ກະຊວງສຶກສາ ແລະ ກິລາ ປະກາດນຳໃຊ້ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ເປັນທາງການ

ທ່ານ ຮສ.ປອ ກອງ​ສີ ແສງ​ມະ​ນີ ຮອງລັດ​ຖະ​ມົນ​ຕີ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດນຳໃຊ້ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ຢ່າງເປັນທາງການ ໂດຍເລີ່ມຕົ້ນນຳໃຊ້ໃນຊັ້ນ ປ.1 ​ແຕ່ເດືອນກັນຍາ ສົກຮຽນ 2019-2020 ​ເປັນ​ຕົ້ນ​ໄປ ​ເພື່ອ​​ເປັນການ​ປະກອບສ່ວນ​ສຳຄັນ​ໃນ​ການ​ປັບປຸງ​ຄຸນ​ນະພາ​ບ ແລະ ​ຜົນ​ໄດ້​ຮັບ​ໃນ​ການ​ຮຽນ​ຂອງ​ເດັກ ນ້ອຍ​ລາວ​ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອລະ​ກ້າວ.

ພິທີປະກາດດັ່ງກ່າວ, ໄດ້ຈັດຂຶ້ນຜ່ານມາ ທີ່ໂຮງຮຽນປະຖົມສົມບູນທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ກອງ​ສີ ແສງ​ມະ​ນີ ຮອງລັດ​ຖະ​ມົນ​ຕີ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ມີທ່ານ ນາງ ປອ ຊາ​ແມນສະ​ໂຕນ ທູດ​ຮັບ​ຜິດ​ຊອບ​ວຽກ​ງານແມ່​ຍິງ ແລະ ເດັກ​ຍິງ ​ປະ​ເທດ​ອົດ​ສະ​ຕ​ຣາ​ລີ, ທ່ານ ນາງ ຄຳເພົາເອີນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ​ທ່ານ ຈ໋ອງເບີ​ນາດ ຄາ​ຣາ​ສ໌ໂກ ເອ​ກ​ອັກ​ຄະ​ລັດ​ຖະ​ທູດອົດ​ສະ​ຕ​ຣາ​ລີ ປະ​ຈຳ​ລາວ, ​ທ່ານ ລີ​ໂອ ຟາ​ເບີ ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ພາບ​ເອີ​ຣົບ ປະ​ຈຳ​ລາວ, ​ທ່ານ ນາງ ຣີ​ນາ ບິດ​ເຕີ ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດ​ອາ​ເມ​ລິ​ກາ ປະ​ຈຳ​ລາວ, ​ພ້ອມຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າຫ້ອງການ ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ​ຫົວ​ໜ້າ-ຮອງຫົວໜ້າ ​ພະ​ສຶກ​ສາ​ທິ​ການ ແລະ ກິ​ລາ​ 18 ແຂວງ, ​ວິ​ທະ​ຍາ​ໄລ​ຄູ 8 ແຫ່ງ​, ບັນດາກະຊວງທີ່ກ່ຽວ ຂ້ອງ, ​ຄູ່​ຮ່ວມ​ພັດ​ທະ​ນາ​ດ້ານ​ການ​ສຶກ​ສ​າ, ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ, ຄູ​ສອນ, ຜູ້​ປົກ​ຄອງ ພໍ່ແມ່​ນັກ​ຮຽນ ແລະ ນ້ອງນັກ​ຮຽນ​ຊັ້ນ​ປະ​ຖົ​ມ​​ຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ຮສ.ປອ ກອງສີ ແສງມະນີ ໄດ້ກ່າວວ່າ: ການປະກາດນຳໃຊ້ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ​ແມ່ນມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຫຼາຍ ຊຶ່ງ​ທຸກ​ພາກສ່ວນ​ທີ່​ຮັບຜິດຊອບ​ໄດ້​ພ້ອມ​ກັນ​ສຸມ​ຈິດໃຈ​ໃສ່​ວຽກ​ງານ​ດັ່ງກ່າວ​ຈົນ​ສຳ​ເລັດ​ດ້ວຍ​ດີ, ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແມ່ນສຸມໃສ່ການຮຽນທີ່ເນັ້ນການປະຕິບັດຕົວຈິງ ແລະ ເອົານັກຮຽນເປັນໃຈກາງ, ຊຶ່ງນັກຮຽນຈະໄດ້ຮຽນໂດຍການເຮັດກິດຈະກຳຕ່າງໆ ແລະ ນຳໃຊ້ຄວາມຮູ້ໃໝ່ໃນຫ້ອງຮຽນຮ່ວມ.

