Articles by

xaysana InsideLaos

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ບັນລັງ ວົງວິໄຊ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພະລານໄຊ ໄດ້ໃຫ້ຮູ້ວ່າ ສໍາລັບທົ່ວເມືອງພະລານໄຊມາຮອດປະຈຸບັນ ແມ່ນ ໄດ້ກະກຽມແລະ ມີຄວາມພ້ອມແລ້ວ 70% , ໂດຍມີແຜນປູກໄມ້ທັງໝົດປະມານ 70 ເຮັກຕາ, ເຊິ່ງຕ້ອງໃຊ້ເບ້ຍໄມ້ 50.000 ເບ້ຍ, ສໍາລັບການຈັດພິທີປູກໄມ້ເປັນທາງການຂອງເມືອງແມ່ນອີງໃສ່ສະພາບຄວາມເປັນຈິງ ເພາະໄລຍະນີ້ຍັງຢູ່ໃນໄລຍະຮັກສາໄລຍະຫ່າງ ແລະ ຫຼີກລ້ຽງບ່ອນທີ່ມີຈໍານວນພົນຫຼາຍ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ຂະ​ແໜງ​ປ່າ​ໄມ້ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ສະ​ຫວັນ​ນະ​ເຂດໄດ້ໃຫ້​ຮູ້​ວ່າກິດຈະກໍາປູກ​ຕົ້ນ​ໄມ້​ໃນ​ໂອກາດວັນ​ປູກຕົ້ນໄມ້ແຫ່ງຊາດ ດຢູ່​ແຂວງ​ສະ​ຫວັນ​ນະ​ເຂດ​ແມ່ນ​ຈັດ​ຢູ່ 3 ຈຸດຄື: ປູກໄມ້ພັນພື້ນເມືອງ (ມີຕົ້ນດອກຄູນ, ຕົ້ນສົ້ມພໍ່, ຕົ້ນດອກຈໍາປາ ແລະ ໄມ້ປະດັບອື່ນໆຕາມແຄມທາງ, ປູກ​ຕົ້ນ​ໄມ້​ຕ່າງໆ​ຢູ່ປ່າສະຫງວນ-ປ່າປ້ອງກັນ ແລະ ປູກ​ຕົ້ນ​ໄມ້​ຕ່າງໆຢູ່ປ່າສະຫງວນ ດົງພູວຽງ ເມືອງພີນ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ຮ່ວນ ຮັງບົວສອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກພະນັກງານຂັ້ນເມືອງ ພ້ອມດ້ວຍຄະນະນໍາຂອງເມືອງ ກໍ່ໄດ້ລົງເຄື່ອນໄຫວຕິດຕາມຈຸດຈອດທ່າເຮືອໃນຈໍານວນ 5 ບ້ານຄື: ບ້ານ ຫົວຫາດ, ບ້ານ ບຸ່ງນາດີ, ບ້ານ ນາພານ,ບ້ານທ່າດ່ານ ແລະ ບ້ານຄັນທ່າຈານ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ການກໍ່ສ້າງເຮືອນ 136 ຫຼັງຢູ່ບ້ານຈັດສັນໃໝ່ ຂອງບ້ານກິ່ວງີ້ວ ເມືອງເງິນ ແຂວງໄຊຍະບູລີ ທີ່ຖືກໂຄງການໄຟຟ້າຫົງສາ ເຊິ່ງຄາດວ່າຈະສຳເລັດ ໃນເດືອນພະຈິກ 2021

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ສາລີ ວິນລາວັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພີນ ພ້ອມຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນ 3 ບ້ານ ເມືອງພີນ ແຂວງສະຫວັນນະເຂດ ເຊິ່ງມີບ້ານໂນນໄຊ, ບ້ານກະແມບເຊ, ບ້ານສົບບອນ ຫຼາຍກວ່າ 200 ຄອບຄົວ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າຄະນະສະເພາະກິດນະຄອນຫຼວງ ວຽງຈັນ ໄດ້ແຈ້ງຫ້າມຫຼັກໆກໍ່ຄື ຫ້າມບຸກຄົນເດີນທາງເຂົ້າ-ອອກ ນວ ເຊິ່ງເປັນພື້ນທີ່ ທີ່ມີການແຜ່ລະບາດໃນຊຸມຊົນເປັນວົງກວ້າງ (ບ້ານແດງ), ຍົກເວັ້ນຜູ້ທີ່ໄດ້ຮັບ ອະນຸຍາດຈາກຄະນະສະເພາະກິດສູນກາງ, ນະຄອນຫຼວງ ແລະ ພະແນກສາທາລະນະສຸກນະຄອນ ຫຼວງວຽງຈັນ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ເຫລັກໄຫລ ສີິວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ-ແຂວງເຊກອງຮຽກຮ້ອງໃຫ້ທຸກພາກສ່ວນຖືເອົາການຕ້ານ, ສະກັດກັ້ນ, ຄວບຄຸມ ແລະປ້ອງກັນພະຍາດໂຄວິດ-19 ເປັນໜ້າທີ່ຍຸດທະສາດສໍາຄັນ ແລະຮີບດ່ວນໃນການນໍາພາ-ຊີ້ນໍາ ແລະບັນຊາຕົວຈິງຄືໃນສະພາວະສົງຄາມ ຖືເປັນປັດໄຈສໍາຄັນຕັດສິນກວ່າໝູ່ ທີ່ຈະຮັບປະກັນໃຫ້ແຂວງເຊກອງຂອງສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

ພາກເອກະຊົນ! ຈັດກິດຈະກຳ “ສັກລຸ້ນໂຊກ” ປຸກລະດົມປະຊາຊົນໄປສັກວັກຊີນ

ບໍລິສັດ ຟ້າໃຫຍ່ ມີເດຍ ຫຼື Bigblue agency Laos ໄດ້ຈັດໂຄງການຮ່ວມກັບ InsideLaos ໂດຍມີວັດຖຸປະສົງເພື່ອປຸກລະດົມໃຫ້ປະຊາຊົນໃນ ສປປ ລາວ ໄປສັກວັກຊີນປ້ອງກັນໂຄວິດ-19