Articles by

InsideLaos

Online Journalists at insidelaos.com.

2019 ດ່ານລະໄລ ລາວ-ຫວຽດ ຄາດຄະເນຈະເກັບລາຍຮັບໃຫ້ໄດ້ 60 ຕື້ກີບ

ທ່ານ ພັນໂທ ສຳລີ ໂພທິສານ ຫົວໜ້າດ່ານສາກົນລະໄລໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນທ້າຍເດືອນທີ່ຜ່ານມານີ້ວ່າ: ດ່ານສາກົນລະໄລແມ່ນໂຄງປະກອບລະ ຫວ່າງຊາຍແດນປະເທດເປັນຕົວແທນທ້ອງຖິ່ນໃນການປະຕິບັດໜ້າທີ່ພັນທະສາກົນ, ພ້ອມທັງເຮັດໜ້າທີ່ປ້ອງກັນຄວາມສະຫງົບສຸກ, ຄວາມປອດໄພລະຫວ່າງຊາດ, ດ້ານລະໄລສາກົນປະກອບມີ 10 ຂະແໜງການ, ມີພະນັກ ງານທັງໝົດ 90 ຄົນ, ຍິງ 7...

ພະພຸດທະເຈົ້າບອກໄວ້ ຜູ້ຍິງບໍ່ໄດ້ເປັນໃຫຍ່ ຍ້ອນແບບນີ້!

        ເລື່ອງຜູ້ຍິງເປັນເລື່ອງໃຫຍ່ ພະພຸດທະເຈົ້າໄດ້ສອນສັ່ງໄວ້ ກ່ຽວກັບຜູ້ຍິງມີຢູ່ຫຼາຍເລື່ອງ ແຕ່ຂໍນຳມາໃຫ້ຮູ້ບາງເລື່ອງເທົ່ານັ້ນ. ພຸດທະອົງບອກວ່າ ຜູ້ຍິງບໍ່ໄດ້ເປັນໃຫຍ່ຍ້ອນ: ເກັບອາລົມໄວ້ບໍ່ຢູ່.ມັກອິດສາລິດສະຫຍາ ຍິ່ງມັກເຫັນແກ່ຕົວ ຫຼາຍກວ່າສ່ວນລວມ.ມີຄວາມສະຫຼຽວສະຫຼາດຈຳກັດ ດັ່ງນັ້ນຈຶ່ງເປັນໃຫຍ່ຍາກ. ທີ່ມາ: http://www.silpathai.net

ປີກາຍນີ້ ທລຍ ໄດ້ຫລຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນ 27,371 ຄອບຄົວ

ໃນວັນທີ 7 ມີນາ 2019 ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມສະພາບໍລິຫານກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ຄັ້ງທີ 24 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ລຽນ ທິແກ້ວ...

ເມືອງບົວລະພາ ສ້າງຂະບວນການສ້ອມແປງຂົວທີ່ເປ່ເພ

ໃນລະຫວ່າງວັນທີ່ 2 – 6 ມີນາ 2019 ທີ່ຜ່ານມາ ຄະນະກອງກໍ່ສ້າງຮາກຖານການເມືອງ, ກຸ່ມບ້ານ ນາພະນັງ ເມືອງບົວລະພາ ໄດ້ສົມທົບກັບ ອຳນາດ ການປົກຄອງບ້ານ, ພໍ່ແມ່ປະຊາຊົນ ບ້ານ ນາປຸ່ງ,...

ເມືອງ​ໝື່ນ ມີ​ຄອບ­ຄົວ​ທຸກ​ຍາກ​ພຽງ 50 ກວ່າ​ຄອບ­ຄົວ

ເມືອງ​ໝື່ນ ແມ່ນ​ໜຶ່ງ​ໃນ​ຫລາຍ ເມືອງ​ຂອງ​ແຂວງ​ວຽງ​ຈັນ​ທີ່​ມີ​ທ່າແຮງ​ຫລາຍ​ດ້ານ​ໃນ​ການ​ແກ້​ໄຂຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ ບັນດາ​ເຜົ່າ​ບວກ​ໃສ່​ການ​ສົ່ງ­ເສີມ​ຂອງ​ທຸກ​ຂະ­ແໜງ­ການ ເຮັດ​ໃຫ້​ຊີ­ວິດ​ການ ເປັນ​ຢູ່​ໄດ້​ຮັບ​ການ​ປັບ­ປຸງ​ດີ, ຄອບຄົວ​ທຸກ​ຍາກ​ໄດ້​ຮັບ​ການ​ແກ້​ໄຂ​ຍັງ ເຫລືອ​ພຽງ 50 ກວ່າ​ຄອບ­ຄົວ 14 ບ້ານ​ທົ່ວ​ເມືອງ​ໃນ​ປັດ​ຈຸ​ບັນ. ດ້ວຍ​ຄວາມ​ເອົາ­ໃຈ­ໃສ່​ຈັດ​ຕັ້ງປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ​ຖະກິດ-​ສັງ­ຄົມ​ໃນ​ປີ­ຜ່ານ­ມາ​ຂອງ​ບັນດາ​ໜ່ວຍ​ງານ​ຕ່າງໆ​ພາຍ​ໃນ​ເມືອງ ໝື່ນ​ບວກ​ໃສ່​ເງື່ອນ­ໄຂ​ສະ­ດວກ​ດ້ານ​ຕ່າງໆ​ເປັນ­ຕົ້ນ​ແມ່ນ​ພື້ນ­ຖານ​ໂຄງລ່າງ, ຖະ­ໜົນ​ຫົນ­ທາງ, ໄຟ­ຟ້າ ແລະ ຄວາມ​ອຸ­ດົມ­ສົມ­ບູນ​ທາງ​ທຳ​ມະ​ຊາດ...

