Articles by

InsideLaos

Online Journalists at insidelaos.com.

“ຄົນທີ່ເຂົາຮັກເຮົາແທ້” “ເຂົາຈະເຮັດໃຫ້ມັນຊັດເຈນເອງ…”

ໃຜອ່ານໄດ້ ຖືວ່າເກັ່ງເຕີບ...ນີ້ຄືການຂຽນ ອັກສອນທຳແຖວທຳອິດ ອ່ານວ່າ...."ຄົນທີ່ເຂົາຮັກເຮົາແທ້""ເຂົາຈະເຮັດໃຫ້ມັນຊັດເຈນເອງ""ບໍ່ຕ້ອງໄປບັງຄັບເຂົາດອກ"..........................#ເຈ້ຍໂຕທຳໃບນີ້ຂຽນໂດຍຜູ້ຍິງທີ່ຍັງເປັນນັກສຶກສາຢູ່ ມ.ຊ#ຢາກຮູ້ຕໍ່ກະແຊໄປໃຫ້ຄົນທີ່ຮູ້ແປໃຫ້?#insidelaos#ອິນໄຊລາວCr.ນິດາ ວົງສະຫວັນ

ລັດຖະບານຈັດສັນງົບ 35 ຕື້ ສ້ອມແປງ 242 ໂຄງການ ໃນ 11 ແຂວງໃຫ້ທັນການຜະລິດລະດູແລ້ງ

ກົມຊົນລະປະທານ ກຽມຟື້ນຟູ-ສ້ອມແປງ ຊົນລະປະທານທັງໝົດ 242 ໂຄງການໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນຄອງເໝືອງ, ລະບົບຫົວງານ, ອ່າງເກັບນ້ຳ, ຝາຍນ້ຳລົ້ນ, ປະຕູນ້ຳ, ຈັກສູບນ້ຳ; ເພື່ອທົດແທນຜົນເສຍຫາຍໃນການຜະລິດລະດູຝົນຜ່ານມາ, ທັງຮັບປະກັນໃຫ້ການຜະລິດລະດູແລ້ງທ່ວງທັນກັບສະພາບການ ເພື່ອຮັບປະກັນການຄ້ຳປະກັນສະບຽງອາຫານ. ທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ...

EDL-Gen ແລະ GE ລົງນາມເຊັນສັນຍາພັດທະນາໂຄງການທົດລອງເຂື່ອນໄຟຟ້າພະລັງນ້ຳແບບດິຈິຕອນ ໃນ ສປປ ລາວ.

ບໍລິສັດ ຈາກສະຫະລັດອາເມລິກາ GE ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໃນການຈະເປັນເຈົ້າພາບຈັດ ກອງປະຊຸມອຸດສາຫະກໍາດິຈິຕອນໃຫ້ບັນດາເຈົ້າຫນ້າທີ່ພະລັງງານ ແລະ ເສີມຂະຫຍາຍພັດທະນາໂຄງລາງພື້ນຖານດ້ານພະລັງງານ ໃນ ສປປ ລາວ. ພາຍໃຕ້ MoU,...

ກະກຽມ​ເປີດກອງປະຊຸມ ປະທານອົງການພຸດທະສາສະໜາ 3 ຊາດ ລາວ-ຫຽດ​ນາມ-ກຳ​ປູ​ເຈຍ ຄັ້ງທີ 1

ມື້​ວານນີ້, ທີ່ສູນກາງແນວລາວສ້າງຊາດ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳພາດວ່າ: ກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 1 ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ, ໃນວັນທີ 12 ພະຈິກ...

ຖວທ. ນວ. ເລັ່ງບູລະນະອ້ອມກຳແພງເມືອງວຽງຈັນບູຮານ ກຽມເປີດໃນກາງເດືອນນີ້.

ຫຼັງຈາກຍຸຕິການຈັດກິດຈະກຳດ້ານວັດທະນະທຳຊົ່ວຄາວ ໃນຊ່ວງລະດູຝົນທີ່ຜ່ານມາ ພະແນກຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ, ຂະແໜງວັດທະນະທຳ ໄດ້ເລັ່ງປັບປຸງພື້ນທີ່ອ້ອມກຳແພງເມືອງວຽງຈັນບູຮານອີກເທື່ອ ເພື່ອກຽມຕ້ອນຮັບລະດູການທ່ອງທ່ຽວໃນລະດູໜາວ ໂດຍປ່ຽນເວທີໃໝ່ນຳດ້ວຍ ການກໍ່ອິດແທນໂຄງສ້າງເກົ່າ ທີ່ເຮັດດ້ວຍໄມ້ ແລະກໍ່ສ້າງສະຖານທີ່ພັກຜ່ອນເພີ່ມຕື່ມ ລວມເຖິງສ້ອມແຊມບໍລິເວນຂົວ ເຊິ່ງເກົ່າແກ່ຊຸດໂຊມ. ພ້ອມນີ້, ກຳນົດເປີດໃຫ້ບໍລິການເທື່ອໃໝ່ ຢູ່ລະຫວ່າງການປະເມີນຄວາມພ້ອມ ແຕ່ຄາດວ່າຈະຢູ່ໃນຊ່ວງກາງເດືອນນີ້...

ການກໍ່ສ້າງໂຮງຮຽນ ທີ່ໂຮງຮຽນປະຖົມສົມບູນພັນໄຊ ຄືບໜ້າ 30%

ໃນຕອນເຊົ້າຂອງມື້ນີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຊຸກຍູ້, ຕິດຕາມ-ກວດກາ ເບິ່ງຄວາມຄືບໜ້າ ໃນການກໍ່ສ້າງອາຄານໂຮງຮຽນຫຼັງໃໝ່ ຢູ່ໂຮງຮຽນປະຖົມສົມບູນພັນໄຊ, ເມືອງຊຳເໜືອ, ແຂວງຫົວພັນ. ໂດຍມີການນຳຂອງແຂວງຫົວພັນ, ຄູອາຈານ ແລະ ນັກຮຽນ...

ບຸນສະຫຼອງຫຼັກເມືອງ ປະຈໍາປີ 2018 ຢູ່ທີ່ວັດສີເມືອງ ບ້ານສີເມືອງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ

ບຸນສະຫຼອງຫຼັກເມືອງ ປະຈໍາປີ 2018 ຢູ່ທີ່ວັດສີເມືອງ ບ້ານສີເມືອງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ຈະຈັດຂຶ້ນວັນທີ 17-21 ພະຈິກ 2018 ໃນນີ້ວັນທີ 20 ພະຈິກ ເລີ່ມແຕ່ເວລາ 16:00...

2024 ແຂວງສາລະວັນ ຈະເປັນແຂວງຢຸດຕິຖ່າຍຊະຊາຍ

ເພື່ອເຮັດໃຫ້ແຜນການຈັດຕັ້ງປະຕິບັດວຽກງານ ຊຈສ ເປັນໄປໄດ້ຕາມເປົ້າໝາຍທີ່ກຳນົດ ແລະແຜນການທີ່ວາງໄວ້ໃນຕໍ່ໜ້າທາງພະແນກສາທາລະນະສຸກແຂວງສາລະວັນຕ້ອງສູ້ຊົນເຮັດໃຫ້ໄດ້ບ້ານຢຸດຕິການຖ່າຍຊະຊາຍໃນປີ 2018, ທົ່ວແຂວງໃຫ້ໄດ້ 148 ບ້ານ, ປີ 2019 ໃຫ້ໄດ້ 273 ບ້ານ, ປີ 2020, ໃຫ້ໄດ້ 399...