ທີມນັກກິລາເປຕັງລາວ ຍາດໄດ້ 3 ຫຼຽນເງິນຈາກລາຍການຊິງແຊ້ມໂລກ 2019

ທັບນັກກິລາເປຕັງທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນເຂົ້າຊີງເຖິງ 3 ລາຍການ ກ່ອນຈະຈົບດ້ວຍການຄວ້າຮອງແຊັມທັງໝົດ ໃນການແຂ່ງຂັນເປຕັງຊີງແຊັມໂລກ ຮຸ່ນເຍົາວະຊົນ ແລະ ຊີງແຊັມໂລກຍິງ ຄັ້ງທີ 17 ທີ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ລະຫວ່າງວັນທີ 18-23 ພະຈິກ 2019.

ເຊິ່ງທັບນັກກີລາເປຕັງທີມຊາດລາວ ໄດ້ເດີນທາງໄປປະເທດກໍາປູເຈຍ ໃນຕອນບ່າຍຂອງວັນທີ 18 ພະຈິກ 2019 ນໍາໂດຍ ທ່ານ ວິລະວັດ ເທບພິທັກ ຫົວໜ້າຄະນະ, ທ່ານ ວຽງທາ ເຂັມວົງສາ ຄູຝຶກ ແລະ ທ່ານ ໂຊກໄຊ ວິນໄລທອງ ຄູຝຶກ.

ສ່ວນ ນັກກິລາເປຕັງທີມຊາດລາວ ປະກອບມີ 8 ຄົນຄື:

ນາງ ມະນີວັນ ສຸລິຍາ, ນາງ ຈັນສະໝອນ ວົງສະຫວັດ, ນາງ ຄູນ ສຸກສະຫວັດ, ນາງ ໄບວິລັກ ເທບພະກັນ, ທ້າວ ພິມພອນ ວັນນະຈອນ, ທ້າວ ປີໂນ່ ພັນທະລີ, ທ່ານ ສີສົມພອນ ວັນນະຈອນ ແລະ ທ່ານ ສຸທາພອນ ຫອມສົມບັດ.

ຜ່ານການແຂ່ງຂັນປາກົດວ່າ: ສາມາດຍາໄດ້ຫຼຽນເງິນ ປະກອບດ້ວຍ
– ຮອງແຊ້ມໂລກ(ອັນດັບ 2) ປະເພດ ຊຸດຕິງຍິງ ຈາກນາງ ໂບວິລັກ ເທບພະກັນ ເສຍໃຫ້ແຊັມເກົ່າຈາກ ກໍາປູເຈຍ ໃນຮອບຊິງ 26-36
– ຮອງແຊ້ມໂລກ(ອັນດັບ 2) ປະເພດ ທີມຊຸດເຍົາວະຊົນ ເສຍໃຫ້ ຝຣັ່ງ 1-13
– ແລະ ຮອງແຊ້ມໂລກ(ອັນດັບ 2) ປະເພດທີມຊຸດຍິງ ເສຍໃຫ້ ໄທ

ຮູບຈາກ: lao su su ລາວ ສູ້ ສູ້, ເນື້ອໃນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...