Monday, February 17, 2025

ພ້ອມກັນອະນຸລັກ ຮັກສາ ແລະ ເສີມຂະຫຍາຍມູນມໍລະດົກແຄນລາວ

ງານ​ສະ­ແດງ​ສິລະ​ປະ​ວັດ­ທະ­ນະ­ທຳ “ສຽງ​ແຄນ​ເຊື້ອ​ຊາດ​ລາວ​ມໍ​ລະ​ດົກ​ໂລກ” ເພື່ອ​ສະ­ເຫຼີມ­ສະ­ຫຼອງ​ຄ້າຍ​ວັນ​ເກີດ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຄົບ­ຮອບ 99 ປີ ຢູ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ພັນ​ຄຳ ວິ­ພາ​ວັນ ຮອງ​ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ທ່ານ ກິ​ແກ້ວ ໄຂ​ຄຳ​ພິ­ທູນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ການ​ນຳ​ພັກ-ລັດ ແລະ ແຂກ​ທີ່​ຖືກ​ເຊີນ.

ທ່ານ ກິ​ແກ້ວ ໄຂ​ຄຳ​ພິ­ທູນ ກ່າວ​ວ່າ :

ກ່ອນນີ້ 99 ປີ ຄືມື້­ນີ້​ເອງ ປະ­ທານ ໄກ­ສອນ ພົມວິ­ຫານ ໄດ້​ກຳ­ເນີດ ແລະ ເພິ່ນ​ໄດ້​ເຕີບ​ໃຫຍ່​ຂຶ້ນໃນ​ຂະ​ບວນ​ວິ­ວັດ ແຫ່ງ​ການ​ທົດ​ສອບຈາກ​ແປວ­ໄຟ ແຫ່ງ​ການ​ປະ­ຕິ­ວັດ​ອັນ​ລະ​ອິດລະອ້ຽວທຸ­ລະ­ກັນ­ດານ ໃນ​ທີ່​ສຸດເພິ່ນ​ໄດ້​ກາຍ­ເປັນ​ຜູ້­ນຳ​ສູງ​ສຸດ​ຂອງ​ພັກລັດ ແລະ ກຳ­ລັງ​ປະ­ກອບ​ອາ­ວຸດ ປະ­ຕິ­ວັດຂອງ​ປະ­ເທດ​ເຮົາ ຕະ­ຫຼອດ​ຊີ­ວິດ​ຂອງ​ຕົນ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ໄດ້​ອຸ­ທິດ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ ແນວ​ຄິດ​ຈິດ­ໃຈ​ໝົດເຫື່ອ­ແຮງ ສະ­ຕິ​ປັນ­ຍາເພື່ອ​ປະ­ເທດ​ຊາດ ແລະ ເພື່ອ​ປະ­ຊາ­ຊົນ​ລາວບັນ­ດາ­ເຜົ່າ ປະ­ທານ​ໄດ້​ຮ່ວມ​ກັບ​ໝູ່​ຄະ­ນະ​ນຳ­ພາປວງ​ຊົນ​ລາວ​ທັງ​ຊາດ ລຸກ­ຂຶ້ນຕໍ່­ສູ້​ຢ່າງ​ອົງ­ອາດກ້າ­ແກ່ນ ເດັດ­ດ່ຽວໜຽວ​ແໜ້ນ ບໍ່​ຍອມ​ຈຳ­ນົນ ຈຶ່ງ​ສາ­ມາດ​ຍາດ​ເອົາ​ເອ­ກະ­ລາດຢ່າງ​ສົມ­ບູນ ມາ​ໃຫ້ປະ­ເທດ​ຊາດ ແລະ ຍາດ​ເອົາ​ອິດ​ສະ­ລະ​ພາບ​ຢ່າງ​ແທ້​ຈິງ ມາ​ໃຫ້​ປະ­ຊາ­ຊົນລາວ​ບັນ­ດາ­ເຜົ່າ ສ້າງ​ໜ້າ​ປະ­ຫວັດ­ສາດ​ອັນ​ມະ­ຫັດ­ສະ­ຈັນ ທີ່​ບໍ່​ເຄີຍ​ມີ​ມາໃນ​ປະ­ຫວັດ­ສາດ ແຫ່ງ​ການ​ກໍ່​ຕັ້ງ​ຄົງ​ຕົວ ແລະ ຂະ­ຫຍາຍ­ຕົວ​ຂອງ​ຊາດ​ເຮົາ ພາ​ປະ­ເທດ​ຊາດ​ກ້າວ​ຂຶ້ນ​ສູ່​ຄວາມ​ຈະ­ເລີນ​ກ້າວ­ໜ້າ.

