SCG ສານຝັນເຍົາວະຊົນລາວ ສູ່ຄວາມສຳເລັດ ມອບທຶນ Sharing the Dream 2023

SCG ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຈັດງານມອບທຶນການສຶກສາໃນໂຄງການ Sharing the Dream ປະຈຳປີ 2023 ໃຫ້ກັບນັກຮຽນມັດທະຍົມຕອນປາຍ ແລະ ນັກສຶກສາລະດັບປະລິນຍາຕີໃນ ສປປ ລາວ ໂດຍໃນປີນີ້ ມີນັກຮຽນ ແລະ ນັກສຶກສາໄດ້ຮັບທຶນລວມທັງໝົດ 210 ຄົນ ແບ່ງອອກເປັນ ນັກຮຽນມັດທະຍົມຕອນປາຍໃນນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ແຂວງລະ 100 ຄົນ ແລະ ນັກສຶກສາລະດັບປະລິນຍາຕີທີ່ຜ່ານການຄັດເລືອກຈາກທົ່ວປະເທດອີກ 10 ຄົນ ອັນເປັນສ່ວນໜຶ່ງຂອງໂຄງການສະໜັບສະໜູນເຍົາວະຊົນຜູ້ມີຄວາມມຸ່ງໝັ້ນຕັ້ງໃຈສຶກສາຮ່ຳຮຽນ ແຕ່ຂາດໂອກາດທາງການສຶກສາ ອັນເນື່ອງມາຈາກຂາດແຄນເງິນທຶນ ເຊິ່ງ SCG ມຸ່ງໝັ້ນທີ່ຈະສືບຕໍ່ທົ່ວທັງພາກພື້ນອາຊຽນ.

“ເປັນໄລຍະເວລາ 12 ປີ ທີ່ SCG ໄດ້ດຳເນີນໂຄງການ Sharing the Dream ໃນ ສປປ ລາວ ເພື່ອເນັ້ນຫຼຸດຄວາມເຫຼື່ອມລ້ຳໃນສັງຄົມ ຕາມກົນລະຍຸດ ESG 4 Plus ໂດຍສະໜັບສະໜູນທຶນການສຶກສາແກ່ເດັກນ້ອຍ ແລະ ເຍົາວະຊົນທີ່ມີຄວາມປະພຶດດີ ມີຄວາມມຸ່ງໝັ້ນທີ່ຈະສຶກສາຕໍ່ ແຕ່ຂາດແຄນທຶນຮອນ ໂດຍບໍ່ມີພາລະຜູກພັນຕ້ອງໃຊ້ຄືນ ເນື່ອງດ້ວຍການສຶກສາຄືຮາກຖານທີ່ສຳຄັນໃນການພັດທະນາສັກກະຍະພາບຂອງມະນຸດ ແລະ ການກ້າວໄປສູ່ຄວາມສຳເລັດ ເຊິ່ງຈະເປັນກຳລັງສຳຄັນໃນການພັດທະນາປະເທດຊາດໃຫ້ຍືນຍົງຕໍ່ໄປ ຂ້າພະເຈົ້າຂໍຂອບໃຈທາງກະຊວງສຶກສາ ສປປ ລາວ ແລະ ຜູ້ອຳນວຍການໂຮງຮຽນທຸກທ່ານ ທີ່ຮ່ວມເປັນສ່ວນໜຶ່ງໃນການດຳເນີນໂຄງການນີ້” ທ່ານ ປະຣະເມດ ນິສາຄອນເສນ ຜູ້ຈັດການໃຫຍ່-ດິສທຣິບິວຊັ່ນ ແອນດ໌ ຣີເທລ ທຸລະກິດຊີມັງ ແລະ ຜະລິດຕະພັນກໍ່ສ້າງ SCG ກ່າວ

SCG ເຊື່ອວ່າການສະໜັບສະໜູນການສຶກສາ ເປັນການຊ່ວຍຫຼຸດຄວາມເຫຼື່ອມລ້ຳ ແລະ ແກ້ບັນຫາທາງສັງຄົມໄດ້ໃນໄລຍະຍາວ ເພາະເປັນໂອກາດທີ່ເຮັດໃຫ້ເຍົາວະຊົນໄດ້ມີສັກກະຍະພາບ ແລະ ມີຄວາມພ້ອມໃນການປະກອບອາຊີບເພື່ອລ້ຽງດູຕົນເອງ ຄອບຄົວ ແລະ ເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ຂັບເຄື່ອນໄປສູ່ອະນາຄົດທີ່ຍືນຍົງ ເຊິ່ງ SCG ໄດ້ດໍາເນີນການມອບທຶນການສຶກສາໃນໂຄງການ Sharing the Dream ໃຫ້ກັບນັກຮຽນທົ່ວພາກພື້ນອາຊຽນກວ່າ 5,000 ຄົນ ໃນແຕ່ລະປີ

ສຳລັບກົນລະຍຸດ ESG 4 Plus ຂອງ SCG ນັ້ນ ເປັນແນວທາງການດໍາເນີນທຸລະກິດດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ ຊຸມຊົນ ແລະ ສິ່ງແວດລ້ອມມາຢ່າງຕໍ່ເນື່ອງ ປະກອບດ້ວຍ 1. Net Zero 2. GO Green 3. Lean ເຫຼື່ອມລໍ້າ ແລະ 4. ເນັ້ນຮ່ວມມື ໂດຍຍຶດຫຼັກຄວາມເຊື່ອໝັ້ນ ແລະ ໂປ່ງໃສ ເປັນຫົວໃຈໃນການດຳເນີນທຸລະກິດ ເພື່ອສົ່ງມອບໂລກໃຫ້ໜ້າຢູ່ ແລະ ຍືນຍົງໃຫ້ຄົນຮຸ່ນຕໍ່ໄປ.

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.