Saturday, February 8, 2025

ຮອງປະທານປະເທດ ເນັ້ນໜັກໃຫ້ຊາວໜຸ່ມ ນັກຮຽນ-ນັກສຶກສາຕ້ອງຝຶກຝົນຕົນເອງຕິດພັນກັບມູນເຊື້ອອັນດີງາມຂອງພັກ

ພາບປະກອບ

ຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກີລາ ໄດ້ຈັດພິທີພົບປະຊາວໜຸ່ມ ພະນັກງານ ແລະນັກຮຽນ-ນັກສຶກສາໃນຫົວຂໍ້ “ເພີ້ມທະວີການພັດທະນາຊາວໜຸ່ມ ນັກຮຽນ-ນັກສຶກສາ ໄລຍະແຫ່ງການເຊື່ອມໂຍງພາກພື້ນ ແລະສາກົນ” ຂຶ້ນທີ່ສະໂມສອນໃຫຍ່ ມະຫາວິທະຍາແຫ່ງຊາດ (ມຊ), ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິການງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີຄະນະນຳກະຊວງສຶກສາທິການ ແລະກີລາ, ບັນດາອະທິການບໍດີ, ຜູ້ອຳນວຍການສະຖາບັນຕ່າງໆ ພ້ອມດ້ວຍນ້ອງນັກຮຽນ-ນັກສຶກສາເຂົ້າຮ່ວມ.

ພາບປະກອບ

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ໄດ້ກ່າວວ່າ:

ໄລຍະຜ່ານມາ ກະຊວງສຶກສາທິການ ແລະກີລາ ໄດ້ສຸມໃສ່ການພັດທະນາຕາມຂະແໜງການຍ່ອຍຂອງການສຶກສາ ກໍຄືການຍົກລະດັບ ຄວາມຮູ້-ຄວາມສາມາດ ຂອງໄວໜຸ່ມນັກສຶກສາໃນແຕ່ລະຂັ້ນໃຫ້ເຂົ້າເຖິງຂະແໜງການສຶກສາ ແລະກີລາ, ເຮັດໃຫ້ປີ 2019 ສາມາດຂະຫຍາຍໂຮງຮຽນລ້ຽງເດັກ ແລະອະນຸບານໃນຂອບເຂດທົ່ວປະເທດ ທັງໝົດ 3.432 ແຫ່ງ, ມີຄູ 7.955 ຄົນ ແລະມີນັກຮຽນ 240.384 ຄົນ ໂຮງຮຽນປະຖົມ 8.854 ແຫ່ງ, ມີຄູ 33.533 ຄົນ ນັກຮຽນ 770.659 ຄົນ ໂຮງຮຽນມັດທະຍົມ ເພີ່ມຂຶ້ນເປັນ 1.792 ແຫ່ງ, ມີຄູ-ອາຈານ 32.334 ຄົນ ແລະມີນັກຮຽນ 659.850 ຄົນ ປັດຈຸບັນທົ່ວປະເທດມີພະນັກ ງານໃນຂະແໜງການສຶກສາ 85.812 ຄົນ ຍິງ 44.455 ຄົນ.

ພາບປະກອບ

ເອົາໃຈໃສ່ສະໜອງການສຶກສາໃຫ້ແກ່ຜູ້ດ້ອຍໂອກາດໄດ້ເຂົ້າເຖິງການສຶກສາຫຼາຍຂຶ້ນ ສາມາດປະກາດຈົບຊັ້ນບໍາລຸງມັດທະຍົມຕົ້ນ(ມຕ) ໄດ້ 133 ເມືອງ ໄດ້ສົ່ງເສີມການສຶກສາອາຊີວະສຶກສາ ແລະ ອົບຮົມວິຊາຊີບ ໂດຍມີໂຮງຮຽນອາຊີວະທັງພາກລັດ ແລະເອກະຊົນ 112 ແຫ່ງ ແລະມີມະຫາວິທະຍາໄລ 4 ແຫ່ງ ມີນັກສຶກສາທັງ ໝົດ 44.802 ຄົນ; ຖ້າລວມນັກຮຽນ-ນັກສຶກສາທີ່ຂຶ້ນກັບກະຊວງສຶກສາທຶການ ແລະກີລາ ມີ 1.715.695 ຄົນ ຫຼາຍກວ່າ 25% ຂອງຈໍານວນພົນລະເມືອງ.

