Monday, April 21, 2025

ນາຍົກລັດຖະມົນຕີ ເຊື່ອໝັ້ນວ່ານັກທຸລະກິດໜຸ່ມ ຈະເປັນກຳລັງແຮງໃນການຂັບເຄື່ອນເສດຖະກິດ

ພາບປະກອບ

ພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ພົບປະໂອ້ລົມກັບສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜຊ) ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ສປປລາວ.

ພາບປະກອບ

ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ກ່າວ:
ຕະຫຼອດໄລຍະ 16 ປີຜ່ານມາ ( 2003 – 2019 ) ສທໜຊ ໄດ້ປະຕິບັດຢ່າງຕັ້ງໜ້າປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ເຊິ່ງມາຮອດປັດຈຸບັນ ສທໜຊ ມີສະມາຊິກທັງໝົດ 625 ບໍລິສັດ, ມີມູນຄ່າຊັບສິນທັງໝົດ 500 ລ້ານໂດລາສະຫະລັດ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມເກືອບ 22 ພັນຄົນ,

ໄດ້ປະກອບສ່ວນໃນການຜະລິດສິນຄ້າ ແລະ ບໍລິການ ເພື່ອການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ, ໄດ້ກໍ່ສ້າງພື້ນຖານໂຄງລ່າງ, ສິນຄ້າກະສິກຳ, ການດຶງດູດນັກທ່ອງທ່ຽວ, ການໃຫ້ບໍລິການດ້ານການສຶກສາ ແລະ ສາທາລະນະສຸກ.

ພາບປະກອບ

ນອກນັ້ນ, ຍັງໄດ້ຮ່ວມມືຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງ ເປັນຕົ້ນແມ່ນ: ຮ່ວມມືກັບສະມາຄົມນັກທຸລະກິດໜຸ່ມໃນບັນດາປະເທດອາຊຽນ ແລະ ອາຊຽນບວກສາມ ພິເສດແມ່ນ ສປຈີນ ໂດຍໄດ້ມີການເຊັນບົດບັນທຶກຮ່ວມມືກັບສະມາຄົມນັກທຸລະກິດໜຸ່ມແຂວງກວາງຊີ, ໜານໜິງ, ແຂວງນິງເຊຍ ແລະ ໄດ້ມີຫ້ອງການ ແລະ ຫ້ອງວາງສະແດງຂໍ້ມູນທຸລະກິດຂອງ ສທໜຊ ປະຈໍາຢູ່ເມືອງປູເອີ ແຂວງຢູນນານ.

ພາບປະກອບ

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້:

ຍ້ອງຍໍຊົມເຊີຍຕໍ່ ສຊປລ ທີ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ສທໜຊ ຕະຫຼອດໄລຍະຜ່ານມາ ແລະ ເພື່ອໃຫ້ ສປປລາວ ສາມາດບັນລຸວິໄສທັດຂອງປະເທດ ແຕ່ນີ້ຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025)

ນໍາພາປະເທດຊາດບັນລຸເງື່ອນໄຂຫຼຸດພົ້ນອອກຈາກສະພາວະຄວາມດ້ອຍພັດທະນາໃນປີ 2020, ສ້າງບາດກ້າວຂ້າມຜ່ານຈາກປະເທດດ້ອຍພັດທະນາໃຫ້ສົມບູນໃນປີ 2025, ກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງຫາສູງ ໃນປີ 2030, ໃຫ້ລາຍຮັບແຫ່ງຊາດສະເລ່ຍຕໍ່ຄົນ ປະມານ 04 ເທົ່າ ຂອງປີ 2015 (7.315 ໂດລາສະຫະລັດ).

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ເນັ້ນ 04 ບັນຫາຕົ້ນຕໍທີ່ ສທໜຊ ແລະ ຜູ້ປະກອບການທຸລະກິດໜຸ່ມຕ້ອງເອົາໃຈໃສ່ຕື່ມເພື່ອຊ່ວຍຕົນເອງ, ຊ່ວຍພະນັກງານ, ຊ່ວຍບໍລິສັດ ແລະ ຊ່ວຍສັງຄົມ ເຊັ່ນ:

ພາບປະກອບ

ສູນກາງຊາວໜຸ່ມຕ້ອງໄດ້ສືບຕໍ່ຊີ້ນໍາ – ນໍາພາຊ່ວຍເຫຼືອຢ່າງໃກ້ຊິດ, ສືບຕໍ່ເຜີຍແຜ່ພາລະບົດບາດຂອງ ສທໜ, ຍົກໃຫ້ສັງຄົມເຫັນຜົນງານຄວາມສໍາຄັນຂອງຜູ້ປະກອບການຕໍ່ການພັດທະນາເສດຖະກິດ.

ສະມາຄົມນັກທຸລະກິດໜຸ່ມແຕ່ລະຂັ້ນຕ້ອງໄດ້ສຸມໃສ່ການພັດທະນາອົງກອນໃຫ້ມີ ຄວາມເຂັ້ມແຂງຮອບດ້ານ ໃຫ້ສົມກັບຄຳວ່າເປັນນັກທຸລະກິດປະຕິວັດ ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາປະເທດຊາດ.

ສືບຕໍ່ສົ່ງເສີມຫົວຄິດປະດິດສ້າງຂອງຊາວໜຸ່ມໃຫ້ເກີດມີຜະລິດຕະພັນໃໝ່ໆ, ການບໍລິການໃໝ່ໆສາມາດສົ່ງອອກຕ່າງປະເທດໄດ້.

ສືບຕໍ່ເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີຂອງຜູ້ປະກອບການໃນຂອບເຂດທົ່ວປະເທດ ໃຫ້ກາຍເປັນຄູ່ຮ່ວມມື, ສ້າງຄວາມເຂັ້ມແຂງໃນການແຂ່ງຂັນໃນເວທີສາກົນໄດ້.

ແຫຼ່ງຂໍ້ມູນ: ພາບ: ຂປລ ແລະ Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.