Articles by

Soukanya InsideLaos

Vietjet ສະເໜີສ່ວນຫຼຸດ 10% ສໍາລັບການຈອງແບບກຸ່ມຈົນຮອດທ້າຍປີນີີ້.

(ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2024) – Vietjet ໄດ້ມອບໂປຣໂມຊັັນພິເສດໃນເວລາຈໍາກັດສູງສຸດເຖິງ 10% (ບໍ່ລວມພາສີ ແລະ ຄ່າທໍານຽມ) ສໍາລັບປີ້ໂດຍສານຊັ້ນປະຢັດ ຕັ້ງແຕ່ມື້ນີີ້ຈົນເຖິງວັນທີ 30 ທັນວາ 2024 ສໍາລັບຜູ້ໂດຍສານທີເດີນທາງເປັນກຸ່ມ 3 ຫາ 5 ຄົນ (ບໍ່ລວມເດັກນ້ອຍອາຍຸ 2 ປີ) ເຊິ່ງຈະໄດ້ຮັບສ່ວນຫຼຸດຫຼາຍເມື່ອຈອງຜ່ານ Vietjet.

ຈະຫອມໄດ້ແນວໃດ?  ໃນມື້ທີ່ບໍ່ໄດ້ອາບນ້ຳ

ຖ້າຕື່ນມາສວາຍໆ ໃນມື້ທີ່ອາກາດໜາວເຢັນສະບາຍ ປະມານ 10 ກວ່າອົງສາ ໃຜຈະຢາກອາບນ້ຳ! ແຕ່ຖ້າມື້ນີ້ມີນັດກັບໝູ່ເພື່ອນ ຫຼື ຈະໄປຕັ້ງເຕັ້ນນອນຢູ່ເທິງພູ ແລ້ວຈະໄປເບິ່ງຕາເວັນຂຶ້ນ,  ເຊິ່ງການອອກຜະຈົນໄພໂດຍບໍ່ອາບນ້ຳ ອາດຈະເຮັດໃຫ້ບາງຄົນຂາດຄວາມໝັ້ນໃຈໄດ້. ສະນັ້ນ, ຕົວຊ່ວຍທີ່ດີທີ່ສຸດໃນສະຖານະການແບບນີ້, ນອກຈາກເຈົ້າຈະລຶ້ງກັບກິ່ນກັນແລ້ວ 🤣 ກໍຄືນ້ຳຫອມດີໆ ສີດໃສ່ໂຕຈັກໜ້ອຍ.

ຊຳຊຸງ ແລະ ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ສະຫຼອງຄວາມສໍາເລັດຂອງ ນັກສຶກສາຮຸ່ນທີສອງ ໃນໂຄງການ Samsung Innovation Campus*

(ນະຄອນຫຼວງວຽງຈັນ, ວັນທີ 12 ທັນວາ 2024), ບໍລິສັດລາວຊໍາຊຸງ ອີເລັກໂທຣນິກສ໌ ຈຳກັດຜູ້ດຽວ ຮ່ວມ ກັບມະຫາວິທະຍາໄລແຫ່ງຊາດ (ມຊ) ປະກາດສໍາເລັດການສຶກສາຈົບຫຼັກສູດ ໃນໂຄງການ Samsung Innovation Campus (SIC) ຮຸ່ນທີສອງໃນປະເທດລາວ ໂດຍທີ່ມີນັກສຶກສາ 26 ຄົນທີ່ສໍາເລັດການສຶກສາໃນ ຫຼັກສູດ "Coding Programing & Data Science (C&P)" ທີ່ໃຊ້ໄລຍະເວລາການສຶກສາຮໍ່າຮຽນທັງໝົດ 7 ເດືອນ ແລະ ໄດ້ຮັບໃບຢັ້ງຢືນ ເຊິ່ງໃນພິທີມອບໃບຢັ້ງຢືນໄດ້ຈັດຂື້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 12 ທັນວາ 2024.

Vietjet ກັບມາອີກຄັ້ງກັບໂປຣໂມຊັນສ່ວນຫຼຸດພິເສດຕະຫຼອດ 24 ຊົ່ວໂມງ ວັນທີ 12.12.2024 ພ້ອມສ່ວນຫຼຸດປີ້ຍົນເຖິງ 100%

(ນະຄອນຫຼວງວຽງຈັນ, ວັນທີ 10 ທັນວາ 2024) – Vietjet ມີໂປຣໂມຊັນສ່ວນຫຼຸດພິເສດທ້າຍປີ ມອບໂອກາດໃຫ້ນັກທ່ອງທ່ຽວໄດ້ເພີດເພີນກັບປີ້ຍົນໂດຍສານດ້ວຍສ່ວນຫຼຸດສູງສຸດເຖິງ 100% (ບໍ່ລວມພາສີ ແລະ ຄ່າທຳນຽມ), ໂປຣໂມຊັນທີ່ທຸກຄົນລໍຖ້ານີ້ໄດ້ໃຫ້ປີ້ຍົນຫຼາຍສູງສຸດລ້ານປີ້ໃນລາຄາສຸດປະຢັດ ຊ່ວຍ​ໃຫ້​ຜູ້​ທີ່​ມັກ​ການ​ເດີນ​ທາງ​ສຳຫຼວດຫາ​ຈຸດ​ໝາຍ​ທີ່​ໜ້າ​ປະ​ທັບ​ໃຈ​ຢູ່​ຫວຽດ​ນາມ ແລະ ອື່ນໆ.

