Articles by

xaysana InsideLaos

ມາຮູ້ຈັກ! ນ້ອຍ ເລົ່າຈົ່ງຊົວ Miss Hmong Laos 2023

ນາງ ນ້ອຍ ເລົ່າຈົ່ງຊົວ ໝາຍເລກ M18 ປັດຈຸບັນຢູ່ບ້ານໂພນງາມ ເມືອງແປກ ແຂວງ ຊຽງຂວາງ ອາຍຸ 22 ປີ, ປັດຈຸບັນ ກໍາລັງສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດການພັດທະນາ ແລະ ວາງແຜນ ປີທີ 4 ເຊິ່ງໄດ້ເຂົ້າປະກວດນາງສາວມົ້ງ ເພື່ອທີ່ຈະໃຫ້ຊາວໝຸ່ມຫັນມາສົນໃຈຕໍ່ກິດຈະກຳອັນເປັນປະໂຫຍດທັງເປັນການສົ່ງເສີມສີລະປະວັດທະນາທໍາ ແລະ ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າ ໂດຍສະເພາະຊົນເຜົ່າມົ້ງ.

ມາເບິ່ງນໍາກັນ ວັນສຳຄັນ ແລະ ມື້ພັກໃນປີ 2023

ລາວເຮົາຖືເປັນອີກໜຶ່ງປະເທດ ທີ່ມີວັດທະນະທຳ ແລະ ການສະເຫຼີມສະຫຼອງຕ່າງໆ ຫຼາກຫຼາຍເທດສະການໃນປີໜຶ່ງ ເຮັດໃຫ້ມີມື້ພັກຜ່ອນຫຼາຍໃນບາງເດືອນ ແລະ ມື້ນີ້ເຮົາຈະພາໄປເບິ່ງນໍາກັນວ່າ ວັນສຳຄັນ ແລະ ມື້ພັກປີ 2023 ມີມື້ໃດແນ່.

ສປປ ລາວ ອາກາດຍັງໜາວເຢັນ ໃນແຕ່ລະພາກ ໂດຍສະເພາະແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ

ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນທີ່ມີກໍາລັງແຮງ ໄດ້ສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດໜາວເຢັນ ໃນແຕ່ລະພາກ ແລະ ໜາວເຢັນຫຼາຍຢູ່ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນ.

ຜູ້ຕິດເຊື້ອໂຄວິດ-19 ໃນເດືອນທັນວາເພີ່ມຂຶ້ນ 2 ເທົ່າ ເມື່ອທຽບໃສ່ ເດືອນພະຈິກ

ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ໃຫ້ຮູ້ວ່າ: ຈໍານວນຜູ້ຕິດເຊື້ອລວມທັງໝົດປະຈຳເດືອນ ທັນວາ 2022 ນັບຕັ້ງແຕ່ວັນທີ 1-30 ທັນວາ 2022 ມີຜູ້ຕິດເຊື້ອໃຫມ່ລວມທັງໝົດເຖິງ 1.101 ຄົນ, ມີຜູ້ຕິດເຊື້ອສະສົມທັງໝົດ 217.794 ຄົນ ແລະ ມີຜູ້ເສຍຊີວິດສະສົມທັງໝົດ 670 ຄົນ.

ລວມເຄື່ອງມື! ໃນໂທລະສັບທີ່ຕ້ອງມີຕິດໄວ້ ຈະຊ່ວຍໃຫ້ເຮັດວຽກງ່ານຂຶ້ນ

ເຄື່ອງມືທີ່ຕ້ອງມີໃນໂທລະສັບ ສາມາດເປັນຕົວຊ່ວຍທີ່ດີໄດ້ ເມື່ອເຮົາຕ້ອງເຮັດວຽກໃຫ້ສຳເລັດ ແລະ ເຄື່ອງມືທີ່ຈຳເປັນສະເພາະທາງ ກໍສາມາດຊ່ວຍໃຫ້ຈັດລະບຽບ ປະຫຍັດເວລາ ແລະ ເພີ່ມປະສິດທິພາບສູງສຸດ ໃນການເຮັດວຽກໄດ້.

ນ້ຳດື່ມຫົວເສືອ ຜູ້ສະໜັບສະໜູນຫຼັກ ງານແລ່ນ ວຽງຈັນ ມາຣາທອນ ນານາຊາດ 2022 ມີນັກແລ່ນເຂົ້າຮ່ວມຈາກທົ່ວໂລກຫຼາຍກ່ວາ 3.600 ຄົນ

ງານແລ່ນ ວຽງຈັນ ມາຣາທອນ ນານາຊາດ ໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ເບຍລາວ ຈຳກັດ ໂດຍຜ່ານນໍ້າດື່ມຫົວເສືອ ເຊີງເປັນຜະລິດຕະອັນດັບໜຶ່ງທີຄອງໃຈປະຊາຊົນລາວມາຍາວນານ.

ສະຖານທີ່ເລາະຊິວໆ ຊ່ວງປີໃໝ່ສາກົນ ໃນນະຄອນຫຼວງວຽງຈັນ

ປີໃໝ່ສາກົນນີ້ໄປເລາະຢູ່ໃສດີ ສຳລັບຜູ້ທີ່ບໍ່ຢາກອອກເດີນທາງໄກ ການເລາະຫຼິ້ນຊິວໆໃນເມືອງ ກໍເປັນອີກຕົວເລືອກໜຶ່ງທີ່ໜ້າສົນໃຈ ບໍ່ວ່າຈະເປັນການເລາະຊົມວິວ, ຊື້ສິນຄ້າ ຫຼື ລວມໄປເຖິງເລາະກິນອາຫານ ເປັນກິດຈະກຳທີ່ຈະເຮັດໃຫ້ເຮົາໄດ້ເຮັດກິດຈະກຳ ໂດຍບໍ່ຕ້ອງເດີນທາງໄກ.

ປີໃໝ່ນີ້ ກັບບ້ານລະບໍ່! ອັບເດດລາຄາປີ້ລົດແນ່ພີ່ນ້ອງ.

ປີໃໝ່ສາກົນນີ້ ມີໃຜກັບບ້ານຢູ່ຕ່າງແຂວງແນ່ ໃຜກັບແລ້ວອັບເດດລາຄາປີ້ລົດໂດຍສານແນ່ ວ່າລາຄາຍັງຄືເກົ່າ ຫຼື ວ່າແພງຂຶ້ນ.