ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ກຸ່ມບໍລິສັດ POSCO INTERNATIONAL ແລະ ບໍລິສັດ Corporation PentaGate ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນເພື່ອສຶກສາຄວາມເປັນໄປໄດ້ ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີລະບົບຖານຂໍ້ມູນໃຫຍ່ ( BIG DATA ) ເຂົ້າໃນການຄຸ້ມຄອງແຮງງານ ເຊິ່ງຈະເປັນຜົນດີເຮັດໃຫ້ເຮົາສາມາດວິເຄາະໄດ້ທັນທີເລີຍວ່າລາວຂາດແຮງງານດ້ານໃດ ເພື່ອຈະສ້າງບຸກຄະລາກອນດ້ານນັ້ນ.
ພິທີເຊັນສັນຍາມີຂຶ້ນໃນວັນທີ 10 ທັນວາ 2019 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຕາງໜ້າກົມກ່ຽວຂ້ອງ ແລະ ຜູ້ອຳນວຍການຈາກສອງບໍລິສັດເຂົ້າຮ່ວມ.
ທ່ານ ຄຳເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ຮ່ວມມື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ:
ອີງຕາມ ຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ຈຳເປັນຕ້ອງໄດ້ມີການນຳໃຊ້ ແລະ ການພັດທະນາເຕັກໂນໂລຊີ ເພື່ອຍົກລະດັບ ຄວາມຮູ້ – ຄວາມສາມາດໃຫ້ນັບມື້ສູງຂຶ້ນ ເຊິ່ງການເຊັນບົດບັນທຶກຈະໄດ້ຮ່ວມກັນສຶກສາ ຄວາມເປັນໄປໄດ້ ການຄົ້ນ ຄວ້າ ແລະ ພັດທະນາເຕັກໂນໂລຊີລະບົບຖານຂໍ້ມູນໃຫຍ່ ( BIG DATA ) ເພື່ອຄຸ້ມຄອງແຮງງານຮ່ວມກັບ ກຸ່ມບໍລິສັດ POSCO INTERNATIONAL ແລະ ບໍລິສັດ Corporation PentaGate ທີ່ຈັດຂຶ້ນໃນມື້ນີ້.
ທ່ານກ່າວວ່າ:
ປັດຈຸບັນວຽກງານວິທະຍາສາດ ແລະ ເຕັກໂນໂລຊີນັບມື້ພັດທະນາກ້າວໄກ ໂດຍສະເພາະແມ່ນເຕັກໂນໂລຊີທີ່ກ່ຽວກັບຖານຂໍ້ມູນໃຫຍ່ ( Big Data ) ສະນັ້ນ, ຈຶ່ງເປັນໂອກາດທີ່ດີລະຫວ່າງກະຊວງກັບກຸ່ມບໍລິສັດ ຈະໄດ້ຮ່ວມກັນພັດທະນາ ແລະ ເຮັດການສຶກສາຄົ້ນຄວ້າພັດທະນາການນຳໃຊ້ເຕັກໂນໂລຊີ Data science ແລະ Bigdata ເພື່ອຊ່ວຍໃນການຄຸ້ມຄອງແຮງງານຕ່າງປະເທດທີ່ມາເຮັດວຽກຢູ່ ສປປ ລາວ ແລະ ຄົນລາວ ທີ່ໄປອອກແຮງງານໃນຕ່າງປະເທດ.
ດັ່ງນັ້ນ, ຈະຮ່ວມກັນຄົ້ນຄວ້າດ້ານເຕັກໂນໂລຊີໃໝ່ໆ, ຍົກລະດັບຄວາມຮູ້ດ້ານວິຊາການໃຫ້ແກ່ພະນັກງານຄົ້ນ ຄວ້າຂອງກະຊວງ, ອີກດ້ານໜຶ່ງເພື່ອເປັນການພັດທະນາເສດຖະກິດ – ສັງຄົມ ໂດຍສະເພາະແມ່ນຍົກສູງໃນການນຳໃຊ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການຄົ້ນຄວ້າພັດທະນາຊຸກຍູ້ສົ່ງເສີມໃນການພັດທະນາເສດຖະກິດຂອງຊາດ ແລະ ໃຫ້ກາຍເປັນການແລກປ່ຽນຂໍ້ມູນ – ຂ່າວສານ ແລະ ຖ່າຍທອດ ຄວາມຮູ້ໃນວຽກງານດ້ານເຕັກໂນໂລຊີທີ່ທັນສະໄໝຂອງສອງຝ່າຍໃນອະນາຄົດໄດ້.
ທ່ານ ພອນປະເສີດ ສຸລິນທອນ ຫົວໜ້າສູນວິຊາການສົ່ງເສີມວິຊາການ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຂໍ້ມູນເພີ່ມຕື່ມວ່າ:
ພາຍຫຼັງໂຄງການນີ້ຜ່ານການຄົ້ນຄວ້າທົດລອງ ເຮົາຈະໄດ້ເຕັກໂນໂລຊີໃໝ່ທີ່ຄຸ້ມຄອງແຮງງານທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນການກຽມພ້ອມຮອງຮັບແຮງງານທີ່ເຄື່ອນຍ້າຍຈາກຕ່າງປະເທດເຂົ້າມາລາວ ຄາດຄະເນວ່າເສັ້ນທາງລົດໄຟເປີດນໍາໃຊ້ວຽກງານຄຸ້ມຄອງແຮງງານຈະເປັນສິ່ງສໍາຄັນ.
ພ້ອມດຽວກັນ, ພວກເຮົາກໍສາມາດຄຸ້ມຄອງແຮງງານຄົນລາວທີ່ໄປເຮັດວຽກຢູ່ຕ່າງປະເທດ.
ຖ້າໄດ້ລະບົບ Big data ເຂົ້າມາຊ່ວຍຈະສາມາດວິເຄາະພາບລວມແຮງງານ ຕົວຢ່າງ:
ອາຍຸ 18 – 25 ປີ ເຂົາເຈົ້າໃຊ້ແຮງງານໃນຂະແໜງການໃດ, ເຮົາຂາດແຮງງານໃນຂະແໜງໃດ ເພື່ອວາງແຜນສ້າງບຸກຄະລາກອນດ້ານນັ້ນ ລວມທັງສາມາດໃຫ້ຂໍ້ມູນແກ່ນັກສຶກສາທີ່ຈະເລືອກສາຍຮຽນ.
ສໍາລັບການຄົ້ນຄວ້າທົດລອງໃຊ້ເວລາ 5 ເດືອນນັບຈາກນີ້. ທັງນີ້, ກໍຂຶ້ນກັບການເຮັດວຽກກັບຂະແໜງການກ່ຽວຂ້ອງ.
ແຫຼ່ງຂໍ້ມູນ: ຂ່າວ: ພຸດຕີ້, ຮູບ: ສອນໄຊ, Laoedaily