ພ້ອມກັນ​ນັ້ນ, ​ຍັງ​ມີ​ວິ​ທີ​ການ​ຮຽນ​ການ​ສອນ​ແບບໃໝ່ອີກ ເຊັ່ນ: ການ​ຮຽນ​ການ​ສອນ​ວິ​ຊາ​ພາ​ສາ​ລາວ ທີ່​ຈະ​ຊ່ວຍ​ເດັກ​ນ້ອຍ​ຮຽນ​ອ່ານ ແລະ ຮຽນ​ຂຽນ​ໄດ້​ງ່າຍ​ຂຶ້ນ, ໃນໄລຍະ 4 ປີ​ທີ່ຜ່ານມາ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິລາ ສ​ປ​ປ ລາວ ໄດ້​ພັດ​ທະ​ນາ​ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາ​ ສະ​ບັບ​ປັບ​ປຸງ​ໃໝ່ ພ້ອມ​ກັບ​ສື່​ການ​ຮຽນ​ການ​ສອນ​ໃໝ່ ແລະ ແຜນ​ຝຶກ​ອົບ​ຮົມ​ຄູ​ປະ​ຈຳ​ການ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ສະຫະພາບເອີຣົບ ແລະ ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໂດຍ​ຜ່ານ​ແຜນ​ງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (​ບີ​ຄວາ), ສໍາລັບ​ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາ ​ສະ​ບັບ​ປັບ​ປຸງ​ໃໝ່​ ແມ່ນຈະ​ໄດ້ຈັດຕັ້ງປະຕິບັດໄປເທື່​ອ​ລະ​ຂັ້ນ​ຮຽນ, ໂດຍ​ເລີ່ມ​ຈາກຫຼັກ​ສູດ​ຂັ້ນ ປ.1 ໃນ​ເດືອນ​ກັນ​ຍາ 2019 ແລະ ໃນຂັ້ນ ປ.5 ໃນສົກ​ຮຽນ 2023-2024 ພ້ອມ​ຫວັງ​ຢ່າງ​ຫຍິ່ງ​ວ່າ​ ຫຼັກສູດ​ສະບັບ​ປັບປຸງ​ໃໝ່​ຈະ​ປະກອບສ່ວນ​ສຳຄັນ​ໃນ​ການ​ປັບປຸງ​ຄຸນ​ນະພາ​ບຂອງ​ຜົນ​ໄດ້​ຮັບ​ໃນ​ການ​ຮຽນ​ຂອງ​ເດັກນ້ອຍ​ລາວ​​ໃຫ້ເ​ກີດ​ຜົນ​ປະ​​ໂຫຍ​ດຢ່າງ​ສູງ​ສຸດ.

ໂອກາດດຽວກັນ, ທ່ານ ນາງ ປອ ຊາແມນ ສະໂຕນ ໄດ້ກ່າວວ່າ ​“ລັດຖະບານ ອົດສະຕຣາລີ ແລະ ຜູ້ຮ່ວມໃຫ້ທຶນ ມີຄວາມຍິນດີທີ່ໄດ້ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບໃໝ່ໃນທົ່ວປະເທດ, ຫຼັກສູດສະບັບປັບປຸງໃໝ່ນີ້ ແມ່ນບາດກ້າວທຳອິດທີ່ສຳຄັນໃນການປັບປຸງຜົນການຮຽນຂອງເດັກນ້ອຍລາວ ໂດຍສະເພາະແມ່ນ ເດັກນ້ອຍທີ່ດ້ອຍໂອກາດ ເປັນຕົ້ນແມ່ນເດັກຍິງ, ເດັກພິການ ແລະ ເດັກຊົນເຜົ່າ.

ສະນັ້ນ, ເພື່ອຈະເຮັດໃຫ້ຫຼັກສູດໃໝ່ ໄດ້ຮັບຜົນສຳເລັດ ມັນຕ້ອງມີການສິດສອນທີ່ມີຄຸນນະພາບ ແລະ ຄວາມເອົາໃຈໃສ່ຈາກທຸກພາກສ່ວນ ແລະ ທຸກຂັ້ນທົ່ວປະເທດ, ​ໂດຍຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ນີ້ ແມ່ນການປະຕິຮູບອັນສຳຄັນ ຊຶ່ງຈະມີວິທີການໃໝ່ ເຊັ່ນ:

