Saturday, February 15, 2025

ລາວ-ເຢຍລະມັນ ສືບຕໍ່ສະໜັບສະໜູນການປົກປັກຮັກສາຊີວະນາໆພັນ

ລັດ­ຖະ­ບານ ສປປ ລາວ ແລະ ລັດ­ຖະ­ບານ​ເຢຍ​ລະ​ມັນ ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ປົກ​ປັກ​ຮັກ­ສາ ແລະ ນຳ​ໃຊ້​ລະ­ບົບ​ນິ­ເວດ​ປ່າ­ໄມ້ ແລະ ຊີ­ວະ​ນາໆພັນ​ແບບ​ຍືນ​ຍົງ ໄລ­ຍະ 2 ເຊິ່ງ​ໃນ​ຂໍ້​ຕົກ­ລົງ​ສືບ­ຕໍ່​ໂຄງ­ການ​ດັ່ງ­ກ່າວ ລັດ­ຖະ­ບານ​ເຢຍ​ລະ​ມັນ​ໄດ້​ປະ­ກອບ­ສ່ວນ​ເປັນ​ທຶນ 6.200.000 ເອີ​ໂຣ ຫຼື ປະ­ມານ 61,18 ຕື້​ກີບ ເພື່ອ​ສົ່ງ­ເສີມ​ວຽກ​ງານ​ການ​ຄຸ້ມ​ຄອງ​ປ່າ­ໄມ້​ທີ່​ດີ ຄຸ້ມ​ຄອງ​ເຂດ​ປ່າ​ສະ­ຫງວນ ແລະ ການ​ສົ່ງ­ເສີມ​ສິ່ງ­ແວ­ດລ້ອມ​ຢ່າງ​ມີ​ປະ​ສິດ­ທິ​ຜົນ.

ທ່ານ ທອງ​ພັດ ວົງ​ມະ­ນີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ກ່າວ​ວ່າ:

ຂໍ້​ຕົກ­ລົງ​ສືບ­ຕໍ່​ໂຄງ­ການ​ດັ່ງ­ກ່າວ ສະ­ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ສືບ­ຕໍ່ ແລະ ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ລະ­ຫວ່າງ​ລັດ­ຖະ­ບານ​ລາວ-ເຢຍ​ລະ​ມັນ ໃນ​ໄລ­ຍະ​ທຳ​ອິດ​ແຕ່​ປີ 2017-2019 ສປປ ລາວ ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຊັດ​ເຈນ ໃນ​ການ​ບັນ­ລຸ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ໂດຍ​ສະ­ເພາະ​ວຽກ​ງານ​ປົກ​ປັກ​ຮັກ­ສາ​ຊີ­ວະ​ນາໆພັນ ການ​ເຮັດ​ວຽກ​ຮ່ວມ​ກັນ​ລະ­ຫວ່າງ​ອົງ­ການ​ປົກ­ຄອງ​ຂອງ​ລັດ ແລະ ຜູ້​ປະ­ກອບ​ການ​ທີ່​ບໍ່​ສັງ­ກັດ​ລັດ ສ້າງ​ເງື່ອນ­ໄຂ​ໃຫ້­ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ປ່າ­ໄມ້ ແລະ ຊີ­ວະ​ນາໆພັນ​ແບບ​ຍືນ​ຍົງ.

ທ່ານ ເຢນ ລຸກ​ເຄິນ​ເຮີມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຢຍ​ລະ​ມັນ ປະ­ຈຳ​ລາວ ກ່າວ​ວ່າ:

