າຖ້ວມ ທີ່ເມືອງ ສະໜາມໄຊ ແຂວງ ອັດຕະປື ສາຍເຫດຍ້ອນພະຍຸເຊີນຕິນ ເກີດມີຝົນຕົກໜັກນໍ້າຖ້ວມ ແລະ ຄູສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນເດືອນຜ່ານມາ.

ເຄື່ືອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້, ມີ ປາກະປ໋ອງ, ທຽນໄຂ, ກັບໄຟ, ຖົງດຳໃສ່ຂີ້ເຫຍື້ອ, ຢາທາກັນຍຸງ, ມອບໃຫ້ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ສູນໂຮງຮຽນປະຖົມ ບ້ານຫາດຍາວ ແລະ ບ້ານໃໝ່ ມີ 139 ຄອບຄົວ, 564 ຄົນ, ຍິງ 282 ຄົນ.

ກ່າວມອບໂດຍ, ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ທ່ານ ພົນໂທ ອຳນາດ ບາລີ ຜູ້ອຳນວຍການ ສຳນັກງານບັນເທົາທຸກສະພາກາຊາດໄທ ແລະ ທ່ານ ວຽງໄຊ ໄຊສົມບັດ ຫົວໜ້າຫ້ອງການ ກາແດງແຂວງ ອັດຕະປື ແລະ ກ່າວຮັບໂດຍປະຊາຊົນບ້ານດັ່ງກ່າວ. ລວມ ມູນຄ່າທັງໝົດ 36.835.000 ກີບ.

ເຄື່ອງຂອງຈຳນວນດັ່ງກ່າວ, ແມ່ນໄດ້ຮັບການສະໜັບສະໜູນ ຈາກສະພາກາຊາດໄທ, ຫລັງຈາກນັ້ນ ທາງສະພາກາຊາດໄທ ໄດ້ໃຫ້ຄວາມຮູ້ທາງດ້ານສຸຂະອະນາໄມ ແລະ ວິທີປ້ອງກັນ ພະຍາດຕ່າງໆ ຕື່ມອີກ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,