Saturday, April 26, 2025
Kbank Laos โอน รับ จ่าย

ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ໃນມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

ອີກບໍ່ພໍເທົ່າໃດ ກໍຈະຮອດມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ແລ້ວ ແຕ່ສຳລັບໃຜທີ່ຍັງສົງໄສວ່າ ກ່ອນມື້ປີໃໝ່ຄວນເຮັດຫຍັງແດ່ ເພື່ອຕ້ອນຮັບໂຊກລາບ, ສິ່ງດີໆ ທີ່ຈະເກີດຂຶ້ນໃນມື້ປີໃໝ່ ມື້ນີ້ເຮົາມີ ຄວາມເຊື່ອບາງຢ່າງ ກ່ຽວກັບສິ່ງທີ່ ຄວນເຮັດ ແລະ ບໍ່ຄວນເຮັດໃນມື້ຂຶ້ນປີໃໝ່ມາໃຫ້ຮູ້ກັນ.

  • ກ່ອນວັນ 31 ທັນວາ ຕ້ອງອະນາໄມ, ປັດກວດເຮືອນຊານໃຫ້ສະອາດ ເກັບມ້ຽນເຄື່ອງຂອງໃຫ້ເປັນລະບຽບຮຽບຮ້ອຍ ພ້ອມເປີດຮັບສິ່ງໃໝ່ໆ ໃນມື້ປີໃໝ່.
  • ຕື່ນເຊົ້າ ເຂົ້າວັດ ເຮັດບຸນ ຖວາຍສັງຂະທານ ອຸທິດສ່ວນກຸສົນ ໃຫ້ກັບເຈົ້າກຳນາຍເວນຜູ້ທີ່ລ່ວງລັບໄປ ເພື່ອສ້າງບຸນກຸສົນ ເພື່ອເປັນສີລິມຸງຄຸນໃຫ້ແກ່ຊີວິດ.
  • ເຄົາລົບພໍ່ແມ່, ຜູ້ມີພະຄຸນທີ່ລ້ຽງດູ ແລະ ອົບຮົມສັ່ງສອນເຮົາມາ ພ້ອມກັບນຳພວງມະໄລງາມໆມານົບຂໍພອນຈາກພວກທ່ານ ເຊິ່ງພອນທີ່ໄດ້ຮັບຈາກຜູ້ມີພະຄຸນນັ້ນ ຖືເປັນພອນອັນປະເສີດ.
  • ຕັ້ງເປົ້າໝາຍໃນປີໜ້າຢ່າງໜ້ອຍ 1  ຢ່າງ ວ່າຢາກເຮັດຫຍັງໃຫ້ສຳເລັດ.
  • ສຳລັບໃຜທີ່ມີບັນຫາທາງດ້ານການເງິນ ຄວນຫຼຸດລາຍຈ່າຍທີ່ບໍ່ຈຳເປັນ ແລະ ໃຊ້ວິທີເກັບອອມເຊັ່ນ: ຢອດກະປຸກ, ຝາກປະຈຳ ແລະ ອື່ນໆ.
  • ວຽກງານທີ່ຍັງຄ້າງຄາໃນປີນີ້ ກໍຮີບສະສາງກ່ອນທ້າຍປີ ຈະຊ່ວຍໃຫ້ໝົດຄວາມກັງວົນໃຈ ແລະ ສິ່ງສຳຄັນຢ່າລືມເກັບມ້ຽນໂຕະເຮັດວຽກໃຫ້ເປັນລະບົບລະບຽບ ສຳລັບການເລີ່ມຕົ້ນວຽກໃໝ່ດ້ວຍຄວາມພ້ອມ ຫຼັງຈາກພັກຍາວ.
  • ຈັດການກັບບັນຫາທາງດ້ານຈິດໃຈ ບໍ່ວ່າຈະຮູ້ສຶກຊັງ ຫຼືບໍ່ພໍໃຈໃຜຢູ່ ກໍຄວນປ່ອຍວາງ ແລະ ໃຊ້ໂອກາດນີ້ໃຫ້ອະໄພ ໃນສິ່ງທີ່ຄຽດແຄ້ນກັນ ນອກຈາກຈະຊ່ວຍໃຫ້ສະບາຍໃຈແລ້ວ ຍັງຖືເປັນບຸນກຸສົນຢ່າງໜຶ່ງອີກດ້ວຍ.
  • ສົ່ງຂໍ້ຄວາມຫາຄົນທີ່ເຈົ້າຮັກ ບໍ່ວ່າຈະໂທ ຫຼືສົ່ງຂໍ້ຄວາມ ກໍລ້ວນແລ້ວແຕ່ເຮັດໃຫ້ຜູ້ໄດ້ຮັບມີຄວາມສຸກ.
  • ຈັດງານລ້ຽງສະຫຼອງຕາມຄວາມເໝາະສົມ, ມີກິດຈະກຳມ່ວນໆ ຈັບສະຫຼາກແລກຂອງຂວັນ, ຫຼິ້ນເກມ, ຮ້ອງເພງ ແລະ ອື່ນໆ ເພື່ອກະຊັບຄວາມສຳພັນໃນຄອບຄົວ ແລະ ຍາດຕິພີ່ນ້ອງ.

ນອກຈາກນັ້ນຍັງມີຄວາມເຊື່ອບາງຢ່າງ ທີ່ບໍ່ຄວນເຮັດໃນມື້ປີໃໝ່ກໍຄື: ຫ້າມສະຜົມໃນມື້ທ້າຍປີ ແລະ ວັນທີ 1 ມັງກອນ, ຫ້າມໃຊ້ຂອງມີຄົມ, ບໍ່ຄວນອະນາໄມເຮືອນ ເພາະຈະນໍາຄວາມໂຊກດີອອກໄປໝົດ ແລະ ຄວນຫຼີກລ້ຽງການໄປງານສົບ, ຢ່າເວົ້າເຖິງຄົນຕາຍເປັນຕົ້ນ

ໝາຍເຫດ: ນີ້ເປັນພຽງຄວາມເຊື່ອສະເພາະບຸກຄົນເທົ່ານັ້ນ ຖ້າຫາກທ່ານໃດຢາກລອງເຮັດເພື່ອວ່າປີໜ້າຈະໄດ້ມີສິ່ງດີໆເຂົ້າມາໃນຊີວິດ ກໍສາມາດນຳໄປປະຕິບັດຕາມກັນໄດ້ເດີ.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.