ເຮືອນAdvertorial

Advertorial

ຫວຽດເຈັດ ເປີດ​​ຖ້ຽວ​ບິນ​ກົງພຽງໜຶ່ງດຽວທີ່ບິນລະຫວ່າງ ວຽງຈັນ-​ໂຮ​ຈິ​ມິນ ຕັ້ງ​ແຕ່​ວັນ​ທີ 25 ກຸມພາ​ນີ້,ກັບໂປຣໂມຊັນສຸດພິເສດຖ້ຽວບິນລາຄາຖືກ 0 ໂດລາ

ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2023 – ຫວຽດເຈັດ (VietJet), ສາຍການບິນເອກະຊົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ຈະເລີ່ມໃຫ້ບໍລິການໃນເສັ້ນທາງໃໝ່ ເຊື່ອມຕໍ່ວຽງຈັນກັບນະຄອນໂຮຈີມິນໃຫຍ່ທີ່ສຸດຂອງຫວຽດນາມ ເລີ່ມແຕ່ວັນທີ 25 ກຸມພາ 2024.

50 ປີ​ ບໍລິສັດ ເບຍລາວ ຈໍາກັດ​ ມຸ່ງໝັ້ນ ໃນການພັດທະນາ ນະວັດຕະກໍາ ແລະ ການຂະຫຍາຍຕົວໃນປະເທດລາວ.​

ໃນວັນທີ 30 ພະຈິກ 2023​ ທີ່ຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ຜູ້ນຳໜ້າອຸດສະຫະກຳເຄື່ອງດື່ມ ໃນ ສປປ ລາວ ໄດ້ດຳເນີນທຸລະກິດ ແລະ ຢູ່ຄຽງຄູ່ກັບສັງຄົມລາວມາຍາວນານຄົບຮອບ 50 ປີ ໃນປີນີ້ ເຊິ່ງເປັນປີແຫ່ງຜົນສໍາເລັດຄັ້ງຍິ່ງໃຫຍ່ ແລະ ມີຄວາມໝາຍໃນໜ້າປະຫວັດສາດຂອງ ບໍລິສັດ ເບຍລາວ.

SCG ສານຝັນເຍົາວະຊົນລາວ ສູ່ຄວາມສຳເລັດ ມອບທຶນ Sharing the Dream 2023

SCG ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຈັດງານມອບທຶນການສຶກສາໃນໂຄງການ Sharing the Dream ປະຈຳປີ 2023 ໃຫ້ກັບນັກຮຽນມັດທະຍົມຕອນປາຍ ແລະ ນັກສຶກສາລະດັບປະລິນຍາຕີໃນ ສປປ ລາວ ໂດຍໃນປີນີ້ ມີນັກຮຽນ ແລະ ນັກສຶກສາໄດ້ຮັບທຶນລວມທັງໝົດ 210 ຄົນ ແບ່ງອອກເປັນ ນັກຮຽນມັດທະຍົມຕອນປາຍໃນນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ແຂວງລະ 100 ຄົນ ແລະ ນັກສຶກສາລະດັບປະລິນຍາຕີທີ່ຜ່ານການຄັດເລືອກຈາກທົ່ວປະເທດອີກ 10 ຄົນ ອັນເປັນສ່ວນໜຶ່ງຂອງໂຄງການສະໜັບສະໜູນເຍົາວະຊົນຜູ້ມີຄວາມມຸ່ງໝັ້ນຕັ້ງໃຈສຶກສາຮ່ຳຮຽນ ແຕ່ຂາດໂອກາດທາງການສຶກສາ ອັນເນື່ອງມາຈາກຂາດແຄນເງິນທຶນ ເຊິ່ງ SCG ມຸ່ງໝັ້ນທີ່ຈະສືບຕໍ່ທົ່ວທັງພາກພື້ນອາຊຽນ.

ສາຍການບິນຫວຽດເຈັດ ປະກາດເປີດຖ້ຽວບິນກົງ ເຊື່ອມຕໍ່ວຽງຈັນ-ໂຮ່ຈີມິນ, ສ້າງຕັ້ງສາຍພົວພັນຮ່ວມມືຮອບດ້ານກັບລັດວິສາຫະກິດການບິນລາວ

ໃນວັນທີ 4 ທັນວາ 2023 ຢູ່ທີ່ ນະຄອນຫຼວງ ວຽງຈັນ, ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານ, ເປັນຂີດໝາຍອັນສຳຄັນບໍ່ພຽງແຕ່ໃຫ້ສອງສາຍການບິນເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສຳພັນອັນດີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຫວຽດນາມ ແລະ ລາວ.

