ເມືອງສອງຄອນຈັດງານແຂ່ງຂັນປະເພນີເຮືອຊ່ວງປະຈໍາປີ 2019

ທີ່ອ່າງເກັບນໍ້າຫ້ວຍສາງເຂົ້າ ເມືອງສອງຄອນ ແຂວງສະຫວັນະເຂດ,ໄດ້ຈັດງານແຂ່ງຂັນປະເພນີເຮືອຊ່ວງປະຈຳປີ 2019 ຂື້ນຢ່າງເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ໂດຍການເຂົ້າຮ່ວມ ຂອງ ທ່ານ ນັນ ສິດສານຸພາບ ເຈົ້າເມືອງສອງຄອນ ມີບັນດາຂະແໜງການອອ້ມຂ້າງເມືອງ,ກຳລັງ ປກຊ, ປກສ ເມືອງ ຕະຫຼອດພໍ່ແມ່ປະຊາຊົນບ້ານອອ້ມຂ້າງເຂົ້າຮ່ວມ.

ເຮືອທີ່ເຂົ້າຮ່ວມແຂ່ງຂັນປະກອບມີ 24 ລຳ,ແບ່ງອອກເປັນ 2 ປະເພດ ຄື ປະເພດ 1 ມີ 4 – 5 ສີພາຍ,ປະເພດ 2 ມີ 8 – 10 ສີພາຍ ,ໃນນັ້ນເຮືອກອງບັນຊາການທະຫານເມືອງສອງຄອນກໍ່ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 2 ປະເພດ ຄືລຸ້ນ 4 – 5 ສີພາຍ.

ຜ່ານການແຂ່ງຂັນເຮືອປະເພດ 4-5 ສີພາຍທະຫານເມືອງສອງຄອນສາມາດຍາດໄດ້ລາງວັນທີ 1 ໄດ້ຮັບຂັນລາງວັນ1 ໜ່ວຍ ພ້ອມເງິນສົດ 800.000 ກີບ,ຮອງຊະນະເລີດ ປກສ ເມືອງ,ເຮືອລຸ້ນ 8-10 ສີພາຍ ເຮືອໜຸ່ມນ້ອຍທັດສະພອນ1 ມາຈາກບ້ານຄືມສະຫວາງ,ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 800.000 ກີບ ຮອງຊະນະເລີດເຮືອໜຸ່ມນ້ອຍທັດສະພອນ2 .

ການຈັດງານແຂ່ງຂັນເຮືອຊ່ວງປີນີ້ນອກຈາກເຮັດຕາມຮີດຄອງປະເພນີທີ່ໄດ້ເຮັດມາໃນແຕ່ລະປີແລ້ວຍັງເປັນການຮັດແໜ້ນຄວາມສາມັກຄີພາຍໃນກົມກອງ ແລະ ສາມັກຄີລະຫວ່າງບ້ານຕໍ່ບ້ານອີກ ແລະ ທັງເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດໂດຍສະເພາະວັນຊາດທີ 2 ທັນວາ 1975 ຄົບຮອບ 44 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 71 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍຂອງອົງຄະນະພັກເມືອງສອງຄອນທີ່ຈະໄດ້ໄຂຂື້ນໃນຕໍ່ໜ້ານີ້ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນເລີກເຊິ່ງ.

ແຫຼ່ງຂໍ້ມູນ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...