ມາເບິ່ງນໍາກັນ ວັນສຳຄັນ ແລະ ມື້ພັກໃນປີ 2023

ລາວເຮົາຖືເປັນອີກໜຶ່ງປະເທດ ທີ່ມີວັດທະນະທຳ ແລະ ການສະເຫຼີມສະຫຼອງຕ່າງໆ ຫຼາກຫຼາຍເທດສະການໃນປີໜຶ່ງ ເຮັດໃຫ້ມີມື້ພັກຜ່ອນຫຼາຍໃນບາງເດືອນ ແລະ ມື້ນີ້ເຮົາຈະພາໄປເບິ່ງນໍາກັນວ່າ ວັນສຳຄັນ ແລະ ມື້ພັກປີ 2023 ມີມື້ໃດແນ່.

  • 01 ມັງກອນ 2023 ວັນປີໃໝ່ສາກົນ
  • 20 ມັງກອນ 2023 ວັນສ້າງຕັ້ງ ກອງທັບປະຊາຊົນລາວ
  • 01 ກຸມພາ 2023 ວັນສ້າງຕັ້ງ ສະຫະພັນກຳມະບານລາວ
  • 05 ກຸມພາ 2023 ວັນມະຄະບູຊາ
  • 08 ມີນາ 2023 ວັນແມ່ຍິງສາກົນ
  • 22 ມີນາ 2023 ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ
  • 14 ເມສາ 2023 ວັນສັງຄານລ່ວງ
  • 15 ເມສາ 2023 ວັນເນົາ
  • 16 ເມສາ 2023 ວັງສັງຂານຂຶ້ນປີໃໝ່
  • 01 ພຶດສະພາ 2023 ວັນກຳມະກອນສາກົນ
  • 04 ພຶດສະພາ 2023 ວັນວິສາຄະບູຊາ
  • 05 ພຶດສະພາ 2023 ວັນປ່ຽນ ພ.ສ
  • 01 ມິຖຸນາ 2023 ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
  • 13 ກໍລະກົດ 2023 ວັນຄ້າຍວັນເກີດ ທ່ານປະທານ ສຸພານຸວົງ
  • 20 ກໍລະກົດ 2023 ວັນສ້າງຕັ້ງສະຫະພັນແມ່ຍິງລາວ
  • 01 ສິງຫາ 2023 ບຸນເຂົ້າພັນສາ
  • 13 ສິງຫາ 2023 ວັນສື່ມວນຊົນແຫ່ງຊາດ
  • 15 ສິງຫາ 2023 ວັນລັດຖະທຳມະນູນແຫ່ງຊາດ
  • 23 ສິງຫາ 2023 ວັນຍຶດອຳນາດທົ່ວປະເທດ
  • 14 ກັນຍາ 2023 ວັນບຸນຫໍ່ເຂົ້າປະດັບດິນ
  • 29 ກັນຍາ 2023 ວັນບຸນຫໍ່ເຂົ້າສະຫຼາກ
  • 07 ຕຸລາ 2023 ວັນຄຸແຫ່ງຊາດ
  • 12 ຕຸລາ 2023 ວັນປະກາດເອກະລາດ
  • 29 ຕຸລາ 2023 ວັນບຸນອອກພັນສາ
  • 30 ຕຸລາ 2023 ວັນບຸນຊ່ວງເຮືອນະຄອນຫຼວງວຽງຈັນ
  • 27 ພະຈິກ 2023 ວັນບຸນນະມັດສະການພຣະທາດຫຼວງ
  • 02 ທັນວາ 2023 ວັນສະຖາປະນາ ສ.ປ.ປ ລາວ
  • 13 ທັນວາ 2023 ວັນຄ້າຍວັນເກີດ ທ່ານປະທານ ໄກສອນ ພົມວິຫານ

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,