ອັດຕາເງິນເຟີ້ເດືອນພະຈິກ ເພີ່ມຂຶ້ນ 5,92%

ອັດຕາເງິນເຟີ້ໃນເດືອນພະຈິກ 2019 ຢູ່ທີ່ 5,92% ໃນນີ້, ໝວດທີ່ເໜັງຕີງ ເພີ່ມຂຶ້ນແມ່ນສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ 10,20% ເນື່ອງຈາກລາຄາເຂົ້າສານເພີ່ມຂຶ້ນ 32,48%. ຂະນະທີ່ປະເພດຊີ້ນ ແລະ ປາກໍເພີ່ມຂຶ້ນ; ສ່ວນປະເພດໝາກໄມ້ ແລະ ຜັກສົດ ແມ່ນຢູ່ໃນເກນປົກ ກະຕິ.

ພາບປະກອບ

ສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າ:

ອັດຕາເງິນເຟີ້ໃນເດືອນພະຈິກ 2019 ທຽບກັບເດືອນພະຈິກ 2018 ເພີ່ມຂຶ້ນ 5,92% ຍ້ອນການເໜັງຕີງຂອງໝວດສະບຽງອາຫານ ແລະ ເຄື່ອງດື່ມ  ບໍ່ມີທາດເຫຼົ້າ 10,20%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,32%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 4,14%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມເພີ່ມຂຶ້ນ 0,88%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 3,55%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 1,74%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 1,35%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 3,35%; ໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 3,18%; ໝວດການສຶກສາ ເພີ່ມຂຶ້ນ 1,71%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 1,94% ແລະ ໝວດສິນຄ້າ – ການບໍລິການອື່ນໆ ເພີ່ມຂຶ້ນ 5,46%.

ພາບປະກອບ

ຈຸດສົນໃຈຂອງເດືອນພະຈິກຜ່ານມາ ຍັງແມ່ນໝວດເຄື່ອງນຸ່ງຫົ່ມ ແລະ ເກີບ, ໝວດເຄື່ອງໃຊ້ໃນເຮືອນ ແມ່ນສືບຕໍ່ເພີ່ມຂຶ້ນຈາກເດືອນຜ່ານມາຫາກທຽບປີຕໍ່ປີ ໂດຍສະເພາະປະເພດເຄື່ອງນຸ່ງຫົ່ມມີທ່າອ່ຽງເພີ່ມຂຶ້ນມາຈາກລາຍການຄ່າແຮງງານຕັດເຄື່ອງແມ່ຍິງ ແລະ ລາຍການຂອງເສື້ອກັນໜາວ ເພາະຢູ່ໃນໄລຍະລະດູໜາວ ເຮັດໃຫ້ຜູ້ຊົມໃຊ້ອອກມາຊື້ເຄື່ອງກັນໜາວຫຼາຍຂຶ້ນ ແລະ ສືບເນື່ອງມາຈາກອັດຕາແລກປ່ຽນເພີ່ມຂຶ້ນ ກໍເຮັດໃຫ້ໝວດສິນຄ້າດັ່ງກ່າວເພີ່ມຂຶ້ນໄປ ນຳ. ສໍາລັບໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 5,46% ທີ່ເໜັງຕີງມາຈາກລາຄາຄຳຮູບປະພັນ; ສ່ວນໝວດອື່ນໆທີ່ປັບຕົວຫຼຸດລົງ ໄດ້ແກ່: ໝວດຄົມມະນາຄົມ ແລະ ຂົນສົ່ງ ທຽບໃສ່ເດືອນຜ່ານມາແມ່ນສືບຕໍ່ເໜັງຕີງຢູ່ໃນລະດັບຕໍ່າ 1,35% ຍ້ອນລາຄານໍ້າມັນເຊື້ອໄຟປັບລົງເລັກໜ້ອຍຈາກເດືອນຕຸລາ 2019.

ພາບປະກອບ

ຫາກເວົ້າສະເພາະດັດຊະນີຜູ້ບໍລິໂພກປະຈໍາເດືອນພະຈິກ 2019 ທຽບກັບເດືອນຕຸລາ 2019 ຜ່ານມາ ແມ່ນເພີ່ມຂຶ້ນ 0,36% ໂດຍມີການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການ ເຊັ່ນ: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 0,62%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 0,62%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,61%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 0,63%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 0,25%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,60%.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...