Friday, March 21, 2025

ສ້າງລາຍໄດ້ 60 ລ້ານກີບຕໍ່ປີ ຍ້ອນປູກພືດຜັກເປັນສິນຄ້າ

ທ່ານ ສົມນຶກ ແສງສະຫວ່າ

ຄອບຄົວຂອງທ່ານ ສົມນຶກ ແສງສະຫວ່າງ ບ້ານດອນຂຽວ ເມືອງໜອງບົກ ແຂວງຄຳມ່ວນ ແມ່ນຄອບຄົວທີ່ມີມູນເຊື້ອໃນການປະກອບອາຊີບປູກຝັງ-ລ້ຽງສັດເປັນສິນຄ້າ ຈາກຮຸ້ນສູ່ຮຸ້ນສືບຕໍ່ກັນມາ ເພື່ອສ້າງເສດຖະກິດຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ປະຈຸບັນຄອບຄົວທ່ານ ສົມນຶກ ມີສະມາຊິກພາຍໃນຄອບຄົວທັງໝົດ 6 ຄົນ.

ໃນນັ້ນແຮງງານຕົ້ນຕໍແມ່ນ 3 ຄົນ ອາຊີບຕົ້ນຕໍຂອງຄອບຄົວແມ່ນເຮັດນາ ແລະ ປູກຝັງ-ລ້ຽງສັດເປັນສຳຮອງ. ໃນນັ້ນການປູກຝັງທີ່ເດັ່ນກວ່າໝູ່ແມ່ນການ ປູກສາລີນໍ້າເຜີ້ງ ໃນເນື້ອທີ່ຈຳນວນ 7.000 ຕາແມັດ ເຊິ່ງໃນປີໜຶ່ງສາມາດສ້າງລາຍຮັບຈາກການປູກສາລີປະມານ 40 ລ້ານກີບ ຫຼັງຈາກທີ່ຫັກຕົ້ນທຶນແລ້ວ.

ສຳລັບຂັ້ນຕອນໃນການຜະລິດ ທ່ານ ສົມນຶກ ເລົ່າໃຫ້ຟັງວ່າ:

ທໍາອິດແມ່ນຕ້ອງກະກຽມດິນ ໂດຍໃຫ້ໄຖດິນຕາກແດດປະໄວ້ເພື່ອຂ້າຫຍ້າ ແລະ ຂ້າເຊື້ອລາທີ່ຢູ່ໃນດິນ ຫຼັງຈາກນັ້ນປະມານ 15 ວັນ ກໍ່ໄຖປີ້ນດິນອີກເທື່ອໜຶ່ງ ໃນເວລາທີ່ໄຖປີ້ນດິນແມ່ນໃຫ້ໃຊ້ປຸ໋ຍຮອງພື້ນ ເພື່ອເຮັດໃຫ້ດິນມີຄວາມອຸດົມສົມບູນ ຈາກນັ້ນກໍ່ປັບໜ້າດິນໃຫ້ພຽງ ແລະ ຂຸດຂຸມ ໄລຍະຫ່າງປະມານ 50×100 ຊັງຕີແມັດ ແລ້ວກໍ່ນຳເອົາເບ້ຍທີ່ກ້າໄວ້ມາປູກ.

ສ່ວນຂັ້ນຕອນການກ້າເບ້ຍແມ່ນໃຫ້ກ້າໃນຕາກ້າທີ່ອອກແບບມາໂດຍສະເພາະ ໂດຍຕາກ້າຈະມີລັກຊະນະຄ້າຍຄືກັບເຕາະໄຂ່ ນຳໃຊ້ດິນປະສົມກັບກັບຝຸ່ຍໃນອັດຕາສ່ວນທີ່ເໝາະສົມລົງໃສ່ໃນຕາກ້າ ເພື່ອໃຫ້ກ້າໃຫຍ່ໄວ ແລະ ໄດ້ຮັບສານອາຫານທີ່ພຽງພໍ ແລ້ວນໍາເອົາແມັດລົງກ້າໃສ້ ແລະ ຫົດນໍ້າປົກກະຕິ ຫຼັງຈາກນັ້ນປະມານ 15-20 ວັນ ເມື່ອຕົ້ນກ້າມີຄວາມແຂງແຮງ ແລ້ວກໍ່ນໍາໄປປູກ.

ໃນຊ່ວງໄລຍະ 15 ວັນພາຍຫຼັງປູກແມ່ນໃຫ້ຫົດນໍ້າປະມານ 3 ວັນຕໍ່ 1 ຄັ້ງ ແລະ ຫຼັງຈາກ 16 ວັນຂຶ້ນໄປແມ່ນຫົດນໍ້າປະມານອາທິດລະ 1 ຄັ້ງ.

ເຊິ່ງສາລີແມ່ນຈະໃຊ້ເວລາປະມານ 75 ວັນ ກໍ່ສາມາດເກັບກ່ຽວໄດ້, ເມື່ອຮອດລະດູການເກັບກ່ຽວຈະມີແມ່ຄ້າທັງພາຍໃນ ແລະ ຕ່າງແຂວງ ໂດຍສະເພາະແມ່ນແມ່ຄ້າທາງແຂວງສະຫວັນນະເຂດ ມາຮັບຊື້ເຖິງທີ່ ໃນລາຄາ 2.500 ກີບຕໍ່ 1 ກິໂລ.

ເຊິ່ງນອກຈາກປູກເຂົ້າ, ສາລີແລ້ວ ຄອບຄົວທ່ານ ສົມນຶກ ແສງສະຫວ່າງ ຍັງລ້ຽງສັດ, ປູກພືດຜັກ, ໝາກຖົ່ວ, ໝາກແຕງ, ໝາກເຜັດ ແລະ ອື່ນໆຂາຍເປັນສິນຄ້າ ສາມາດສ້າງລາຍຮັບໄດ້ທັງໝົດປະມານ 60 ລ້ານກວ່າກີບຕໍ່ປີ.

#Medialaos #khammouane #https://khammouanenews.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່