Vietjet ສືບ​ຕໍ່​ໄດ້​ຮັບ​ເຮືອ​ບິນ​ໃໝ່​ໃນ​ເດືອນ​ສຸດ​ທ້າຍ​ຂອງ​ປີ 2024 ເພື່ອຂະຫຍາຍ​ເຮືອ​ບິນ​ທີ່​ທັນ​ສະ​ໄໝ​

(ນະຄອນຫຼວງວຽງຈັນ, ວັນທີ 09 ທັນວາ 2024) – ສະມາຊິກໃໝ່ສຸດຂອງກອງທັບເຮືອ Vietjet, ເຮືອບິນ Airbus A321neo ACF (Airbus Cabin Flex), ໄດ້ມາຮອດສະໜາມບິນສາກົນເຕິນເຊີນເຍີດ, ນະຄອນໂຮ່ຈີມິນ ປະເທດຫວຽດນາມ ຫຼັງຈາກເດີນທາງອອກຈາກໂຮງງານ Airbus ໃນ Hamburg ປະເທດເຢຍລະມັນ ໂດຍຖືເປັນເຮືອບິນລຳທີ 111 ທີ່ເຂົ້າຮ່ວມເປັນເຮືອບິນທີ່ທັນສະໄໝລະດັບໂລກຂອງສາຍການບິນ.

Vietjet ເປີດໂຕຖ້ຽວບິນໃໝ່ລະຫວ່າງ Hanoi – Kuala Lumpur ເພື່ອເພີ່ມການເຊື່ອມຕໍ່ທີ່ຮັດແໜ້ນຂຶ້ນ

(ນະຄອນຫຼວງວຽງຈັນ, ວັນທີ 26 ພະຈິກ 2024) - ສາຍການບິນ Vietjet ສາຍການບິນລາຄາທີ່ປະຢັດທີ່ສຸດຂອງຫວຽດນາມ ປະກາດເປີດເສັ້ນທາງການບິນໂດຍກົງໃໝ່ລະຫວ່າງ Hanoi ເມືອງຫຼວງປະເທດຫວຽດນາມ ແລະ Kuala Lumpur ເມືອງຫຼວງປະເທດມາເລເຊຍ ເຊິ່ງໄດ້ຮັດ​ແໜ້ນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ ແລະ ທົ່ວພາກພື້ນອາຊຽນ. ພິທີ​ເປີດ​ເສັ້ນທາງ​ດັ່ງກ່າວ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ​To Lam ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ເພື່ອເປັນ​ກຽດເຂົ້າຮ່ວມເປັນສັກ​ຂີ​ພະ​ຍານ​ການ​ຢ້ຽມ​ຢາມ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ.

ເຄື່ອງດື່ມ 5 ປະເພດ! ບໍ່ຄວນໃສ່ໃນຈອກເກັບອຸນຫະພູມ

ຈາກການທີ່ເຮົາຢາກດື່ມນໍ້າອຸ່ນໆ ດີໆ ເພື່ອຮັກສາສຸຂະພາບ ແຕ່ອາດຈະສ່ຽງສ້າງສານຜິດແກ່ຮ່າງກາຍໄດ້ ສຳລັບຄົນທີ່ມັກໃຊ້ຈອກເກັບອຸນຫະພູມ ເຊິ່ງຈາກຄຳແນະນຳຂອງ ເວັບໄຊ SOHA ບອກວ່າ: ເຄື່ອງດື່ມ 5 ປະເພດ ຕໍ່ໄປນີ້ ບໍ່ຄວນໃສ່ໃນຈອກທີ່ເກັບອຸນຫະພູມ ເພາະອາດເປັນອັນຕະລາຍຕໍ່ຮ່າງກາຍໄດ້ ຈະມີເຄື່ອງດື່ມປະເພດໃດແດ່ນັ້ນ ມາເບິ່ງນຳກັນເລີຍ:

ອາຫານບຳລຸງສາຍຕາ

ອາຫານທີ່ແຊບ ແລະ ມີປະໂຫຍດມີຢູ່ຈິງ ໃຜທີ່ມີບັນຫາເລື່ອງສາຍຕາມາອ່ານບົດຄວາມນີ້ໄດ້ ພວກເຮົາໄດ້ຄັດສັນເມນູອາຫານທີ່ເຕັມໄປດ້ວຍວິຕາມິນ ສານອາຫານທີ່ຈຳເປັນຕໍ່ຮ່າງກາຍ ແລະ ທີ່ສຳຄັນ ເຮັດໄດ້ແບບງ່າຍໆ ຈະມີເມນູຫຍັງແດ່ ມາເບິ່ງນຳກັນເລີຍ!