ມາຮູ້ຈັກ! ນ້ອຍ ເລົ່າຈົ່ງຊົວ Miss Hmong Laos 2023

ນາງ ນ້ອຍ ເລົ່າຈົ່ງຊົວ ໝາຍເລກ M18 ປັດຈຸບັນຢູ່ບ້ານໂພນງາມ ເມືອງແປກ ແຂວງ ຊຽງຂວາງ ອາຍຸ 22 ປີ, ປັດຈຸບັນ ກໍາລັງສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດການພັດທະນາ ແລະ ວາງແຜນ ປີທີ 4 ເຊິ່ງໄດ້ເຂົ້າປະກວດນາງສາວມົ້ງ ເພື່ອທີ່ຈະໃຫ້ຊາວໝຸ່ມຫັນມາສົນໃຈຕໍ່ກິດຈະກຳອັນເປັນປະໂຫຍດທັງເປັນການສົ່ງເສີມສີລະປະວັດທະນະທໍາ ແລະ ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າ ໂດຍສະເພາະຊົນເຜົ່າມົ້ງ.

ການປະກວດນາງສາວມົ້ງລາວປະຈໍາປີ 2023 ຫຼື Miss Hmong Laos 2023 ແມ່ນໄດ້ເລີ່ມຮອບຄັດເລືອກໃນວັນທີ 1 ພະຈິກ ຫາ ວັນທີ 3 ທັນວາ 2022 ຈາກຕົວແທນທົ່ວປະເທດ ແລະ ມາຮອດວັນທີ 3 ມັງກອນ 2023 ແມ່ນແຂ່ງຂັນຮອບຊີງຊະນະເລີດ ທີ່ສະໂມສອນກິລາພື້ນເມືອງ ລາວສໍາພັນ ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ເຊິ່ງຜົນປະກົດວ່າ ຈາກຜູ້ຜ່ານເຂົ້າຮອບທັງໝົດ 24 ຄົນ ນາງ ນ້ອຍ ເລົ່າຈົ່ງຊົວ ໝາຍເລກ M18 ຈາກແຂວງຊຽງຂວາງ ໄດ້ອັນດັບ 1 ນາງສາວມົ້ງລາວ 2023 ໄດ້ມົງກຸດເພັດ ມູນຄ່າ 1 ຮ້ອຍລ້ານກີບ ຈາກຮ້ານຄໍາພູວົງ ໄປຄອງ ພ້ອມເງິນລາງວັນ 15 ລ້ານກີບ, ອັນດັບທີ 2 ໄດ້ແກ່ ນາງ ປ່າເຊ້ຍລີ ລີເຍ່ຍວື ຈາກແຂວງວຽງຈັນ ໄດ້ຮັບເງິນລາງວັນ 10 ລ້ານກີບ ແລະ ອັນດັບທີ 3 ໄດ້ແດ່ນາງ ປ່າຢົ່ງຢ່າງ ຈາກນະຄອນຫຼວງພະບາງ ໄດ້ຮັບເງິນລາງວັນ 8 ລ້ານກີບ.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,