Saturday, November 8, 2025
Kbank Laos โอน รับ จ่าย

ກະກຽມ​ເປີດກອງປະຊຸມ ປະທານອົງການພຸດທະສາສະໜາ 3 ຊາດ ລາວ-ຫຽດ​ນາມ-ກຳ​ປູ​ເຈຍ ຄັ້ງທີ 1

ມື້​ວານນີ້, ທີ່ສູນກາງແນວລາວສ້າງຊາດ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳພາດວ່າ: ກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 1 ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ, ໃນວັນທີ 12 ພະຈິກ 2018​, ພາຍ​ໃຕ້​ຄຳຂວັນ: ​​ ເພີ່ມ​ທະວີ​ມູນ​ເຊື້ອສາຍ​ພົວພັນ​ ຄວາມ​ສາມັກ​ຄີ ​ແລະ ການ​ຮ່ວມ​ມື​ ລະຫວ່າງ ​ອົງການ​ພຸດທະ​ສາສະໜາ 3 ປະ​ເທດ ກຳປູ​ເຈຍ-​ລາວ-​ຫວຽດນາມ ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ສາກົນ, ຊຶ່ງຄາດວ່າ ຈະມີຜູ້ເຂົ້າຮ່ວມທັງໝົດປະມານ 570 ອົງ/ທ່ານ

ຈຸ​ດປະສົງ ເພື່ອ​ຍົກ​ສູງ​ບົດບາດ​ການ​ເຄື່ອນ​ໄຫວ​ ຂອງ​ອົງການພຸດທະ​ສາ​ສະ​ໜາສຳພັນ​ລາວ​ ແຕ່ລະ​ຂັ້ນ, ​ເປັນ​ການ​ສ້າງ​ເງື່ອນ​ໄຂ ​ໃຫ້​ຜູ້​ແທນສົງ 3 ປະ​ເທດ ​ໄດ້​ພົບ​ປະ​ປຶກສາ​ຫາລື​ແລກ ປ່ຽນຄຳ​ຄິດ​ເຫັນ​ ເພື່ອ​ຮ່ວມ​ມື​ກັບ​ອົງການ​ຊາວ​ພຸດ​ກຳປູ​ເຈ​ຍ ​ແລະ ຫວຽດນາມ ​​ໃນ​ດ້ານ​ພຸດທະ​ສາສະໜາ​ໃນ​ເງື່ອນ​ໄຂ​ໃໝ່ ທີ່​ມີ​ການ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ສາກົນ ​ເປັນ​ການ​ປະກອ​ບສ່ວນຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະ ພາບ ອັນ​ເປັນ​ມູນ​ເຊື້ອ​ ຂອງ​ອົງການ​ຊາວ​ພຸດ ກໍ​ຄື ພຸດທະສາສະນິກະຊົນ 3 ປະ​ເທດ.
​ໃນ​ກອງປະຊຸມ​ຄັ້ງ​ນີ້, ຜູ້​ແທນ​ຈະ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ເຫັນ​ຂອງ​ປະທານ​ພຸດ​ທະ​ສາສະໜາ ​ແລະ ຄະນະ​ນຳ​ຂອງ​ຝ່າຍ​ຄາ​ລະວາ​ດທີ່​ກ່ຽວຂ້ອງ​ຂອງ 3 ປະ​ເທດ. ນອກ​ນີ້, ຜູ້​ແທນ​ຝ່າຍ ກຳປູ​ເຈຍ ​ແລະ ຫວຽດນາມ ​ຈະ​ໄດ້​ເຂົ້າຢ້ຽມຄຳນັບ ການ​ນຳ​ຂັ້ນ​ສູງ​ຂອງ​ພັກ-​ລັດ​ ​ແລະ ຈະ​ໄດ້​ມີ​ການ​ລົງ​ນາມ​ສອງ​ຝ່າຍ​ ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ການ​ຮ່ວມ​ມື ​ລະຫວ່າງ ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ ກັບ ອົງການ​ພຸດທະສາ​ສະໜາ​ ຫວຽດນາມ, ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ ກັບ ອົງການ​ພຸດທະສາ​ສະໜາ​ກຳປູ​ເຈຍ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ກັບ ສູນ​ກາງ​ແນວ​ໂຮມ​ສາມັກ​ຄີ​ພັດທະນາ​ມາຕຸພູມ​ກຳປູ​ເຈຍ. ຈາກ​ນັ້ນ, ຈະ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ 3 ຝ່າຍ ກໍາປູ​ເຈຍ-​ລາວ-​ຫວຽດນາມ.

Cr.KPL
ຮູບ​ປະ​ກອບ:www.onab.go.th

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.