ຍຸດທະສາດການພັດທະນາເສດຖະກິດ ແຂວງບໍລິຄຳໄຊ ປີ 2021-2030

ກອງປະຊຸມປຶກສາຫາລື ກ່ຽວກັບການຄົ້ນຄ້ວາແຜນຍຸດທະສາດ ການພັດທະນາເສດຖະກິດຂອງແຂວງ 2021-2030 ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ຫົວໜ້າ, ຮອງຫົວໜ້າຈາກພະແນກການທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກບັນດາເມືອງພາຍໃນແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ລາຍງານກ່ຽວກັບແຜນຍຸດທະສາດການພັດທະນາເສດຖະກິດຂອງແຂວງວ່າ:

ແຂວງບໍລິຄຳໄຊເປັນບ່ອນກິ່ວສຸດ ແລະ ເປັນທາງຜ່ານໃນການບໍລິການຂົນສົ່ງສິນຄ້າ, ສະນັ້ນ ຈຶ່ງເປັນທ່າແຮງໃນການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ, ໃນແຜນຍຸດທະສາດການພັດທະນາດ້ານເສດຖະກິດຂອງແຂວງນີ້ ມີ 7 ໂຄງການ ແລະ 61 ໂຄງການຍ່ອຍ ທີ່ຈະໄດ້ຄົ້ນຄ້ວາໃນການປະຕິບັດໃນຕໍ່ໜ້າ

ເປັນຕົ້ນແມ່ນໂຄງການສ້າງຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ ທີ່ມີສາງສິນຄ້າສາມາດຮອງຮັບໄດ້ຈຳນວນຫຼາຍ ຈຶ່ງເປັນເຂດອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າລະຫວ່າງປະເທດ, ໂຄງການແຫຼ່ງທ່ອງທ່ຽວອ່າງຫ້ວຍສຽດ ທີ່ສາມາດຮອງຮັບນັກທ່ອງທ່ຽວໄດ້ເປັນຈຳນວນຫຼາຍ ໃນນັ້ນ ຈະມີໂຮງແຮມ ແລະ ຮ້ານອາຫານ, ຫາດ, ຮ້ານຄ້າ, ເຮືອນວິນລາໃຫ້ເຊົ່າ ແລະ ກິດຈະກຳການແຂ່ງກິລາ, ແຂວງຍັງມີແຜນປູກໄມ້ໃຫ້ໝາກ ເຊັ່ນ: ການປູກໝາກມ່ວງ, ກ້ວຍ, ໝາກມີ້ ແລະ ໝາກໄມ້ຊະນິດ ອື່ນໆ ຫຼື ສາມາດນຳມາແປຮູບແລ້ວສົ່ງອອກ, ນອກນັ້ນ ຍັງມີການລ້ຽງໄກ່, ຟາມງົວ ແລະ ໂຮງງານຫຼອມເຫຼັກ. ການເຕີບໂຕເສດຖະກິດມະຫາພາກພື້ນ ໃນການຄາດຄະເນໃຫ້ຢູ່ໃນລະດັບ 7% ຕາມທີ່ຄາດການໄວ້.

ແຫຼ່ງຂໍ້ມູນ: ເວບໄຊ ແຂວງບໍລິຄຳໄຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...