ເປັນຜູ້ຍິງຕ້ອງຮູ້! ເລື່ອງ ການພັດທະນາແມ່ຍິງຢູ່ ສປປ.ລາວ

ການ​ພັດ­ທະ­ນາ​ແມ່­ຍິງ ແມ່ນພາກ­ສ່ວນ​ໜຶ່ງ​ທີ່​ມີ​ຄວາມ​ສຳ­ຄັນ ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນມະ­ນຸດ ເພື່ອ​ເຮັດ​ໃຫ້​ແມ່­ຍິງ​ມີ​ສຸ​ຂະພາບ​ແຂງ­ແຮງ, ມີ​ຄວາມ​ຮູ້, ຄວາມ​ສາ­ມາດ, ມີ​ແບບ­ແຜນ​ໃນ​ການ​ດຳລົງ​ຊີ­ວິດ, ມີ​ຄຸນ​ທາດ​ການ­ເມືອງ ແລະ ສິນ​ທຳ​ປະ­ຕິ​ວັດ. ແມ່­ຍິງ​ແມ່ນ​ກຳ­ລັງ​ແຮງ​ກ້າ​ອັນ ໃຫຍ່​ຫລວງ​ທີ່​ໄດ້​ປະ­ກອບ­ສ່ວນ​ໃນການ​ຕໍ່­ສູ້ ແລະ ເສຍ­ສະ­ຫລະ​ໃນ​ພາລະ​ກິດ​ຕໍ່­ສູ້​ກູ້​ຊາດ ແລະ ມີ​ບົດ ­ບາດ​ໃນທຸກ​ຂົງ­ເຂດ​ວຽກ​ງານ​ເປັນ­ຕົ້ນ​ແມ່ນ​ດ້ານ​ເມືອງ, ເສດ­ຖະ­ກິດ-​ສັງ­ຄົມ,    ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວດ­ລ້ອມ,...

ພັກແລະລັດ­ຖະ­ບານລາວ ຍາມໃດກໍຊຸກ­ຍູ້​ເພດ​ຍິງ ໃຫ້​ມີ​ຄວາມ​ກ້າວ­ໜ້າຢູ່ສະເໝີ

ພັກ ແລະ ລັດ­ຖະ­ບານ ຖື​ສຳຄັນ​ຕໍ່​ການ​ພັດ­ທະ­ນາ​ແມ່­ຍິງ ດ້ວຍການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ພັດ­ທະ­ນາສົ່ງ­ເສີມ​ຄວາມ​ກ້າວ­ໜ້າ​ປົກ​ປ້ອງສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ ຂອງ​ແມ່­ຍິງ​ໂດຍ​ການ​ສ້າງ​ທຸກ​ເງື່ອນໄຂ​ໃຫ້​ແມ່­ຍິງ​ມີ​ສຸ­ຂະ­ພາບ​ແຂງ­ແຮງ ມີ​ຄວາມ​ຮູ້​ຄວາມ​ສາ­ມາດ​ມີ​ຄຸນ​ສົມບັດ​ສິນ​ທຳ​ປະ­ຕິ­ວັດ​ມີ​ວຽກ​ເຮັດ​ງານທຳ ແລະ ມີ​ສິດ​ເທົ່າ​ທຽມ​ກັບ​ເພດຊາຍ ໂດຍ​ບໍ່​ຈຳ­ແນກ​ຖາ­ນະ​ດ້ານ​ການເມືອງ ເສດ­ຖະ­ກິດ​ວັດ­ທະ­ນະ­ທຳສັງ​ຄົມ. ສະ­ນັ້ນ, ພັກ ແລະ ລັດ­ຖະ­ບານ ຈຶ່ງ​ໄດ້​ສ້າງ​ກົດ­ໝາຍ​ວ່າ​ດ້ວຍ​ການພັດ­ທະ­ນາ...

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອລ້າ 60 ຕື້ກວ່າກີບ ເພື່ອຊ່ວຍຟື້ນຟູໄພພິບັດນ້ຳຖ້ວມຢູ່ ສປປ ລາວ

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອເປັນການຟື້ນຟູຄວາມເສຍຫາຍທີ່ ສປປ ລາວ ໄດ້ຮັບໃນປີຜ່ານມາ, ຈຳນວນ 4 ໂຄງການມູນຄ່າ 7,6 ລ້ານໂດລາ ຫຼືປະມານ 60 ຕື້ກວ່າກີບ,ໄດ້ມີຂຶ້ນໃນຕອນບ່າຍວັນທີ 6 ມີນາ 2019, ທີ່ຫ້ອງການອົງການສະຫະປະຊາຊາດ ຕາງໜ້າລັດຖະບານຍີ່ປຸ່ນຮ່ວມລົງນາມຂອງທ່ານ ທາເຄຊິ ຣິຄິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳລາວ,...