Monday, April 21, 2025

ເມືອງ​ໝື່ນ ມີ​ຄອບ­ຄົວ​ທຸກ​ຍາກ​ພຽງ 50 ກວ່າ​ຄອບ­ຄົວ

ເມືອງ​ໝື່ນ ແມ່ນ​ໜຶ່ງ​ໃນ​ຫລາຍ ເມືອງ​ຂອງ​ແຂວງ​ວຽງ​ຈັນ​ທີ່​ມີ​ທ່າແຮງ​ຫລາຍ​ດ້ານ​ໃນ​ການ​ແກ້​ໄຂຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ ບັນດາ​ເຜົ່າ​ບວກ​ໃສ່​ການ​ສົ່ງ­ເສີມ​ຂອງ​ທຸກ​ຂະ­ແໜງ­ການ ເຮັດ​ໃຫ້​ຊີ­ວິດ​ການ ເປັນ​ຢູ່​ໄດ້​ຮັບ​ການ​ປັບ­ປຸງ​ດີ, ຄອບຄົວ​ທຸກ​ຍາກ​ໄດ້​ຮັບ​ການ​ແກ້​ໄຂ​ຍັງ ເຫລືອ​ພຽງ 50 ກວ່າ​ຄອບ­ຄົວ 14 ບ້ານ​ທົ່ວ​ເມືອງ​ໃນ​ປັດ​ຈຸ​ບັນ.

ດ້ວຍ​ຄວາມ​ເອົາ­ໃຈ­ໃສ່​ຈັດ​ຕັ້ງປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ​ຖະກິດ-​ສັງ­ຄົມ​ໃນ​ປີ­ຜ່ານ­ມາ​ຂອງ​ບັນດາ​ໜ່ວຍ​ງານ​ຕ່າງໆ​ພາຍ​ໃນ​ເມືອງ ໝື່ນ​ບວກ​ໃສ່​ເງື່ອນ­ໄຂ​ສະ­ດວກ​ດ້ານ​ຕ່າງໆ​ເປັນ­ຕົ້ນ​ແມ່ນ​ພື້ນ­ຖານ​ໂຄງລ່າງ, ຖະ­ໜົນ​ຫົນ­ທາງ, ໄຟ­ຟ້າ ແລະ ຄວາມ​ອຸ­ດົມ­ສົມ­ບູນ​ທາງ​ທຳ​ມະ​ຊາດ ທີ່​ເໝາະ​ສົມ​ໃຫ້​ແກ່​ການ​ປູກ­ຝັງ-​ລ້ຽງ­ສັດ ເຊິ່ງ​ໄດ້​ກາຍ­ເປັນ​ທ່າ­ແຮງ ອັນ​ສຳ­ຄັນ​ໃນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ໃຫ້​ໝົດ​ໄປ​ເທື່ອ​ລະ​ກ້າວ.  ນອກ­ຈາກ​ນີ້, ປະ­ຊາ­ຊົນ​ສ່ວນ​ໃຫຍ່​ກໍ່ ຖື​ເອົາ​ການ​ທຳ​ການ​ຜະ­ລິດ​ກະ­ສິ­ກຳປູກ-​ລ້ຽງ­ສັດ​ເປັນ​ສິນ­ຄ້າ ໂດຍ​ສ່ວນຫລາຍ ແລະ ການ​ຄ້າ­ຂາຍ​ເປັນ​ອາ­ຊີບສຳ​ຮອງ. ແນວ­ໃດ​ກໍ່​ດີ​ດ້ວຍ​ເງື່ອນ­ໄຂ​ສະ­ດວກ, ການ​ສົ່ງ­ເສີມ​ຂອງ​ຂັ້ນເທິິງ ໃຫ້​ປະ­ຊາ­ຊົນ​ຜະ­ລິດ​ເປັນ​ສິນ​ຄ້າ. ມາຮອດ​ປັດ­ຈຸ­ບັນ​ນີ້ ເຮັດ​ໃຫ້​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໄດ້​ຮັບ​ການປັບ­ປຸງ​ດີ​ຂຶ້ນ, ຄວາມ­ທຸກ​ຍາກ​ໄດ້​ຮັບການ​ແກ້​ໄຂ​ເທື່ອ​ລະ​ກ້າວ, ສະ­ແດງໃຫ້​ເຫັນ​ຕົວ​ເລກ​ຄອບ­ຄົວ​ທຸກ​ຍາກຫລຸດ​ລົງ​ຍັງ​ເຫລືອກ​ວ່າ 50 ຄອບ ຄົວ​ໃນ 14 ບ້ານ.

ທ່ານ ຄຳ​ອ້າຍ ສຸກ​ພະ​ວົງ ນາຍ ບ້ານ​ນາ​ປ່າ​ໄຜ່​ໄດ້​ໃຫ້​ສຳ­ພາດ​ວ່າ: ໄລ­ຍະ​ຜ່ານ​ມາ ປະ­ສົບ​ການ​ດ້ານການ​ຜະ­ລິດ​ຂອງ​ປະ­ຊາ­ຊົນ​ຍັງ​ບໍ່​ທັນມີ​ຫລາຍ​ບວກ​ໃສ່​ການ​ລົງ​ຊີ້​ນຳ-​ນຳພາ​ດ້ານ​ເຕັກ­ນິກ​ຂອງ​ພາກ­ສ່ວນກ່ຽວ­ຂ້ອງ​ຍັງ​ບໍ່​ທົ່ວ​ເຖິງ ຈຶ່ງ​ເຮັດ​ການຜະ­ລິດ​ກະ­ສິ­ກຳ​ບາງຊະ­ນິດ​ຜ່ານ​ມາຍັງ​ຂາດ­ແຄນ ແລະ ໄດ້​ນຳ​ເຂົ້າ​ຈາກ ບ້ານ​ອື່ນ ໂດຍ​ສະ­ເພາະ​ແມ່ນ​ປະ­ເພດ ໝາກ­ແຕງ, ໝາກ­ໂມ ແລະ ສາ­ລີ, ແຕ່ມາ​ຮອດ​ປັດ­ຈຸ­ບັນ ກໍ່​ມີ​ກຸ່ມ​ການ​ຜະ­ລິດ ພືດ​ລະ­ດູ­ແລ້ງ​ເກີດ​ຂຶ້ນ ແລະ ສາ­ມາດຜະ­ລິດ​ໝາກ­ແຕງ, ໝາກ­ໂມ​ຕອບ​ສະໜອງ​ໃຫ້​ແກ່​ການ​ບໍ­ລິ­ໂພກ​ພາຍ​ໃນບ້ານ ແລະ ຂາຍອອກ​ໄປ​ບ້ານ​ອື່ນຈຳ­ນວນ​ໜຶ່ງ. ນີ້​ກໍ່​ແມ່ນ​ທ່າ­ແຮງ​ໜຶ່ງທີ່​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະ­ຊາ­ຊົນ​ໃນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ ແລະ ມາຮອດ​ປັດ­ຈຸ­ບັນ​ຍັງ​ເຫລືອ​ຄອບ­ຄົວທຸກ​ຍາກ 6 ຄອບ​ຄົວ.

ທີ່ມາ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.