Friday, November 7, 2025
Kbank Laos โอน รับ จ่าย

ຫຼຸດຄ່າຜ່ານທາງລົງ 25% ລັດຖະບານ ເຫັນດີເພີ່ມອາຍຸສໍາປະທານເສັ້ນທາງເລກທີ 16A ຕື່ມ 8 ປີ

ການເກັບຄ່າຜ່ານທາງ16 A (ແຕ່ຂົວປາກເຊ ຫາ ຊາຍແດນວັງເຕົ່າ) ແຂວງຈຳປາສັກ ເປັນປະເດັດຮ້ອນທີ່ສັງຄົມຈົ່ມວ່າມາດົນນານ; ຂະນະທີ່ລັດຖະບານກໍໄດ້ພະຍາຍາມແກ້ຈົນມີການແຕ່ງຕັ້ງຄະນະສະເພາະກິດຂຶ້ນມາ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ເໝາະສົມທີ່ສຸດ.

ຫຼ້າສຸດສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 1983 ລົງວັນທີ 12 ພະຈິກ 2019 ເລື່ອງ ທິດຊີ້ນຳກ່ຽວກັບຜົນການກວດກາໂຄງການກໍ່ສ້າງເສັ້ນທາງເລກທີ 16 A (ແຕ່ຂົວປາກເຊ ຫາ ຊາຍແດນວັງເຕົ່າ) ແລະ (ແຕ່ສາມແຍກສາລາຂຽວຫຼັກ 9 ຫາ ທາງແຍກເລກທີ 16 A ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ) ໂດຍອີງຕາມເອກະສານລາຍງານສະບັບເລກທີ 2015/ກຜທ.ລທ5, ລົງວັນທີ 6 ກັນຍາ 2019 ຂອງກະຊວງແຜນການ ແລະ ການລົງທຶນ; ອີງຕາມການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 6 ພະຈິກ 2019.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

1). ເຫັນດີຮັບຮອງດ້ານຫຼັກການເອົາຜົນການເຈລະ ຈາກ່ຽວກັບການເກັບຄ່າຜ່ານທາງ ແລະ ອາຍຸສໍາປະທານໂຄງການກໍ່ສ້າງເສັ້ນທາງເລກທີ 16 A (ແຕ່ຂົວປາກເຊ-ຊາຍແດນວັງເຕົ່າ) ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນ

ຄື: ເພີ່ມອາຍຸສໍາປະທານໂຄງການດັ່ງກ່າວຕື່ມອີກ 8 ປີ ລວມອາຍຸສໍາປະທານເປັນ 50 ປີ ແລະ ໃຫ້ເກັບຄ່າບໍລິການຜ່ານທາງຫຼຸດລົງ 25% ຂອງລາຄາປີ້ຜ່ານທາງຂອງລົດແຕ່ລະປະເພດທີ່ກໍາລັງເກັບໃນປັດຈຸບັນ.

ພ້ອມກັນນັ້ນ, ກໍ່ໃຫ້ກະຊວງແຜນການ ແລະ ການລົງທຶນ ປຶກສາຫາລື ແລະ ເຈລະຈາກັບບໍລິສັດ ຕື່ມກ່ຽວກັບການໃຫ້ນະໂຍບາຍການເກັບຄ່າຜ່ານທາງຕໍ່ປະຊາຊົນທີ່ອາໄສຢູ່ລຽບຕາມສາຍທາງ ແລະ ໃຫ້ຄົ້ນຄວ້າກ່ຽວກັບການຕິດຕັ້ງຈຸດເກັບເງິນເພີ່ມຕື່ມອີກຈຸດໜຶ່ງໃສ່ລະຫວ່າງກາງຂອງເສັ້ນທາງດັ່ງກ່າວຕື່ມ ເພື່ອເຮັດແນວໃດໃຫ້ມີຄວາມຍຸຕິທໍາ ແລະ ຫຼຸດຜ່ອນຫາງສຽງຈົ່ມວ່າຈາກປະຊາຊົນ.

2). ສໍາລັບເສັ້ນທາງເລກທີ 16 ແຕ່ສາມແຍກສາລາຂຽວຫຼັກ 9 ຫາ ທາງແຍກຫຼັກ 21 ເມືອງບາຈຽງຈະເລີນສຸກ ຂອງບໍລິສັດ ດວງດີ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວນັ້ນ, ດ້ານຫຼັກການເຫັນດີໃຫ້ຢຸດຕິການກໍ່ສ້າງ ແລະ ໃຫ້ໄລ່ລຽງມູນຄ່າ ທີ່ບໍລິສັດໄດ້ກໍ່ສ້າງສໍາເລັດແລ້ວຜ່ານມາໃຫ້ເປັນເອກະພາບ ແລະ ມີຄວາມຊັດເຈນຕາມໜ້າວຽກທີ່ໄດ້ກໍ່ສ້າງສໍາເລັດຕົວຈິງ.

ຈາກນັ້ນ, ໃຫ້ກະຊວງແຜນການ ແລະ ການລົງ ທຶນເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຈລະຈາກ່ຽວກັບຮູບການຊໍາລະຄືນໃຫ້ບໍລິສັດ, ແລ້ວລາຍງານຜົນການເຈລະຈາໃຫ້ລັດຖະບານພິຈາລະນາ.

3). ສໍາລັບໂຄງການກໍ່ສ້າງເສັ້ນທາງແຕ່ສາມແຍກຫຼັກ 21 ເມືອງບາຈຽງຈະເລີນສຸກ ຫາ ທາງແຍກ 16 A ເມືອງປາກຊ່ອງ, ແຂວງຈໍາປາສັກ ຂອງກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈໍາກັດ, ໃຫ້ກະຊວງແຜນການ ແລະ ການລົງທຶນ

ໃນນາມຄູ່ສັນຍາເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງເຈລະ ຈາກັບບໍລິສັດຕາມທິດໃຫ້ສືບຕໍ່ເຮັດແບບ BOT, ແຕ່ໃຫ້ເກັບຄ່າບໍລິການຜ່ານທາງຫຼຸດລົງໃນລະດັບໃດໜຶ່ງ (ຢ່າງໜ້ອຍກໍໃຫ້ຫຼຸດລົງເທົ່າກັນກັບຄ່າຜ່ານທາງຂອງເສັ້ນທາງແຕ່ຂົວປາກເຊ-ຊາຍແດນວັງເຕົ່າ) ແລະ ລັດອາດເພີ່ມອາຍຸສໍາປະທານໃຫ້ບໍລິສັດຕື່ມຕາມຄວາມເໝາະສົມ.

ລາຍລະອຽດຕາມແຈ້ງການ

ແຫຼ່ງຂໍ້ມູນ: ຊຸບຊິບອັບເດດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.