ເປີດນຳໃຊ້ສະຖານີໂທລະພາບ ນະຄອນຫຼວງວຽງຈັນຢ່າງເປັນທາງການ!!!

ພິທີເປີດນຳໃຊ້ສະຖານີໂທລະພາບ ນະຄອນຫຼວງວຽງຈັນຢ່າງເປັນທາງການ ຈັດຂຶ້ນວັນທີ 13 ທັນວາ 2019 ໃຫ້ກຽດກ່າວເປີດສະຖານີຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງ ຈັນ ແລະ ໃຫ້ກຽດກົດປຸ່ມເປີດຂອງທ່ານ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ

ມີທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທ່ານ ສົມປະສົງ ສົມພັກດີ ອໍານວຍການສະຖານີວິທະຍຸ-ໂທລະພາບ ນະ ຄອນຫຼວງວຽງຈັນ ແລະ ທ່ານ ພອນປະເສີດ ອິນທະສອນ ປະ ທານບໍລິສັດ 3 ເອັສ ພັດທະນາ ພ້ອມດ້ວຍການນໍາຂັ້ນນະຄອນ ຫຼວງວຽງຈັນ ເຈົ້າເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ການກໍ່ສ້າງສະຖານີໂທລະພາບນະຄອນຫຼວງໄດ້ເລີ່ມລົງມືໃນວັນທີ 16 ສິງຫາ 2013 ເປັນອາຄານ 3 ຊັ້ນ ໃນເນື້ອທີ່ 2.855 ຕາແມັດ ເຊິ່ງປະກອບມີ 31 ຫ້ອງ ໃນນັ້ນມີຫ້ອງສະຕູດີໂອ 2 ຫ້ອງ ຫ້ອງອອກອາກາດ 1 ຫ້ອງ ຫ້ອງຕັດຕໍ່ 1 ຫ້ອງ ພ້ອມດ້ວຍຫ້ອງເຮັດວຽກອື່ນໆອີກ ພ້ອມກັນນັ້ນກໍໄດ້ປະກອບອຸປະກອນເຕັກນິກທີ່ທັນສະໄໝ ໄດ້ມາດຕະຖານສາກົນ ມີທັງລະບົບຖ່າຍທໍາທັງໃນ ແລະ ນອກສະຖານທີ່

ເພື່ອອໍານວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ຂອງພະນັກງານວິຊາການຂອງສະຖານີໄດ້ຜະລິດລາຍການອອກອາກາດປະຈໍາວັນຢ່າງມີປະສິດທິພາບ ເພື່ອໃຫ້ຜູ້ຮັບຊົມໄດ້ຮັບຄວາມພໍໃຈ ແລະ ໄດ້ຮັບຜົນປະໂຫຍດສູງສຸດໃນເວລາຮັບຊົມ ໂທລະພາບນະຄອນຫຼວງວຽງຈັນ ເປັນລະບົບໂທລະພາບຜ່ານດາວທຽມກະຈາຍພາບດ້ວຍລະບົບ HD ຜ່ານດາວທຽມລາວແຊັດ ໃນຄວາມຖີ່ຊ່ອງ 9.

ໂທລະພາບນະຄອນຫຼວງວຽງຈັນ ຫຼື VTe 9 ເປັນສະຖານີນ້ອງໃໝ່ທີ່ມີການຮ່ວມມືກັບພາກເອກະຊົນລາວ ທີ່ໄດ້ເຕົ້າໂຮມເອົາທີມງານຂ່າວທີ່ມີຄວາມວ່ອງໄວລາຍງານຂ່າວທັນເຫດການ ທີມພິທີກອນ-ຜູ້ປະກາດຂ່າວ ແລະ ທີມງານຜະລິດລາຍການທີ່ມີປະສົບການ ສ່ວນດ້ານເຕັກນິກກໍມີມືກ້ອງ-ຊ່າງຕັດຕໍ່ທີ່ຊໍານານງານ ເຊິ່ງພ້ອມຈະນໍາເອົາສາລະ ແລະ ຄວາມບັນເທິງຕ່າງໆ ລວມທັງແນວທາງນະໂຍບາຍຂອງພັກ-ລັດ

ໂດຍສະເພາະແຜນພັດ ທະນາເສຖະກິດ-ສັງຄົມຂອງອົງຄະນະພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ລົງສູ່ສາຍຕາຂອງຜູ້ຊົມທັງພາຍໃນກໍຄືຕ່າງປະເທດໃຫ້ໄດ້ ຮັບຮູ້ເຖິງວັດທະນະທໍາ ຮີດຄອງປະເພນີອັນດີງາມ ວິຖີການດໍາລົງຊີວິດ ແລະ ການພັດທະນາຂອງນະຄອນ ຫຼວງວຽງຈັນ ເຊິ່ງເປັນໃຈກາງທາງດ້ານການເມືອງ ເສດຖະກິດ ແລະ ສັງຄົມຂອງປະເທດ ແລະ ໂທລະພາບນະຄອນຫຼວງວຽງ ຈັນ ຫຼື VTe 9 ພ້ອມຈະເປັນສື່ກາງ ເປັນສາຍໃຍຄວາມຜູກພັນໃນທົ່ວສັງຄົມ ພວກເຮົາຈະເຂົ້າເຖິງຜູ້ຊົມດ້ວຍທຸກຊ່ອງທາງທີ່ມີເພື່ອໃຫ້ໂທລະພາບນະຄອນຫຼວງເປັນ ໂທລະພາບຂອງຄົນລາວ ເພື່ອຄົນລາວ ແລະ ຮັບໃຊ້ສັງຄົມລາວຢ່າງແທ້ຈິງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...