ຂໍ​ສະ­ແດງ​ຄວາມ​ຍິນ​ດີ​ຕໍ່​ລັດ­ຖະ­ບານ​ລາວ ທີ່​ມີ​ຄວາມ​ຄືບ​ໜ້າ​ຕໍ່​ເປົ້າ​ໝາຍ​ລວມ ທີ່​ໃຫ້­ການ​ສະ­ໜັບ­ສະ­ໜູນ​ໂດຍ​ເຢຍ​ລະ​ມັນ ໂຄງ­ການ​ດັ່ງ­ກ່າວ​ຈະ​ສືບ­ຕໍ່​ເສີມ​ສ້າງ​ຄວາມ​ສາ­ມາດ​ຂອງ​ພາກ​ລັດ ເອ­ກະ​ຊົນ ແລະ ອົງ​ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ ເພື່ອ​ນຳ​ໃຊ້​ປ່າ­ໄມ້​ຂອງ​ປະ­ເທດ​ໃຫ້​ມີ​ຄວາມ​ຍືນ​ຍົງ ແລະ ປົກ​ປ້ອງ​ປ່າ­ໄມ້​ໃຫ້​ມີ​ປະ​ສິດ­ທິ​ຜົນ​ສູງ ເຊິ່ງ​ຈະ​ຊ່ວຍ​ສ້າງ​ເງື່ອນ­ໄຂ​ເຮັດ​ໃຫ້​ປະ­ຊາ­ຊົນ​ລາວ ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ລະ­ບົບ​ນິ­ເວດ​ວິ­ທະ­ຍາ​ທີ່​ອຸ­ດົມ­ສົມ­ບູນ.

ສຳ­ລັບ​ໂຄງ­ການ​ໄລ­ຍະ​ທີ 2 ແມ່ນ​ສືບ­ຕໍ່​ໂດຍ​ອີງ­ໃສ່​ຜົນ​ໄດ້​ຮັບ​ຂອງ​ໂຄງ­ການ ທີ່​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ ຜ່ານ​ມາ ກ່ຽວ​ກັບ​ແຜນ​ງານ​ການ­ຈັດ­ຕັ້ງ​ກົດ­ໝາຍ​ປ່າ­ໄມ້ ການ​ຄຸ້ມ​ຄອງ ແລະ ການ​ຄ້າ​ໄມ້ ລະ­ຫວ່າງ ສປປ ລາວ ແລະ ສະ­ຫະ­ພາບ​ເອີ​ຣົບ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບົບ​ການ​ຄຸ້ມ​ຄອງ​ແບບ​ມີ​ສ່ວນ​ຮ່ວມ ແລະ ການ​ສະ­ເໜີ​ເອົາ​ປ່າ​ສະ­ຫງວນ​ແຫ່ງ​ຊາດ ຫີນ​ໜາມ​ໜໍ່ ເຂົ້າ​ເປັນ​ມໍ­ລະ­ດົກ​ໂລກ​ທາງ​ທຳ​ມະ​ຊາດ ຮ່ວມ​ກັບ​ອຸ­ທິ­ຍານ​ແຫ່ງ​ຊາດ ຟອງ​ຍາ​ແກ​ບາງ ສສ ຫວຽດ­ນາມ ແນ­ໃສ່​ການ​ປັບ­ປຸງ​ຄວາມ​ສາ­ມາດ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ການ​ສ້າງ​ຈິດ​ສຳ­ນຶກ​ດ້ານ​ສິ່ງ­ແວ­ດລ້ອມ ໃຫ້​ອົງ​ການ­ຈັດ­ຕັ້ງ​ລັດ ແລະ ອົງ​ການ­ຈັດ­ຕັ້ງ​ສັງ­ຄົມ​ຕ່າງໆ.

ພິ­ທີ​ລົງ​ນາມ​ສັນ­ຍາ​ການ​ຮ່ວມ​ມື​ດັ່ງ­ກ່າວ ຈັດ​ຂຶ້ນຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ກົມ​ກວດ­ກາ​ປ່າ­ໄມ້ ກົມ​ປ່າ­ໄມ້ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ກົມ​ມໍ­ລະ­ດົກ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກົມ​ສົ່ງ­ເສີມ​ຄຸນ​ນະ​ພາບ​ສິ່ງ­ແວ­ດລ້ອມ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ແຂວງ​ຄຳ​ມ່ວນ ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ບົວ­ລະ­ພາ ແລະ GIZ ໂດຍ​ມີ​ທ່ານ ທອງ​ພັດ ວົງ​ມະ­ນີ ແລະ ທ່ານ ເຢນ ລຸກ​ເຄິນ​ເຮີມ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.