Friday, November 7, 2025
Kbank Laos โอน รับ จ่าย

ພາດບໍ່ໄດ້! ເຊີນຊິມຮ່ວມຊົມສິນຄ້າລາວ ໃນງານ​ Top​ Thai Brand ​ 2019

     ງານທ໊ອບໄທແບຣນ​ ຂອງທຸກໆປີ ນອກຈາກຈະມີສິນຄ້າ​ຈາກປະເທດໄທແລ້ວ ຍັງມີສິນຄ້າຈາກ ສປປ​ ລາວ​ ອີກດ້ວຍ ເຊິ່ງ​ສິນຄ້າຈາກປະເທດລາວສ່ວນໃຫ່ຍແມ່ນປະເພດສິນຄ້າ ຫັດຖະກຳ,​ ເຄື່ອງ​ສີມື,​ ຂອງກິນ,​ ຢາສະຫມຸນໄພ,​ ຜ້າຝ້າຍ ແລະ​ ຜ້າໄຫມລາວ​ ສິນຄ້າຈາກລາວ ແມ່ນຈະເນັ້ນໃຊ້ວັດຖຸດິບຈາກການເກັບຊື້ນຳປະຊາຊົນ ເພື່ອ​ໃຫ້ປະຊາຊົນ​ ມີລາຍຮັບເພີ່ມ​ຂຶ້ນ​ ແລະ​ ບາງຜະລິດຕະພັນແມ່ນໃຫ້ປະຊາຊົນມີສ່ວນຮ່ວມໃນການຜະລິດ​ ເຊິ່ງ​ປີນີ້ມີບູ໊ດສິນຄ້າລາວເຂົ້າຮ່ວມ 20​ ກວ່າບູ໊ດ.​

ໜຶ່ງໃນ ເຈົ້າຂອງຮ້ານ​ Huk​ Hom​ ໄດ້ບອກກັບເຮົາວ່າ: ຜ້າຝ້າຍຂອງຮ້ານເຮົາແມ່ນເຂັນມື 100% ເຊິ່ງຈະເນັ້ນໃຫ້ຊາວບ້ານມີສ່ວນຮ່ວມໃນການຜະລິດ​ ແລະ​ ຮ້ານເຮົາຍັງໄດ້ລະດົມໃຫ້ປະຊາຊົນປູກຝ້າຍ ແລະ​ ໃບຫ້ອມ ເພື່ອ​ນໍາມາໃຊ້ໃນການຜະລິດອີກດ້ວຍ. ພິເສດ! ຖ້າທ່ານໃດທີ່ມາທ່ຽວຊົມງານ​ທ໊ອບໄທແບຣນ​ 2019​ ໃນວັນ ທີ່​ 8​ ມີນາ​ ນີ້​ ແລ້ວມາແວ່ຊື້ຜະລິດຕະພັນກັບທາງຮ້ານ​ເຮົາ ແລ້ວບອກວ່າຮູ້ຂ່າວມາຈາກ ເພຈ ອິນໄຊລາວ ຫຼື​ ເວບໄຊອິນໄຊລາວ ແມ່ນຈະມີສ່ວນຫລຸດໃຫ້ 30%.​

ນອກຈາກນີ້​ເຈົ້າຂອງຮ້ານ​ ບ້ານ​ ບ້ານ​ ເຊິ່ງ​ເປັນຮ້ານຂາຍກະແລ້ມລາວ ໄດ້ບອກກັບທາງອິນໄຊລາວອີກວ່າ: ຜະລິດຕະພັນຂອງທາງຮ້ານ ແມ່ນໃຊ້ວັດຖຸດິບຈາກລາວໃນການຜະລິດ ເພື່ອ​ເນັ້ນໃຫ້ຊາວບ້ານ ມີລາຍຮັບ​ຫລາຍຂຶ້ນ. ​ຖ້າຊື້ກະແລັມຄົບ 20​ ໄມ້​ ແມ່ນຈະແຖມ ຖົງຜ້າໃຫ້ຫນຶ່ງຫນ່ວຍ.​

ຮ້ານ​ກະທິງທອງກໍເປັນຮ້ານຫນຶ່ງ ທີ່ໃຊ້ວັດຖຸດິບຈາກການເກັບຊື້ນຳປະຊາຊົນມາມີສ່ວນຮ່ວມໃນການຜະລິດ: “ສິນຄ້າຂອງຮ້ານເຮົາແມ່ນສະຫມຸນໄພລາວ ເຊິ່ງ​ວັດຖຸດິບ 80% ແມ່ນຂອງຄົນລາວ ມີພຽງຂວດແກ້ວບັນຈຸ ກັບ​ກ່ອງເທົ່ານັ້ນທີ່ນຳເຂົ້າ”.

​ນອກຈາກນີ້​ ທາງຮ້ານເຮົາຍັງມີດອກໄມ້ປະດິດດ້ວຍແປງ ເຊິ່ງເປັນສີມືຂອງປະຊາຊົນອ້ອມແອ້ມ ຈະໃຊ້ເວລາວ່າງເພຶ່ອມາຫາລາຍໄດ້ເສີມ ແລະ​ ສຳລັບວັນແມ່ຍິງທີ່ຈະມາຮອດນີ້ ທາງຮ້ານເຮົາກໍມີຂອງແຖມໃຫ້ກັບລູກຄ້າອີກຫລວງຫລາຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.