ເຮືອນArts and Cultures

Arts and Cultures

ພ້ອມກັນອະນຸລັກ ຮັກສາ ແລະ ເສີມຂະຫຍາຍມູນມໍລະດົກແຄນລາວ

ງານ​ສະ­ແດງ​ສິລະ​ປະ​ວັດ­ທະ­ນະ­ທຳ "ສຽງ​ແຄນ​ເຊື້ອ​ຊາດ​ລາວ​ມໍ​ລະ​ດົກ​ໂລກ" ເພື່ອ​ສະ­ເຫຼີມ­ສະ­ຫຼອງ​ຄ້າຍ​ວັນ​ເກີດ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຄົບ­ຮອບ 99 ປີ ຢູ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ພັນ​ຄຳ ວິ­ພາ​ວັນ ຮອງ​ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ທ່ານ ໄຊ​ສົມ​ພອນ...

ປກສ ສະຫວັນນະເຂດ ເຂັ້ມງວດປ້ອງກັນໃນງານບຸນພະທາດອີງຮັງ

ເພື່ອເຮັດໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະປອດໄພ 100% ດັ່ງນັ້ນມາໃນວັນທີ 5 ທັນວາ 2019 ນີ້, ກອງບັນຊາການ ປກສ ແຂວງສະ ຫວັນນະເຂດໄດ້ຈັດກອງປະຊຸມກຽມແຜນປ້ອງກັນງານບຸນນະມັດສະການພະທາດອີງຮັງທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-11 ທັນວາ 2019 ໂດຍເປັນປະທານຂອງທ່ານ...

ປະຫວັດຄວາມເປັນມາ “ບຸນກິນຈຽງ” ຫຼື ບຸນນໍເປເຈົາ ປີໃໝ່ຂອງຊົນເຜົ່າມົ້ງ ແຫ່ງ ສປປ.ລາວ

ບຸນປະຈຳປີຂອງເຜົ່າມົ້ງ ແມ່ນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່,ເປັນສັນຍາລັກແຫ່ງຄວາມສາມັກຄີ,ຄວາມຜູກໝັ້ນໃນວົງສາຄະນາຍາດຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ແລະ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນະຍາດຕົນ. ເຊິ່ງເຈົ້າກົກເຈົ້າເລົ່າ ໄດ້ນຳພາຊາວເຜົ່າມົ້ງຈັດງານບຸນນໍເປເຈົາ ທີຍິ່ງໃຫຍ່ຂື້ນມາແຕ່ດົນນານ ແລະ ມີຄວາມໝາຍຄວາມສຳຄັນທີ່ສ່ອງແສງເຖິງຮິດຄອງປະເພນີ,ວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວ ໂດຍສະເພາະແມ່ນເຜົ່າມົ້ງ,ເຊິ່ງມີເອກະລັກສະເພາະຂອງເຜົ່າເຊັ່ນ: ການໂຍນໝາກຄອນ,ເປົ່າແຄນ,ການຂັບລຳ,ຍິງໜ້າເກັກ,ຕີໝາກຂ່າງ,ເປົ່າຂຸ່ຍ ແລະ ເປົ່າໃບໄມ້. ຊົນເຜົ່າມົ້ງເປັນ ຊົນເຜົ່າ ໜຶ່ງໃນ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວຈັດຢູ່ໃນ ໝວດພາສາມົ້ງ...

5 ບ້ານກຸ່ມນໍ້າແທ້ ເມືອງຄໍາ ແຂວງຊຽງຂວາງ ໄດ້ຖືກຮັບຮອງເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ

ຢູ່ທີ່ສະໂມສອນບ້ານນໍ້າທຸ່ມ ເມືອງຄໍາ ແຂວງຊຽງຂວາງ ໄດ້ຈັດພິທີປະກາດຮັບຮອງເອົາ 5 ບ້ານ ເມືອງຄຳຄື: ບ້ານໂພນຂາມ, ບ້ານ ໂພນແຈ້ງ, ບ້ານ ນ້ຳທຸ່ມ, ບ້ານ ຜາຫານ ແລະ ບ້ານໂພນໂຮມ ເປັນບ້ານສາມັກຄີປອງດອງຂື້ນຢ່າງເປັນທາງການ....

