ງົດງາມຫຼາຍ ງານເດີນແບບອາພອນເຜົ່າມົ້ງ ທີ່ສວນວັດທະນະທຳມົ້ງກຸ

ສວນວັດທະນະທຳມົ້ງກຸ (ສວນອາຫານທະວີໂຊກ) ເມືອງໄຊທານີ ນະຄອນຫຼວງວຽງຈັນໄດ້ຈັດງານ ເດີນແບບ ອາພອນເຜົ່າມົ້ງ ເພື່ອປະກອບສ່ວນໃນການອະນຸຮັກຮີດຄອງປະເພນີອັນດີງາມຂອງເຜົ່າມົ້ງ.

ງານຄັ້ງນິ້ຈັດຂຶ້ນເປັນເວລາ 2 ວັນ ລະຫວ່າງ ວັນທີ 14-15 ທັນວາ 2019 ໃນງານມີການຈັດກິດຈະກະເດີນແບບອາພອນເຜົ່າມົ້ງ ເຊິ່ງມີຜູ້ເຂົ້າຮ່ວມເດີນແບບເພື່ອຊິງລາງວັນລວມມູນຄ່າຫຼາຍກວ່າ10 ລ້ານກີບ ຈຳນວນ50 ຄົນ ທັງລຸ້ນນ້ອຍ, ລຸ້ນຊາວໜຸ່ມ ແລລະ ລຸ້ນທົ່ວໄປ.

ພິເສດໃນງານຍັງມີນາງສາວມົ້ງລາວປີ2019 ເຂົ້າຮ່ວມ ພ້ອມທັງເປັນກຳມະການໃຫ້ຄະແນນນຳອີກ.

ນາງ ຈັນມະລີ ທໍ່ ນາງສາວເຜົ່າມົ້ງລາວ 2019

ທ່ານທັດສະນາຈອນ ບຸນທັນ ປະທານສວນອາຫານທະວີໂຊກ ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ຂຶ້ນ ກໍເພື່ອເປັນການສົ່ງເສີມຮີດຄອງປະເພນີອັນດີງາມຂອງເຜົ່າມົ້ງ ໂດຍສະເພາະະແມ່ນການນຸ່ງຖືແຕ່ງກາຍທີ່ງົດງາມ ແລະ ມີເອກະລັກຂອງເຜົ່າມົ້ງ. ໄປພ້ອມກັນນັ້ນກໍເພື່ອພັດທະນາສວນອາຫານທະວີໂຊກ ໃຫ້ກາຍເປັນສວນວັດທະນະທຳເຜົ່າມົ້ງ.

ທ່ານບົວລີ ແກ້ວມະນີວັນ ຫົວໜ້າການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດກິດຈະກຳເດີນແບບອາພອນເຜົ່າມົ້ງ ເປັນໜຶ່ງໃນກິດຈະກະທີ່ດີງາມເພື່ອອະນຸຮັກຮັກສາ ຮີດຄອງປະເພນີອັນດີງາມຂອງເຜົ່າມົ້ງ. ດັ່ງນັ້ນເນື່ອງໃນໂອກາດບຸນປີໃໝ່ເຜົ່າມົ້ງປີນີ້ ຂໍອວຍພອນໃຫ້ທຸກໆທ່ານຈົ່ງມີແຕ່ຄວາມສຸກສົມຫວັງ.

ໃນກິດຈະກິດ ນອກຈາກມີການເດີນແບບແລ້ວ ຍັງມີກອງສິລະປະທີ່ມາແຕ່ແຂວງຊຽງຂວາງ ແລະ ນັກຮ້ອງທີ່ມີຊື່ສຽງມາຮ່ວມສ້າງຄວາມເບີກບານມ່ວນຊື່ນນຳອີກ.

ສວນວັດທະນະທຳມົ້ງກຸ (ສວນອາຫານທະວີໂຊກ) ຕັ້ງຢູ່ທາງໄປປາກຊາບ ຫລັກ24 ບ້ານ ທ່ານາກ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຮູບໂດຍ: noy images, ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...