Sunday, March 23, 2025

2019 ດ່ານລະໄລ ລາວ-ຫວຽດ ຄາດຄະເນຈະເກັບລາຍຮັບໃຫ້ໄດ້ 60 ຕື້ກີບ

ທ່ານ ພັນໂທ ສຳລີ ໂພທິສານ ຫົວໜ້າດ່ານສາກົນລະໄລໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນທ້າຍເດືອນທີ່ຜ່ານມານີ້ວ່າ: ດ່ານສາກົນລະໄລແມ່ນໂຄງປະກອບລະ ຫວ່າງຊາຍແດນປະເທດເປັນຕົວແທນທ້ອງຖິ່ນໃນການປະຕິບັດໜ້າທີ່ພັນທະສາກົນ, ພ້ອມທັງເຮັດໜ້າທີ່ປ້ອງກັນຄວາມສະຫງົບສຸກ, ຄວາມປອດໄພລະຫວ່າງຊາດ, ດ້ານລະໄລສາກົນປະກອບມີ 10 ຂະແໜງການ, ມີພະນັກ ງານທັງໝົດ 90 ຄົນ, ຍິງ 7 ຄົນ, ໃນໄລ ຍະຜ່ານມາດ້ານລະໄລສາກົນກໍ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ ແນວຄິດໃຫ້ແກ່ບັນດາສະມາຊິກພັກ, ພະນັກງານລັດຖະກອນຢ່າງເປັນປົກກະຕິ, ພ້ອມທັງເຊື່ອມຊຶມມະຕິ, ຄຳສັ່ງຕ່າງໆຂອງພັກວາງອອກໃນແຕ່ລະໄລຍະ, ມີແບບແຜນວິທີການນຳພາ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ,ແນວທາງນະໂຍບາຍ ແລະປະຕິບັດກົດ ໝາຍຂອງລັດ,ເອກະສານນິຕິກຳຕ່າງໆຢ່າງຕັ້ງໜ້າດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຈົນໄດ້ມີຜົນສຳເລັດຂຶ້ນເປັນກ້າວໆ.

ນອກຈາກນັ້ນກໍ່ຍັງໄດ້ ເອົາໃຈໃສ່ໃນການກວດກາລາດຕະເວນ, ຕ້ານ ແລະສະກັດກັ້ນການລັກລອບສິນ ຄ້າໜີພາສີພາຍໃນດ່ານ ແລະນອກດ່ານ,ໃນ 1 ປີຜ່ານມາດ່ານລະໄລສາກົນສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 38 ຕື້ກວ່າກີບ,ທຽບໃສ່ແຜນປີປະຕິບັດ ໄດ້ 67%, ລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກສິນຄ້າປະ ເພດນໍ້າມັນເຊື້ອໄຟ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າທີ່ສົ່ງ ອອກສ່ວນໃຫຍ່ແມ່ນປະເພດກະສີກຳເຊັ່ນ: ມັນຕົ້ນ, ມັນດ້າງ, ໝາກກ້ວຍ, ກາເຟ, ສາລີ ແລະອື່ນໆ.

ທິດທາງຕໍ່ໜ້າຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນມີຄວາມຮູ້ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງວາງ ອອກຢ່າງເຂັ້ມງວດ, ເອົາໃຈໃສ່ໃນການ ກວດກາເວນຍາມເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ປະຊາຊົນ ແລະປະເທດຊາດ, ເປັນຕົ້ນແມ່ນ ການຕິດຕາມກວດກາຄົນເຂົ້າ-ອອກ ເມືອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ພົວພັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະອຳນວຍຄວາມສະດວກໃນການບໍລິການເຂົ້າ-ອອກຂອງຄົນ, ພາຫະນະ ແລະສິນຄ້າໃຫ້ມີຄວາມວ່ອງໄວ້ຖືກຕ້ອງຕາມລະບຽບກົດໝາຍ, ພ້ອມທັງສູ້ຊົນສືບຕໍ່ຈັດເກັບລາຍຮັບໃຫ້ໄດ້ຕາມແຜນການຄືໃຫ້ໄດ້ 60 ຕື້ກີບ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່