ນັກທ່ອງທ່ຽວເຂົ້າເມືອງວັງວຽງ ເພີ່ມຂຶ້ນ ເກືອບ 24%

ໃນ 10 ເດືອນ ປີ 2019 ຈຳນວນນັກທ່ອງທ່ຽວມາທ່ຽວເມືອງວັງວຽງ ເພີ່ມຂຶ້ນ 23,68% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ທ່ານ ບຸນມີ ພົມມະວົງສາ ຫົວໜ້າຫ້ອງການ ຖວທ ເມືອງວັງວຽງ ໃຫ້ສຳພາດໃນວັນທີ 12 ທັນວາ 2019 ວ່າ: ເນື່ອງຈາກວ່າ ປີ 2019 ເປັນປີທ່ອງທ່ຽວ ລາວ – ຈີນ. ສະນັ້ນ, ເພື່ອເປັນການໂຄສະນາດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ຖວທ ເມືອງຈຶ່ງໄດ້ຈັດກິດຈະກຳເພື່ອສົ່ງເສີມການທ່ອງທ່ຽວ ເຊັ່ນ: ແຫ່ທຽນພັນສາ, ງານມະຫະກຳຄອນເສີດ, ງານປະກວດນາງສັງຂານຕິດພັນກັບຕະຫຼາດນັດ ເພື່ອສົ່ງເສີມການຜະລິດກະສິກຳ ແລະ ອື່ນໆ.

ນອກນັ້ນ, ຍັງໄດ້ເລັ່ງປັບປຸງບັນດາພື້ນຖານໂຄງລ່າງ ແລະ ສະຖານທີ່ທ່ອງທ່ຽວ ເປັນຕົ້ນ: ປັບປຸງບັນດາເສັ້ນທາງໃນເມືອງ, ເສັ້ນທາງຫາແຫຼ່ງທ່ອງທ່ຽວ, ກໍ່ສ້າງຂົວຂ້າມນໍ້າຊອງແຫ່ງໃໝ່ ຫ່າງຈາກຂົວເກົ່າຂຶ້ນໄປ 500 ແມັດ ພ້ອມທັງສ້າງເສັ້ນທາງຈາກຂົວແຫ່ງໃໝ່ຫາບ້ານຫ້ວຍແຍ້ ທາງທິດຕາເວັນຕົກ ເພື່ອອຳນວຍຄວາມສະດວກແກ່ນັກທ່ອງທ່ຽວໃນການໄປ – ມາ, ປັບປຸງສະໜາມຂີ້ເຫຍື້ອໃຫ້ໄດ້ມາດຕະຖານ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະ ກິດເປັນຕົ້ນ ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຍົກລະດັບສະຖານທີ່ທ່ອງທ່ຽວໃຫ້ໄດ້ມາດຖານອາຊຽນ ແລະ ໃຫ້ມີຄວາມຍືນຍົງ.

ຜ່ານການປັບປຸງສິ່ງທີ່ກ່າວມານັ້ນເຫັນວ່າມີບັນຍາກາດຟົດຟື້ນຂຶ້ນ ໂດຍສະເພາະໃນ 10 ເດືອນ ປີ 2019 ນີ້ ເຫັນວ່ານັກທ່ອງທ່ຽວເຂົ້າມາທ່ຽວເມືອງວັງວຽງ ຈຳນວນ 204.642 ຄົນ ທຽບໃສ່ 10 ເດືອນ ປີ 2018 ເພີ່ມຂຶ້ນ 23,68% ( 165.453 ຄົນ ) ທຽບໃສ່ໝົດປີ 2018 ເພີ່ມຂຶ້ນ 1,85% ( 200.912 ຄົນ ). ໃນນັ້ນ, ນັກທ່ອງທ່ຽວທີ່ເຂົ້າມາຫຼາຍທີ່ສຸດແມ່ນ ສ.ເກົາຫຼີ, ສປ ຈີນ ແລະ ໄທ.

ທ່ານ ບຸນມີ ພົມມະວົງສາ ຍັງໃຫ້ຮູ້ຕື່ມວ່າ: ໃນເດືອນພະຈິກຜ່ານມາ ຖວທ ເມືອງ ໄດ້ສົມທົບກັບບໍລິສັດທ່ອງທ່ຽວ ຄຣິນແອັດແວນເຈີ ຈັດກິດຈະກຳແລ່ນວີເທລ ຄັ້ງທີ 2 ໃນວັນທີ 9 – 10 ພະຈິກ, ບຸນກິນຈຽງເຜົ່າມົ້ງ ແລະ ງານແຂ່ງລົດຝອມໂມລາມົ້ງ ທີ່ຕາດຫ້ວຍສ້ານ ໃນວັນທີ 22 – 30 ພະຈິກ 2019 ເຊິ່ງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຈຳນວນຫຼາຍ. ພິເສດໃນລະຫວ່າງວັນທີ 13 – 14 ທັນວາ 2019 ນີ້ ເມືອງຍັງຈະຈັດງານບຸນເທດສະການດົນຕີ ຄັ້ງທີ 5 ເຊິ່ງເຫັນວ່າປັດຈຸບັນມີນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເມືອງວັງວຽງ ເປັນຈຳນວນຫຼວງຫຼາຍ, ໂຮງແຮມ – ເຮືອນພັກແມ່ນເຕັມໄປດ້ວຍບັນຍາກາດຄຶກຄັກ ເພື່ອກຽມເຂົ້າຊົມທ່ຽວໃນງານເທດສະການດັ່ງກ່າວ.

ແຫຼ່ງຂໍ້ມູນ: ຂ່າວ: ກາວຊົ່ງ, ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...