Saturday, April 26, 2025
Kbank Laos โอน รับ จ่าย

ນ້ຳດື່ມຫົວເສືອ ຜູ້ສະໜັບສະໜູນຫຼັກ ງານແລ່ນ ວຽງຈັນ ມາຣາທອນ ນານາຊາດ 2022 ມີນັກແລ່ນເຂົ້າຮ່ວມຈາກທົ່ວໂລກຫຼາຍກ່ວາ 3.600 ຄົນ

ງານແລ່ນ ວຽງຈັນ ມາຣາທອນ ນານາຊາດ ໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ເບຍລາວ ຈຳກັດ ໂດຍຜ່ານນໍ້າດື່ມຫົວເສືອ ເຊີງເປັນຜະລິດຕະອັນດັບໜຶ່ງທີຄອງໃຈປະຊາຊົນລາວມາຍາວນານ. ນອກຈາກການເປັນຜູ້ສະໜັບສະໜູນຫຼັກໃນການນີ້ ນັບຕັ້ງແຕ່ປີທຳອິດຈົນຮອດປະຈຸບັນແລ້ວ ນໍ້າດື່ມຫົວເສືອຍັງຄົງເລັ່ງເຫັນຄວາມສຳຄັນຕໍ່ກັບບັນຫາສຸຂະພາບ ແລະ ຍັງໄດ້ໃຫ້ການສະໜັບສະໜູນງານອື່ນໆເຊັ່ນ:ຫຼວງພະບາງ ຣາຟ ມາຣາທອນ, ງານມະຫາກຳກິລາແຫ່ງຊາດ, ໃຫ້ທຶນການສຶກສາ ແລະ ອື່ນໆ. ນອກຈາກນີ້, ບໍລິສັດ ເບຍລາວ ຍັງເປັນ ບໍລິສັດທີ່ໄດ້ມອບພັນທະເຂົ້າງົບປະມານແຫ່ງຊາດ ເປັນອັນດັບໜຶ່ງ ໃນແຕ່ລະປີຫຼາຍກ່ວາ 2.000 ຕື້ກີບ.

ພາຍຫຼັງຢຸດຈັດງານມາເປັນເວລາ 2 ປີ (ນັບແຕ່ປີ 2020) ງານແລ່ນ ວຽງຈັນ ມາຣາທອນ ນານາຊາດ ຫຼື Vientiane International Marathon 2022 ໄດ້ຈັດຂຶ້ນອີກຄັ້ງຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 25 ທັນວາ 2022 ໂດຍມີນັກແລ່ນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ລົງແຂ່ງຂັນເປັນຈຳນວນ ຫຼາຍກ່ວາ 3.600 ຄົນ.

ສແລ່ນ ວຽງຈັນ ມາຣາທອນ ນານາຊາດ ຈັດຂຶ້ນເພື່ອເປັນການສົ່ງເສີມການອອກກຳລັງກາຍ ເພື່ອສຸຂະພາບ ແລະ ມິດຕະພາບລະຫວ່າງນັກກິລາແລ່ນດ້ວຍກັນ ພ້ອມນີ້ ຍັງເປັນການສົ່ງເສີມ ການທ່ອງທ່ຽວລາວ ໃຫ້ກັບມາ ມີຄວາມຄືກຄື້ນຜ່ານກິດຈະກຳດັ່ງກ່າວ. ໃນງານແລ່ນ ໃນຄັ້ງນີ້ ລວມມີ 4 ໄລຍະທາງຄື: ໄລຍະ 42 ກິໂລແມັດ ມີຜູ້ເຂົ້າຮ່ວມ 172 ຄົນ, ໄລຍະ 21 ກິໂລແມັດ ມີຜູ້ເຂົ້າຮ່ວມ 452 ຄົນ, ໄລຍະ 10 ກິໂລແມັດ ມີຜູ້ເຂົ້າຮ່ວມ 1.822 ຄົນ ແລະ ໄລຍະ 5 ກິໂລແມັດ ມີຜູ້ເຂົ້າຮ່ວມ 1.230 ຄົນ. ໃນຈໍານວນນີ້ ມີປະມານ 5% ເປັນນັກແລ່ນ ຈາກຕ່າງປະເທດ ໂດຍຈໍານວນນັກແລ່ນ ຈາກ ຍີ່ປຸ່ນ ໄທ ແລະ ຈີນ ກວມເອົາສັດສ່ວນຫຼາຍທີ່ສຸດ ຕາມລໍາດັບ. ຜູ້ເຂົ້າເສັ້ນໄຊຕາມເວລາທີ່ກຳນົດໄວ້ ຈະໄດ້ຮັບຫຼຽນ ແລະ ໃບຢັ້ງຢືນໃນການແຂ່ງຂັນລາຍການດັ່ງກ່າວນີ້.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.