ພາບປະກອບ

ວຽກງານດ້ານກາຍະກຳ ກໍໄດ້ຫຼຸດຜ່ອນການກໍ່ສ້າງພື້ນຖານໂຄງລ່າງທີ່ໃຫຍ່ໂຕ ມາເປັນການກໍ່ສ້າງທີ່ຈຳເປັນ ແລະສຸມໃສ່ການແຂ່ງຂັນຢູ່ພາຍໃນ ແລະຕ່າງປະເທດເປັນຕົ້ນຕໍ, ເຊິ່ງຜ່ານການເຄື່ອນໄຫວເຂົ້າຮ່ວມການແຂ່ງຂັນກີລາປະເທດຕ່າງໆ ມາຮອດປັດຈຸບັນໄດ້ຮັບຫຼຽນຄໍາທັງໝົດ 16 ຫຼຽນ ສະເພາະການເຂົ້າຮ່ວມແຂ່ງຂັນຊີເກມຄັ້ງທີ 30 ຢູ່ປະເທດຟິລິບປິນ ໄດ້ສົ່ງນັກກີລາເຂົ້າຮ່ວມຫຼາຍປະເພດກີລາ ແລະ  ສາມາດຍາດໄດ້ຫຼຽນໃນການແຂ່ງຂັນ 34 ຫຼຽນ ໃນນັ້ນມີ 1ຄໍາ,  5 ຫຼຽນເງິນ ແລະ ຫຼຽນທອງ 28 ຫຼຽນ.

ໃນໂອກາດ ອັນສໍາຄັນນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ຕໍ່ຜົນສຳເລັດຂອງກະຊວງສຶກສາທິການ ແລະກີລາ ທີ່ຍາດມາໄດ້ໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ຊາວໜຸ່ມ ນັກຮຽນ-ນັກສຶກສາ ໃນຍຸກໂລກາພິວັດ (ຍຸກເຕັກໂນໂລຊີຂ່າວສານທີ່ທັນສະໄໝ) ໃນການເຊື່ອມໂຍງກັບພາກພື້ນ ແລະສາກົນ ທ່ານ ກ່າວວ່າ “ຊາວໜຸ່ມຕ້ອງຮັບຮູ້ມູນເຊື້ອອັນດີງາມຂອງພັກ ຂອງຊາດ ຂອງຊາວໜຸ່ມ ຂອງກອງທັບ ກຳລັງປະກອບອາວຸດ ການອະນຸຮັກສາ ແລະສົ່ງເສີມວັດທະນະທຳອັນດີງາມຂອງບັນດາເຜົ່າ ເພື່ອສະແດງເຖິງຄວາມມີນໍ້າໃຈຮັກຊາດອັນແທ້ຈິງ ແລະຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ພາສາຕ່າງປະເທດ ສ້າງມາດຕະຖານຍົກລະດັບແຮງງານ ນັກວິຊາການມືອາຊີບ ສ້າງສາຍພົວພັນຮ່ວມມືກັບຊາວໜຸ່ມເພື່ອນມິດຍຸດທະສາດ ພາກພື້ນ ແລະສາກົນ ຕາມຄວາມສາມາດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະແລກປ່ຽນ ບົດຮຽນໃນການພັດທະນາຊາວໜຸ່ມໃຫ້ນັບມື້ກວ້າງຂວາງ”.

ພາບປະກອບ

ທ່ານ ຍັງກ່າວຕື່ມວ່າ:

ກະຊວງ ສສກ ຕ້ອງເອົາໃຈໃສ່ປັບປຸງວຽກງານກາຍະກໍາ ແລະກີລາ ແຕ່ສູນກາງລົງຮອດທ້ອງຖິ່ນ ສະໜອງພື້ນຖານໂຄງລ່າງ ອຸປະກອນກີລາ ໃຫ້ໄດ້ຕາມເງື່ອນໄຂທີ່ເໝາະສົມຕົວຈິງ ພ້ອມທັງຍາດແຍ່ງການຊ່ວຍເຫຼືອຈາກສັງຄົມ ຊຸມຊົນ ແລະອົງການຈັດຕັ້ງພາຍໃນ-ຕ່າງປະເທດ, ໄວໜຸ່ມຕ້ອງຄຽງຄູ່ກັບການພັດທະນາກີລາ-ກາຍະກຳໃຫ້ມີການຂະຫຍາຍຕົວ ນັບທັງຊົນນະບົດ ແລະຕົວເມືອງ ໃຫ້ມີລັກສະນະ ວິທະຍາສາດກວ້າງໄກ ສາມາດເຂົ້າຮ່ວມແຂ່ງຂັນກີລາປະເພດຕ່າງໆ ໃນລະດັບພາກພື້ນ ແລະສາກົນໄດ້ ເພື່ອເຮັດໃຫ້ບົດບາດກີລາລາວເຮົາສູງເດັ່ນຂຶ້ນໃນເວພາກພື້ນ ແລະສາກົນຢ່າງຕໍ່ເນື່ອງ.

ແຫຼ້ງຂໍ້ມູນ: ເວບໄຊມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: