Sunday, July 19, 2026
Kbank Laos โอน รับ จ่าย
-->

ສະໜັບສະໜູນໂຄງການ ສົ່ງເສີມແຜ່ນແພລາວອອກສູ່ຕະຫຼາດເອີຣົບ

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ສະມາຄົມຫັດຖະກຳລາວ ແລະ CBI ເຊັນບົດບັນທຶກຮ່ວມກັນ ສະໜັບສະໜູນໂຄງການ ສົ່ງເສີມແຜ່ນແພລາວອອກສູ່ຕະຫຼາດເອີຣົບ, ໂດຍໃຫ້ໂອກາດ15 ບໍລິສັດຂອງລາວ ໄດ້ພັດທະນາສິນຄ້າຕົນໃຫ້ຖືກກັບຄ່ານິຍົມຜູ້ບໍລິໂພກໃນເອີຣົບ.

ໂຄງການຮ່ວມມືລະຫວ່າງ ສະມາຄົມຫັດຖະກຳລາວ ແລະ ສູນສົ່ງເສີມການນຳເຂົ້າສິນຄ້າຈາກບັນດາປະເທດກຳລັງພັດທະນາຂອງປະເທດໂຮນລັງ ຫຼື CBI ໄດ້ເລີ່ມຂຶ້ນແຕ່ປີ 2016 ເປັນຕົ້ນມາ, ພາຍຫຼັງທີ່ CBI ໄດ້ຮ່ວມເຮັດວຽກກັບປະເທດມຽນມາ, ກຳປູເຈຍ ແລະ ຫວຽດນາມ ຫຼື ບັນດາປະເທດ CLMV (ປະເທດອາຊຽນທີ່ມີລາຍໄດ້ຕ່ຳ).

ສປປລາວ, ເບື້ອງຕົ້ນໄດ້ມີການປຶກສາຫາລືກັນ ໂດຍທາງສະມາຄົມຫັດຖະກຳລາວ ໄດ້ເຊື້ອເຊີນຜູ້ຕາງໜ້າຈາກ CBI ມາຢ້ຽມຊົມງານມະຫະກຳຫັດຖະກຳລາວ ແລະ CBI ເຫັນວ່າສິນຄ້າຫັດຖະກຳລາວນັ້ນມີຄວາມຫຼາກຫຼາຍ, ມີຄວາມປານີດ ແລະ ມີຄວາມເປັນເອກະລັກຂອງລາວ ແລະ ທາງ CBI ຈຶ່ງໄດ້ເລືອກເອົາຂະແໜງຫັດຖະກຳລາວ.

ການເຊັນສັນຍາຮ່ວມກັນໃນຄັ້ງນີ້ກໍເພື່ອລະບຸບົດບາດຂອງແຕ່ລະພາກສ່ວນເພື່ອອຳນວຍຄວາມສະດວກໃນການປະຕິບັດໂຄງການ ໂດຍຈະເລີ່ມແຕ່ນີ້ຈົນເຖິງປີ 2024.

ຜູ້ຈັດການໂຄງການ CBI ກ່າວວ່າ: “CBI ເປັນສູນສົ່ງເສີມການນຳເຂົ້າສິນຄ້າຈາກປະເທດກຳລັງພັດທະນາ ແລະ ເປັນໜ່ວຍງານໜຶ່ງຂອງລັດຖະບານໂຮນລັງ ພວກເຮົາສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງທົ່ວໂລກໃນຂະແໜງການຕ່າງໆໃນການເຂົ້າເຖິງຕະຫຼາດເອີຣົບ“.

ຊ່ຽວຊານດ້ານການພັດທະນາອົງການຈັດຕັ້ງຂອງໂຄງການ CBI ກ່າວວ່າ:

ການໃຫ້ການຊ່ວຍເຫຼືອດ້ານວິຊາການໃຫ້ແກ່ບັນດາບໍລິສັດໃນການສົ່ງອອກ ແມ່ນສຸມໃສ່ 15 ບໍລິສັດທີ່ກຳລັງສົ່ງອອກ ຫຼື ມີທ່າແຮງສູງໃນການສົ່ງອອກສິນຄ້າແຜ່ນແພຕົກແຕ່ງເຮືອນ ແລະ ຈະມີການພັດທະນາປັບປຸງສິນຄ້າໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດເອີຣົບ ຫຼື ປັບປຸງຂະບວນການດຳເນີນທຸລະກິດໃຫ້ເປັນມືອາຊີບໃນການສົ່ງອອກ“.

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.