Wednesday, July 9, 2025
Kbank Laos โอน รับ จ่าย

“ເກັ່ງ ທະຊະຍະ” ຖ່າຍທອດສິລະປະ ລາວ – ໄທ ໃນພິທີເປີດງານ “Top Thai Brands 2019” ສປປ ລາວ ຢ່າງຍິ່ງໃຫ່ຍ

ເປີດງານແລ້ວຢ່າງຍີ່ງໃຫຍ່ ອາລັງການ ສົມກັບການລໍຄອຍ ງານສະແດງສິນຄ້າປະຈຳປີ “Top Thai Brands 2019” ງານສະແດງສຸດຍອດແບຣນໄທ ສຸດຍອດເຄືອຄ່າຍໄທ – ລາວ ໂດຍໄດ້ສິນລະປິນຊື່ດັງຈາກປະເທດໄທ “ເກັ່ງ ທະຊະຍະ” ມາຮ່ວມສ້າງສີສັນຢ່າງຍີ່ງໃຫຍ່ອະລັງການ ຮ່ວມດ້ວຍນັກສະແດງຈາກ ສປປ ລາວ ຢ່າງຕື່ນຕາຕື່ນໃຈ ເປັນການສະແດງທີ່ປະສົມປະສານວັດທະນະທຳລາວ ແລະ ໄທໄດ້ຢ່າງລົງຕົວ ເວົ້າໄດ້ວ່າຍີ່ງໃຫຍ່ອະລັງການ ກ່ອນເຂົ້າຊ່ວງພິທີເປີດງານຢ່າງເປັນທາງການ

ໃນປີນີ້ງານ Top Thai Brands 2019 ໄດ້ຮັບກຽດຈາກ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ແລະ ທ່ານ ຊັດຊະວານ ສາຄອນສິນ ຮັກສາການອັກຄະຣາດຊະທູດແຫ່ງລາດຊະອານາຈັກໄທ ຮ່ວມເປັນປະທານໃນພິທີເປີດ ໂດຍມີ ທ່ານນາງ ຍານີ ສີມິໄຊ ອັກຄະຣາດຊະທູດທີ່ປຶກສາ (ຝ່າຍພານິດ) ເປັນປະທານໃນການຈັດງານ ພ້ອມດ້ວຍນັກທຸລະກິດຊາວໄທ ແລະ ສປປ ລາວ ແຂກຜູ້ມີກຽດ ແລະ ສື່ມວນຊົນ ຮ່ວມງານທັງຫລາຍ

ສຳລັບຜູ້ເຂົ້າຮ່ວມງານ ຈະໄດ້ພົບສິນຄ້າຈາກຜູ້ປະກອບການໄທ ແລະ ສປປ ລາວ ຫລາຍກວ່າ 200 ບູ້ດ ທັງອາຫານ ເຄື່ອງດື່ມ,ສິນຄ້າເພື່ອສຸຂະພາບ ແລະ ຄວາມງາມ,ສິນຄ້າເຄື່ອງຫນັງ,ສິນຄ້າສຳລັບເດັກ ແລະ ຂອງໃຊ້ໃນບ້ານອື່ນໆ ອີກຫລາກຫລາຍ ໃຫ້ເລືອກຊື້ໄດ້ຢ່າງຈຸໃຈ

ນອກຈາກນີ້ ຍັງມີກິດຈະກຳພິເສດເພື່ອເພີ່ມທັກສະວິຊາຊີບອີກຈຳນວນຫລາຍ ບໍ່ວ່າຈະເປັນການສາທິດພວງກະແຈ,ການເພ້ນເລັບ ລວມເຖິງກິດຈະກຳໃຫ້ຄວາມຮູ້ ການສຳມະນາຫົວຂໍ້ຕ່າງໆ ຫລາກຫລາຍຈາກຜູ້ປະກອບການລຸ້ນໃຫ່ມ ລວມເຖິງບັນດາຄົນດັງຈຳນວນຫລາຍມາຮ່ວມຕະຫລອດການຈັດງານ

Top Thai Brands 2019 ຈັດຂື້ນລະຫວ່າງວັນທີ 6 -10 ມີນາ 2019 ທີ່ LAO ITECC (ຕຶກເກົ່າ)
ຫລືຕິດຕາມງານນີ້ໄດ້ທີ່ facebook.com/ThaitradecenterVientiane

#TopThaiBrands2019 #Vientiane #LaoPDR
“ໄທ – ລາວປະສານທຸລະກິດ ເຊື່ອມໂຍງເຄືອຂ່າຍ ຂະຫຍາຍການຄ້າ”

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.