ເມືອງສອງຄອນຈັດງານແຂ່ງຂັນປະເພນີເຮືອຊ່ວງປະຈໍາປີ 2019

ທີ່ອ່າງເກັບນໍ້າຫ້ວຍສາງເຂົ້າ ເມືອງສອງຄອນ ແຂວງສະຫວັນະເຂດ,ໄດ້ຈັດງານແຂ່ງຂັນປະເພນີເຮືອຊ່ວງປະຈຳປີ 2019 ຂື້ນຢ່າງເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ໂດຍການເຂົ້າຮ່ວມ ຂອງ ທ່ານ ນັນ ສິດສານຸພາບ ເຈົ້າເມືອງສອງຄອນ ມີບັນດາຂະແໜງການອອ້ມຂ້າງເມືອງ,ກຳລັງ ປກຊ, ປກສ ເມືອງ...

ປະຫວັດຄວາມເປັນມາ ເມືອງແປກ ແຂວງຊຽງຂວາງ ເມືອງປະກັນ ທີ່ຂຸນເຈືອງໄດ້ສ້າງໄຫຫີນໄວ້

1.  ປະຫວັດຄວາມເປັນມາຂອງເມືອງແປກ. ດິນແດນເມືອງແປກ ແຂວງຊຽງຂວາງ ໃນເມື່ອກ່ອນ ມີຂອບເຂດຊາຍແດນຕິດກັບບັນດາແຂວງ ແລະ ເມືອງອື່ນໆຄື: ທິດເໜືອຕິດກັບແຂວງຫົວພັນ, ທິດໃຕ້ຕິດກັບແຂວງວຽງຈັນ, ທິດຕາເວັນອອກສ່ຽງເໜືອ ຕິດກັບເມືອງຄຳ, ທິດຕາເວັນອອກສ່ຽງໃຕ້ຕິດ ກັບເມືອງຄູນ, ທິດຕາເວັນຕົກສ່ຽງເໜືອຕິດ ກັບແຂວງຫຼວງພະບາງ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງວຽງຈັນ. ໃນເມື່ອກອ່ນ ເມືອງແປກຂອງພວກເຮົາ...

ປະຫວັດຊີວິດ ອາຈານ ດາວວຽງ ບຸດນາໂຄ ສິລະປິນດີເດັ່ນ ສາຂາວັນນະກຳ ນັກປະພັນ ນັກກະວີ ນັກແຕ່ງເພງຊື່ດັງ

ນັກປະພັນເພງ ກາບກອນ ເລື່ອງສັ້ນ ສິລະປິນດີເດັ່ນຂອງຊາດ ສາຂາ ວັນນະກຳ ເກີດປີ 1954 ທີ່ບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ຮຽນຈົບວິທະຍາໄລຄູຈຳປາສັກແລ້ວກໍຂຶ້ນມາ “ສ່ຽງໂຊກຜະຈົນຊີວິດ” ທີ່ນະຄອນຫຼວງວຽງຈັນ ໂດຍເລີ່ມຕົ້ນຈາກການເປັນນັກຂ່າວສັງກັດໜັງສືພິມ “ສຶກສາໃໝ່”. ດ້ວຍອຸປະນິດໄສ ໃຈຮ້ອນບໍ່ຍອມຄົນ...

ປະຫວັດຄວາມເປັນມາ ວັດຄີລີ ຫຼື ວັດສຸວັນນະຄີລີ ແຫ່ງເມືອງມໍລະດົກໂລກ ຫຼວງພະບາງ

ວັດຄີລີ ຫຼື ວັດສຸວັນນະຄີລີ ຕາມຕຳນານກ່າວວ່າວັດນີ້ ສ້າງໂດຍຊາວພວນຈາກເມືອງຊຽງຂວາງ ເມື່ອປີ ພ.ສ 2316 ຄ.ສ 1773 ຢູ່ເທິ່ງເນີນທີ່ເປັນຫໍເຈົ້າຟ້າດອກໄສ້ເດື່ອ ເພື່ອອຸທິດໃຫ້ແກ່ທະຫານຊາວພວນທີ່ໄດ້ເສຍຊີວິດ ໃນການມາຊ່ວຍສູ້ຮົບ ກັບທະຫານພະມ້າ ວັດແຫ່ງນີ້ ເປັນສີ່ງກໍ່ສ້າງໜຶ່ງທີ່ຢືນຢັນເຖິງຄວາມສຳພັນອັນດີ ລະຫວ່າງຊາວພວນຊຽງຂວາງ ແລະ ຊາວຫລວງພະບາງ. ເນື່ອງຈາກ ເຈົ້າຊາຍຊາວພວນ ທີ່ມີນາມວ່າ: ເຈົ້າຄຳສັດທາ...