ພູເບ້ຍ ມາຍນິງ ປະກອບສ່ວນພັນທະໃຫ້ລັດຖະບານ 86 ລ້ານກວ່າໂດລາ

ໃນປີ 2018 ຜ່ານມາ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ສືບຕໍ່ດຳເນີນການຜະລິດແຮ່ທອງ-ຄຳ ຢ່າງຕໍ່ເນື່ອງ, ສ້າງວຽກເຮັດງານທຳ ໃຫ້ຄົນລາວ 3.000 ກວ່າຕຳແໜ່ງ ແລະ ໄດ້ມອບພັນທະໃຫ້ກັບລັດຖະບານ ຈຳນວນ 86 ລ້ານກວາ ໂດລາສະຫະລັດ,ໂດຍຜ່ານຄ່າສຳປະທານ, ເງິນປັນຜົນ ທີ່ລັດຖະບານ ຖືຫຸ້ນຮ່ວມ 10% ລວມທັງ ອາກອນເງິນເດືອນ ພະນັກງານ ແລະ ອາກອນກໍາໄລ.

ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ແຈ້ງໃຫ້ຮູ້ວ່າ: ບໍລິສັດ ພູເບ້ຍ ມາຍນິງ ທີ່ມີ 2 ໂຮງ ງານ ຄື:

ໂຮງງານຜະລິດ ທອງ-ຄຳ ພູຄຳ ແລະ ໂຮງງານຜະລິດ ຄຳ-ເງິນ ບ້ານຫ້ວຍຊາຍ ແຂວງໄຊສົມບູນ ໃນປີ 2018 ໄດ້ທຳການ ຜະລິດທອງ ໃນແຮ່ເຂັ້ມຂຸ້ນ ປະມານ 83.680 ໂຕນ ແລະ ຜະລິດຄໍາ 70.787 ອອນ, ສ່ວນຢູ່ໂຮງງານ ຫ້ວຍຊາຍ ສາມາດ ຜະລິດຄໍາ ໄດ້ 108.570 ອອນ ແລະ ເງິນ 666.628 ອອນ ຈັດຢູ່ໃນຕົວເລກ ໃກ້ຄຽງ ກັບການຜະລິດ ໄລຍະປີ 2017.

ໂດຍປະຕິບັດ ຕາມກົດໝາຍ ຂອງລັດຖະບານ ເພື່ອປະກອບສ່ວນ ເຂົ້າໃນງົບ ປະມານຂອງລັດ ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບພັນທະ ໃຫ້ລັດຖະບານ ໃນປີ 2018 ຜ່ານມາ ເປັນຈຳນວນເງິນ 86,35 ລ້ານໂດລາ ສະຫະລັດ, ໂດຍຜ່ານຄ່າ ທໍານຽມ ດ່ານພາສີ, ອາກອນເງິນເດືອນ, ພາສີຊັບພະຍາ ກອນແຮ່ທາດ, ສຳປະທານ, ເງິນປັນຜົນ ແລະ ອາກອນກຳໄລຕ່າງໆ.

ນັບແຕ່ປີ 2006 ເຖິງປັດຈຸບັນ ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນ ເປັນຕົວເລກ ສະສົມປະມານ 716 ລ້ານໂດລາ ສະຫະລັດ ໃຫ້ລັດຖະບານ. ປັດຈຸບັນ ມີແຮງງານ ທັງໝົດ 3.200 ຄົນ ຕ່າງປະເທດກວມເອົາປະມານ 8-10%.

ນອກຈາກ ທຳການຜະລິດ ເພື່ອສົ່ງອອກແຮ່ທາດ ເປັນການ ສ້າງວຽກເຮັດ ງານທຳໃຫ້ປະຊາຊົນ ໃກ້ຄຽງແລ້ວ ຍັງເປັນການ ປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍັງເປັນການ ສົ່ງເສີມ ປະຊາຊົນ ບໍລິເວນ ໃກ້ຄຽງ ຮຽນຮູ້ເລື່ອງ ປູກຝັງ, ລ້ຽງປາ ແລະ ສັດໃຫຍ່ ຢ່າງຖືກວິທີ ເພື່ອປ້ອນ ໃຫ້ກັບໂຮງ ງານ ແລະ ປ້ອນຕະຫລາດທົ່ວໄປ ເຮັດໃຫ້ເສດຖະກິດຄອບຄົວ ເຂົາເຈົ້າຄ່ອຍຍົກລະດັບມາເທື່ອລະຂັ້ນ ຈົນກ້າວອອກຈາກ ຄວາມທຸກຍາກໄດ້ສຳເລັດ ແລະ ກາຍເປັນເສດຖະກິດຄອບຄົວທີ່ເຂັ້ມແຂງ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...