“ວັດພະບາດໂພນສັນ” ຈະຂຶ້ນເປັນມໍລະດົກແຫ່ງຊາດໃນປີ 2024

ງານບຸນນະມັດສະການພະບາດໂພນສັນ ເປັນອີກໜຶ່ງໃນກິດຈະກໍາລະດັບຊາດຂອງປີທ່ອງທ່ຽວລາວ ເຊິ່ງຈະຈັດຂຶ້ນໃນເດືອນມັງກອນ ປີ 2024 ທີ່ຈະມາເຖິງນີ້ ໂອກາດດຽວກັນກໍຈະປະກາດວັດພະບາດໂພນສັນເປັນມໍລະດົກແຫ່ງຊາດ ຢ່າງເປັນທາງການ.

ທ່ານ ສົນທອງ ວິບຸນກວ້າງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ງານບຸນນະມັດສະການວັດພະບາດໂພນສັນ ຈະດໍາເນີນ ລະຫວ່າງວັນທີ 22-25 ມັງກອນ 2024 ເຊິ່ງມີກິດຈະກໍາຫຼັກໆປະກອບດ້ວຍ:

1. ງານຕະຫຼາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າຕ່າງໆດັ່ງທີ່ເຄີຍດໍາເນີນມາເປັນປົກກະຕິ.
2. ຈະໄດ້ປະກາດວັດພະບາດໂພນສັນ ເປັນມໍລະດົກແຫ່ງຊາດ (ຈາກມໍລະດົກລະດັບທ້ອງຖິ່ນເປັນມໍລະດົກລະດັບຊາດ).
3. ຈັດກິດຈະກໍາຕິດພັນກັບປີທ່ອງທ່ຽວລາວ – ທ່ອງທ່ຽວບໍລິຄໍາໄຊ ລະດັບຊາດ ຢູ່ໃນທ້ອງຖິ່ນ. ໃນນັ້ນ, ຈະມີການປະກວດເພງ, ສະແດງສິລະປະພື້ນເມືອງ ແລະ ງານເດີນແບບຊຸດບັນດາເຜົ່າພາຍໃນແຂວງ.

ໂດຍໃນມື້ເປີດກໍຈະມີການຖ່າຍທອດສົດຜ່ານໂທລະພາບ ແລະ ຈະມີລາຍການສະແດງຈາກກາຍະສິນແຫ່ງຊາດ ເຊິ່ງຕະຫຼອດໄລຍະການຈັດງານ ແຕ່ລະແລງຈະຄຶກຄື້ນດ້ວຍການປະກວດເພງ, ປະກວດຟ້ອນ ແລະ ຫາຊົມຫາຊື້ສິນຄ້າໄດ້ຢ່າງຫຼາກຫຼາຍ.

ປັດຈຸບັນ ແຂວງ ບໍລິຄໍາໄຊ ມີແຫຼ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີແລ້ວ 102 ແຫ່ງ ເຊິ່ງໃນປີ 2024 ທີ່ຈະມາເຖິງກໍຈະມີຫຼາຍກິດຈະກໍານໍາສະຫຼອງ ສ້າງຄວາມປະທັບໃຈໃຫ້ກັບແຂກຄົນທີ່ຢ້ຽມຢາມເນື່ອງໃນໂອກາດປີທ່ອງທ່ຽວລາວ. ໃນນັ້ນ, ມີ 1 ກິດຈະກໍາລະດັບຊາດ ພ້ອມດ້ວຍກິດຈະກໍາອື່ນໆທີ່ຕິດພັນກັບວັດທະນະທໍາທ້ອງຖິ່ນທີ່ເຄີຍປະຕິບັດມາ ເຊັ່ນ: ບຸນປີໃໝ່ລາວ ເມືອງບໍລິຄັນ ຈະຈັດຂຶ້ນໃນເດືອນເມສາ 2024 ກິດຈະກໍາໃຫຍ່ທີ່ເມືອງບໍລິຄັນ; ງານບຸນບັ້ງໄຟໃຫຍ່ ບ້ານກ້ວຍອຸດົມ ຈະຈັດຂຶ້ນໃນເດືອນມິຖຸນາ 2024 ຢູ່ເມືອງປາກຊັນ; ບຸນອອກພັນສາປະວໍລະນາ ( ປາກົດການບັ້ງໄຟພະຍານາກ ) ວັດໂພນສັນ ຈະຈັດຂຶ້ນໃນເດືອນຕຸລາ ທີ່ເມືອງທ່າພະບາດ; ບຸນວັດທາດພູວຽງ ຈະຈັດຂຶ້ນໃນເດືອນທັນວາ ທີ່ເມືອງວຽງທອງ ແລະ ອື່ນໆ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.