ການແນະນຳເບື້ອງຕົ້ນເປັນເວລາ 1 ອາທິດໃຫ້ແກ່ນັກຮຽນ ປ.1 ເພື່ອສ້າງຄວາມຄຸ້ນເຄີຍກັບຊີວິດໃນໂຮງຮຽນ, ສະເໜີວິທີການສອນແບບໃໝ່ທີ່ເນັ້ນໃສ່ການປະຕິບັດຕົວຈິງ, ສົ່ງເສີມການຮຽນຮ່ວມ-ການສອນຫ້ອງຄວບຫຼາຍຂຶ້ນ ແລະ ນຳໃຊ້ວິທີການປະເມີນນັກຮຽນແບບໃໝ່ ເພື່ອວັດແທກຄວາມເຂົ້າໃຈ, ທັກສະ ແລະ ທັດສະນະຄະຕິຂອງນັກຮຽນ. ສຳລັບເດືອນກັນຍານີ້ ໂຮງຮຽນປະຖົມທຸກໆແຫ່ງຈະໄດ້ຮັບອຸປະກອນການຮຽນການສອນໃໝ່, ນັກຮຽນປະຖົມຈຳນວນຫຼາຍກວ່າ 800.000 ຄົນ ຈະໄດ້ຮັບປື້ມແບບຮຽນໃໝ່ ແລະ ຄູ ປ.1, ຜູ້ອຳນວຍ ການໂຮງຮຽນ ແລະ ຄູສຶກສານິເທດ ຈຳນວນ 16.600 ຄົນ ຈະໄດ້ຮັບການຝຶກອົບຮົມກ່ຽວກັບວິທີສິດສອນໃໝ່.

ນອກຈາກນັ້ນ, ໃນພິທີ ຜູ້ຕາງໜ້າຈາກສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ໄດ້​ນຳ​ສະ​ເໜີ​ກ່ຽວ​ກັບ​ສື່​ການ​ຮຽ​ນ​ການ​ສອນສຳລັບຂັ້ນ ປ.1 ຊຶ່ງມີປຶ້ມ​ແບບ​ຮຽນ 4 ວິ​ຊາ​ທີ່​ມີ​ສີ​ສັນ​ ແລະ ​ຮູບພາບ​ປະ​ກອບ, ຄູ່​ມື​ຄູ 7 ວິ​ຊາ ​ທີ່​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ສອນ​ບົດ​ຮຽນ, ຄຳ​ແນະ​ນຳ​ໃນ​ການ​ນຳ​ໃຊ້​ຄວາມ​ຮູ້​ໃນ​ທ້ອງ​ຖິ່ນ, ການ​ສອນ​ຫ້ອງ​ຄວບ ແລະ ການ​ສອນ​ນັກ​ຮຽນ​ທີ່ບໍ່ເວົ້າພາ​ສາ​ລາວ​, ປຶ້ມ​ນິ​ທານ​ທີ່​ເໝາະ​ສົມ​ຕາມ​ເກນ​ອາ​ຍຸ ເພື່ອ​ຊ່ວຍ​ການ​ຮຽນ​ການ​ສອນ​ພາ​ສາ​ລາວ, ຊຸດ​ປຶ້ມ​ອ່ານ​ເສີມ​ທີ່​ເໝາະ​ສົມ​ຕາມ​ຂັ້ນ​ຮຽນ ເພື່ອ​ຊ່ວຍ​ພັດ​ທະ​ນາ​ການ​ຮູ້​ໜັງ​ສື​ ແລະ ສື່​ການ​ຮຽນ​ການ​ສອນ​ເພີ່ມ​ເຕີມ​ອື່ນໆ.

ຕອນທ້າຍພິທີ, ຍັງໄດ້ມີການ​ລັ່ນ​ຄ້ອງ ປະ​ກາດ​ນຳ​ໃຊ້​ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາ ​ສະ​ບັບ​ປັບ​ປຸງ​ໃໝ່​ຢ່າງ​ເປັນ​ທາງ​ການ ພ້ອມທັງ​ຢ້ຽມ​ຊົມ​ການ​ວາ​ງ​ສະ​ແດງສື່​ການ​ຮຽນ​ການ​ສອນ​ທີ່​ໄດ້ພັດທະນາ​ຂຶ້ນ​ ເພື່ອນຳໃຊ້ໃນການຈັດຕັ້ງປະຕິບັດ​​ຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່.

ແຫຼ່ງຂໍ້ມູນ: ຂໍ້ມູນຂ່າວສານ ສຶກສາ ແລະ ກິລາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.