ການ​ຈັດ​ງານ​ສະ­ແດງສິ­ລະ​ປະ ວັດ­ທະ­ນະ­ທຳ​ສຽງ​ແຄນ​ເຊື້ອ​ຊາດ​ລາວ ມໍ​ລະ​ດົກ​ໂລກຄັ້ງ​ນີ້ ແມ່ນ​ມີ​ເນື້ອ​ໃນ ແລະ ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຫຼາຍ​ຄື: ເພື່ອ​ສ້າງ​ບັນ­ຍາ­ກາດ​ໃຫ້​ແກ່​ການ​ສະ­ເຫຼີມ­ສະ­ຫຼອງ​ຄ້າຍ​ວັນ​ເກີດ​ຂອງ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຄົບ­ຮອບ 99 ປີ ແລະ ເປັນ​ການ​ປຸກ­ລະ­ດົມ​ຂະ​ບວນ​ການ ເພື່ອ​ເຂົ້າ​ຮ່ວມ​ມະ­ໂຫ­ລານ​ສຽງ​ແຄນ ເຊື້ອ​ຊາດ​ລາວ​ມໍ​ຣະ​ດົກ​ໂລກ ທົ່ວ​ປະ­ເທດ ປີ 2020

ເພື່ອ​ຂ່ຳ­ນັບ​ຮັບ​ຕ້ອນ ແລະ ສະ­ຫຼອງ​ຄ້າຍ​ວັນ​ເກີດ​ປະ­ທານ ໄກສອນ ພົມ­ວິ­ຫານ ຄົບ­ຮອບ 100 ປີ ເພື່ອ​ສ້າງ​ບັນ­ຍາ­ກາດ ໃຫ້​ແກ່​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ­ຊາດ ທີ 2 ທັນ­ວາ ພ້ອມ​ກັນ​ນີ້ ກໍ່​ເປັນ​ການ​ຊຸກ­ຍູ້​ປຸກ­ລະ­ດົມ​ຂະ​ບວນ​ການ​ສ້າງ​ຜົນ­ງານ​ຂ່ຳ­ນັບ​ຮັບ​ຕ້ອນ​ກອງ​ປະ­ຊຸມ​ໃຫຍ່ ອົງ­ຄະ​ນະ​ພັກ 3 ຂັ້ນ ແລະ ກອງ​ປະ­ຊຸມ ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ທັງ​ເປັນ​ການ​ປຸກ­ລະ­ດົມກຳ­ລັງ​ໃຈ ຂອງ​ຂະ​ບວນ​ການ ສິ­ລະ​ປະ ວັດ­ທະ­ນະ­ທຳ​ແຄນ​ລາວ ເຕົ້າ­ໂຮມ​ໝໍ​ແຄນ ໝໍ​ຂັບ ໝໍ​ລຳ ຊ່າງ​ແຄນ ເພື່ອພ້ອມ​ກັນອະ­ນຸ​ຮັກ​ຮັກ­ສາ ແລະ ເສີມ​ຂະ­ຫຍາຍ​ມູນ​ມໍ​ລະ​ດົກ​ແຄນ​ລາວປົກ​ປັກ​ຮັກ­ສາ ແລະ ເສີມ​ຂະ­ຫຍາຍ​ສຽງ​ແຄນ ເຊື້ອ​ຊາດ​ລາວ​ ມໍ​ລະ​ດົກ​ໂລກ ໃຫ້​ຍືນ​ຍົງ​ຢູ່​ກັບ​ຄົນ​ລາວ ແລະ ຊາດ​ລາວ​ຕະ­ຫຼອດ​ໄປ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.