Friday, November 7, 2025
Kbank Laos โอน รับ จ่าย

ລັດຖະບານຈັດສັນງົບ 35 ຕື້ ສ້ອມແປງ 242 ໂຄງການ ໃນ 11 ແຂວງໃຫ້ທັນການຜະລິດລະດູແລ້ງ

ກົມຊົນລະປະທານ ກຽມຟື້ນຟູ-ສ້ອມແປງ ຊົນລະປະທານທັງໝົດ 242 ໂຄງການໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນຄອງເໝືອງ, ລະບົບຫົວງານ, ອ່າງເກັບນ້ຳ, ຝາຍນ້ຳລົ້ນ, ປະຕູນ້ຳ, ຈັກສູບນ້ຳ; ເພື່ອທົດແທນຜົນເສຍຫາຍໃນການຜະລິດລະດູຝົນຜ່ານມາ, ທັງຮັບປະກັນໃຫ້ການຜະລິດລະດູແລ້ງທ່ວງທັນກັບສະພາບການ ເພື່ອຮັບປະກັນການຄ້ຳປະກັນສະບຽງອາຫານ.

ທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ ໃຫ້ສຳພາດວ່າ: ຍ້ອນໄພພິບັດທາງທໍາມະຊາດໄດ້ເກີດຂຶ້ນໃນເດືອນມິຖຸນາ-ກໍລະກົດຜ່ານມາ ເຮັດໃຫ້ລະບົບຊົນລະປະທານໃນຂອບເຂດທົ່ວປະເທດໄດ້ຮັບຜົນກະທົບທັງໝົດ 650 ໂຄງການ, ຊຶ່ງຄວາມເສຍຫາຍເບື້ອງຕົ້ນຕາມການປະເມີນແມ່ນ 238 ຕື້ກີບ, ພາຍຫຼັງນ້ຳບົກ ພາກສ່ວນກ່ຽວຂ້ອງ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອລົງເກັບກຳຂໍ້ມູນຜົນກະທົບ ສົມທົບກັບທ້ອງຖິ່ນ ຊຶ່ງຄັດຈ້ອນເອົາແຕ່ໂຄງການທີ່ຈຳເປັນ, ຈຶ່ງເຫັນວ່າໃນຂອບເຂດທົ່ວປະເທດເສຍຫາຍທັງໝົດ 242 ໂຄງການ ນັບທັງຄອງເໝືອງ ແລະລະບົບຫົວງານ ທີ່ມີການເປ່ເພ ຕ້ອງໄດ້ມີການສ້ອງແປງຈຶ່ງສາມາດໃຊ້ງານໄດ້ ໂດຍສະເພາະ ການຜະລິດລະດູແລ້ງສົກປີ 2018-2019.

ດັ່ງນັ້ນ ລັດຖະບານໄດ້ມີການຄົ້ນຄວ້າ ແລະຈັດສັນງົບປະມານ 35 ຕື້ກີບ ເພື່ອຟື້ນຟູ-ສ້ອມແປງສຸກເສີນໃນຈຳນວນ 242 ໂຄງການ ລວມມີ 11 ແຂວງໃນຂອບເຂດທົ່ວປະເທດ ເພື່ອແນໃສ່ເຮັດໃຫ້ການສະໜອງນ້ຳໃນເຂດເນື້ອທີ່ຊົນລະປະທານລະດູແລ້ງປີ 2018-2019 ທັນກັບສະພາບການ ໂດຍສະເພາະແມ່ນ ການຜະລິດເຂົ້ານາແຊງໃຫ້ໄດ້ 1 ແສນເຮັກຕາ ແລະພືດ 1,85 ແສນເຮັກຕາ, ຕາມມະຕິຕົກລົງຂອງກອງປະຊຸມເປີດກວ້າງ ກະຊວງກະສິກຳ ແລະປ່າໄມ້ ທີ່ໄດ້ເຫັນດີເປັນເອກະພາບຕົວເລກແຜນການຜະລິດລະດູແລ້ງ ທົດແທນຜົນເສຍຫາຍໃນການຜະລິດລະດູຝົນຜ່ານມາ, ໃນນັ້ນມີ 65 ພັນເຮັກຕາ ແມ່ນນອນຢູ່ໃນເຂດຊົນລະປະທານ.

#InsideLaos
#ອິນໄຊລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.