ທະນາຄານ ກະສິກອນໄທ ເປີດໂຕ ທະນາຄານເທິງມືຖື K PLUS Laos

ເມື່ອ (ວັນທີ 19 ຕຸລາ) - ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ເປີດຕົວຜະລິດຕະພັນໃໝ່ ທະນາຄານເທິງມືຖື ພາຍໃຕ້ຊື່ K PLUS Laos  ໂດຍພັດທະນາຕໍ່ຍອດຈາກແອັບພຣິເຄຊັນ ກະເປົາເງິນອອນລາຍ QR KBank  ທີ່ເປີດໃຫ້ບໍໍລິການເມື່ອປີ 2018 ໂດຍມຸ່ງເນັ້ນ ສູ່ການເປັນທະນາຄານທີ່ໃຫ້ບໍລິການດ້ານການເງິນດິຈີຕອນຢ່າງເຕັມຮູບແບບ ເພື່ອສົ່ງມອບການບໍລິການໃຫ້ແກ່ລູກຄ້າທຸກລະດັບ ຕັ້ງແຕ່ອົງກອນ, ບໍລິສັດຂະໜາດກາງ, ກຸ່ມລູກຄ້າບຸກຄົນ ແລະ ລູກຄ້າທຸລະກິດ ດ້ວຍການຂົນຄຸນສົມບັດທີ່ຕອບໂຈດກິດຈະກຳທາງການເງິນໃນຊີວິດປະຈຳວັນມາໄວ້ໃນບ່ອນດຽວ ບໍ່ວ່າຈະເປັນ ການຈ່າຍ-ໂອນ, ຖອນເງິນ ການໂອນລະຫວ່າງປະເທດ ພ້ອມເປີດໂຕຄຸນສົມບັັດໃໝ່ຊຳລະຄ່ານ້ຳປະປາ, ຄ່າໄຟຟ້າ (Bill payment) ແລະ ການເປີດ ບັນຊີເງິນຝາກປະຢັດ ເອເລັກໂຕຣນິກ K eSavings

ຊຳຊຸງເຊີນຮ່ວມສຳຜັດປະສົບການຈໍພັບ Join the Flip Side ທີ່ Samsung Pop Up Store

ຊຳຊຸງລາວເປີດປະສົບການໃໝ່ດ້ວຍ Samsung Pop Up Store ເຊິ່ງເປັນແຄມເປນຈັດຂຶ້ນທົ່ວໂລກພາຍໃຕ້ຊື່ : Join the flip side ເຊີນຊວນທຸກຄົນຮ່ວມສຳຜັດເຕັກໂນໂລຊີໂທລະສັບມືຖືຈໍພັບແຫ່ງປີ ພ້ອມດ້ວຍຜະລິດຕະພັນໃໝ່ຫຼ້າສຸດຈາກງານ Samsung Unpacked 2023 ແລະ ກິດຈະກຳແບບ Chic & Share ທີ່ມ່ວນຊື່ນແບບບໍ່ຄືໃຜ ສະເພາະວັນທີ 28 ກໍລະກົດ ເຖິງ 6 ສິງຫາ 2023 ນີ້ເທົ່ານັ້ນ ລະຫວ່າງເວລາ 11.00 – 18.00 ທີ່ ສູນການຄ້າພາກຊັນ, ຊັ້ນ1.

ເປີດໂຕແລ້ວ ຊໍາຊຸງຈໍພັບ 2023 ມືຖືດີຊາຍສຸດລໍ້າ ສຳລັບຄົນ Chic ສຸດແຮງ

ຊຳຊຸງເປີດໂຕສະມາດໂຟນຈໍພັບ Samsung Galaxy ຊີຣີ່ Z ປີ 2023 ພ້ອມສີສັນພາສເທວສົດໃສ ແລະ ດີຊາຍໂຕເຄື່ອງທີ່ເອົາໃຈຜູ້ນໍາເທຣນ Chic ສຸດແຮງ ເພື່ອສະທ້ອນຄວາມເປັນຕົວເອງຢ່າງໂດດເດັ່ນ ບໍ່ວ່າຈະເປັນໂຕເຄື່ອງທີ່ບາງລົງ ພັບແນບສະໜິດ ພົກພາງ່າຍ ແລະ ເຂົ້າກັບແຟຊັ່ນໄດ້ຫຼາກຫຼາຍກວ່າເກົ່າ ແຕ່ຍັງຄົງນະວັດຕະກຳລໍ້າໜ້າຄົບເຄື່ອງ ພ້ອມໂປໂມຊັ່ນສຸດຄຸ້ມສະເພາະຄົນທີ່ສັ່ງຈອງລ່ວງໜ້າກັບຕົວແທນຈຳໜ່າຍຊຳຊຸງໃນ ສປປ ລາວ ທົ່ວປະເທດ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ບໍລິສັດ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ ໄດ້ປັບປ່ຽນວິໄສທັດໃໝ່ເປັນ“iSMART Culture ຄິດ ກ້າ ລົງມືເຮັດ” ເພື່ອສ້າງວັດທະນະທຳໃໝ່ ໃນການພັດທະນາບຸກຄະລາກອນຢ່າງມີປະສິດທະພາບ.

ບໍລິສັດ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ ໄດ້ປັບປ່ຽນວິໄສທັດໄໝ່ເປັນ “iSMART Culture ຄິດ ກ້າ ລົງມືເຮັດ” ເພື່ອສ້າງວັດທະນະທຳອົງກອນທີ່ໜ້າຢູ່ ແລະ ສາມາດດືງດູດຄົນທີ່ມີປະສິດທິພາບເຂົ້າມາເປັນສ່ວນໜື່ງຂອງພວກເຮົາ ໂດຍມີເປົ້າໝາຍເປັນ Employer of choice ທີ່ເນັ້ນໃສ່ 3 ຫຼັກການໃນການຂັບເຄື່ອນຄື: