Friday, November 7, 2025
Kbank Laos โอน รับ จ่าย

EDL-Gen ແລະ GE ລົງນາມເຊັນສັນຍາພັດທະນາໂຄງການທົດລອງເຂື່ອນໄຟຟ້າພະລັງນ້ຳແບບດິຈິຕອນ ໃນ ສປປ ລາວ.

ບໍລິສັດ ຈາກສະຫະລັດອາເມລິກາ GE ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໃນການຈະເປັນເຈົ້າພາບຈັດ ກອງປະຊຸມອຸດສາຫະກໍາດິຈິຕອນໃຫ້ບັນດາເຈົ້າຫນ້າທີ່ພະລັງງານ ແລະ ເສີມຂະຫຍາຍພັດທະນາໂຄງລາງພື້ນຖານດ້ານພະລັງງານ ໃນ ສປປ ລາວ.

ພາຍໃຕ້ MoU, GE ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມອຸດສາຫະກໍາດິຈິຕອນຮ່ວມກັບພະນັກງານຂອງ EDL-Gen ກ່ອນທີ່ຈະດໍາເນີນການປະເມີນທາງດ້ານເຕັກນິກຂອງໂຄງການພັດທະ ນາໄຟຟ້ານໍ້າຕົກ EDL-Gen ເພື່ອເປັນການວາງໂຄງລ່າງພື້ນຖານສໍາລັບໂຄງການທົດລອງ Asset Performance Management (APM).

ເປົ້າໝາຍໂຄງການທົດລອງ APM ແມ່ນການວິເຄາະ ແລະ ຄາດເດົາທີ່ມີປະສິດທິພາບກວ່າຂອງອຸປະກອນຜະລິດພະລັງງານໄຟຟ້າ ແລະ ການບຳລຸງຮັກສາ ຖ້າຫາກປະສົບຜົນສໍາເລັດ ໂຄງ ການທົດລອງຈະໄດ້ຮັບການຂະຫຍາຍອອກໄປ 9 ເຂື່ອນໄຟຟ້າເພີ່ມຕື່ມ ໃນ ສປປ ລາວ.

ເປັນກຽດເຂົ້າຮ່ວມເປັນສັກຄີພິຍານໃນພິທີເຊັ່ນສັນຍາ ມີເອກອັກຄະລັດຖະທູດຈາກສະຫະລັດອາເມລິກາ ທ່ານນາງ ຣີນາ ບິດເຕີ, ດຣ. ດາວວົງ ພອນແກ້ວ, ຫົວໜ້າຫ້ອງການກະຊວງ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Wouter Van Wersch, ປະທານແລະ ຜູ້ອຳນວຍການໃຫຍ່ ຂອງ GE Asia Pacific.

Cr.VientianeMai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.