ຖວທ. ນວ. ເລັ່ງບູລະນະອ້ອມກຳແພງເມືອງວຽງຈັນບູຮານ ກຽມເປີດໃນກາງເດືອນນີ້.

ຫຼັງຈາກຍຸຕິການຈັດກິດຈະກຳດ້ານວັດທະນະທຳຊົ່ວຄາວ ໃນຊ່ວງລະດູຝົນທີ່ຜ່ານມາ ພະແນກຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ, ຂະແໜງວັດທະນະທຳ ໄດ້ເລັ່ງປັບປຸງພື້ນທີ່ອ້ອມກຳແພງເມືອງວຽງຈັນບູຮານອີກເທື່ອ ເພື່ອກຽມຕ້ອນຮັບລະດູການທ່ອງທ່ຽວໃນລະດູໜາວ ໂດຍປ່ຽນເວທີໃໝ່ນຳດ້ວຍ ການກໍ່ອິດແທນໂຄງສ້າງເກົ່າ ທີ່ເຮັດດ້ວຍໄມ້ ແລະກໍ່ສ້າງສະຖານທີ່ພັກຜ່ອນເພີ່ມຕື່ມ ລວມເຖິງສ້ອມແຊມບໍລິເວນຂົວ ເຊິ່ງເກົ່າແກ່ຊຸດໂຊມ.

ພ້ອມນີ້, ກຳນົດເປີດໃຫ້ບໍລິການເທື່ອໃໝ່ ຢູ່ລະຫວ່າງການປະເມີນຄວາມພ້ອມ ແຕ່ຄາດວ່າຈະຢູ່ໃນຊ່ວງກາງເດືອນນີ້ ໂດຍຈະເປີດໃຫ້ບໍລະການຕາມເວລາເກົ່າຄື 10 ໂມງເຊົ້າເປັນຕົ້ນໄປຈົນເຖິງເວລາຄ່ຳ ສ່ວນກິດຈະກຳພາຍໃນບໍລິເວນກຳແພງເມືອງວຽງຈັນບູຮານ ຍັງຄົງໄວ້ຮູບແບບເກົ່າ ຄືຕະຫຼາດນ້ຳ ແລະມຸມຖ່າຍຮູບຍ້ອນຍຸກ.

ນອກຈາກນີ້,ຍັງມີການສະແດງທາງດ້ານວັດທະນະທຳທຸກວັນອາທິດນຳອີກດ້ວຍ.

ໝາຍເຫດ: ພາບຖ່າຍພື້ນທີ່ໃນຂະນະທຳການປັບປຸງ ເປັນຮູບຖ່າຍ ເມື່ອວັນທີ່ 31 ຕຸລາ 2018.

#InsideLaos #ອິນໄຊລາວ #VisitLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...